ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ

ໃນວັນທີ 08 ພຶດສະພາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ເຈີ່ນ ກົງ ຖີ້ງ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ເປັນ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ 3 ແຂວງພາກກາງ ຂອງ ລາວ ຄື: ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ, ຊຶ່ງມີສໍານັກງານຕັ້ງຢູ່ ແຂວງສະຫວັນນະເຂດ.

ສະພາບການພາກພື້ນ ແລະ ສາກົນ: ການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຂອງລາວ

ສະພາບການພາກພື້ນ ແລະ ສາກົນ: ການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຂອງລາວ

ມື້ວານນີ້ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາກ່ຽວກັບສະພາບການພາກພື້ນ ແລະ ສາກົນ ແລະ ການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດໃນໄລຍະໃໝ່ຂອງ ສປປ ລາວ.

ກະຊວງການຕ່າງປະເທດ ແລະ ບັນດາທູຕານຸທູດ ຮ່ວມກັນສະເຫຼີມສະຫຼອງປີໃໝ່ລາວ ພສ 2562

ກະຊວງການຕ່າງປະເທດ ແລະ ບັນດາທູຕານຸທູດ ຮ່ວມກັນສະເຫຼີມສະຫຼອງປີໃໝ່ລາວ ພສ 2562

ທ້າຍອາທິດແລ້ວ, ກະ­ຊວງ​ການ​ຕ່າງ­ປະ­ເທດ ຮ່ວມ​ກັບ​ບັນ­ດາ​ທູ­ຕາ­ນຸ­ທູດ ແລະ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ປະ­ຈຳ ສປປ ລາວ ໄດ້​ຈັດ​ພິ­ທີ​ບາ­ສີ­ສູ່­ຂວັນ​ສະ­ເຫຼີມ­ສະ­ຫຼອງ​ບຸນ­ປີ­ໃໝ່​ລາວ.

ກະຊວງການຕ່າງປະເທດ ແລະ ບັນດາທູຕານຸທູດຕ່າງປະເທດ  ສະເຫຼີມສະຫຼອງບຸນປີໃໝ່ລາວ

ກະຊວງການຕ່າງປະເທດ ແລະ ບັນດາທູຕານຸທູດຕ່າງປະເທດ ສະເຫຼີມສະຫຼອງບຸນປີໃໝ່ລາວ

ໃນວັນທີ 06 ເມສາ 2019, ກະຊວງການຕ່າງປະເທດ ຮ່ວມກັບ ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ໄດ້ຈັດພິທີບາສີສູ່ຂວັນສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ ສວນພຶກສາ, ບ້ານໃໝ່ດ່ານຊີ, ເມືອງນາຊາຍທອງ, ນະຄອນ ຫຼວງວຽງຈັນ, ເພື່ອເປັນການສົ່ງທ້າຍປີເກົ່າ ພ.ສ 2561 ແລະ ຕ້ອນຮັບປີໃໝ່ ພ.ສ 2562.

ກະຊວງການຕ່າງປະເທດ ເພີ່ມຄວາມເຂົ້າໃຈ ວັນສາກົນ ຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ

ກະຊວງການຕ່າງປະເທດ ເພີ່ມຄວາມເຂົ້າໃຈ ວັນສາກົນ ຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ

ວັນທີ 20 ທັນວາ 2018 ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບ ວັນສາກົນ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2018 ພາຍໃຕ້ຫົວຂໍ້ '' ຮັບຟັງຂ້ອຍແດ່ '', ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນ ທີ່ ທ່າລາດ ແຂວງ ວຽງຈັນ, ໂດຍການເປັນປະທານຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ. ມີຄະນະກົມ, ຄະນະພະແນກ ແລະ ວິຊາການ ເຂົ້າຮ່ວມ.

ການນຳຂັ້ນສູງຂອງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ

ການນຳຂັ້ນສູງຂອງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ

​ໃນ​ໂອ​ກາດ​ເດີນ​ທາງ​ມາ​ຢ້ຽມ​ຢາມ ສປປ ລາວ ຢ່າງເປັນທາງ​ການ ແລະ ເຂົ້າຮ່ວມກອງປະ ຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5 ຂອງ ສະຫາຍ ຟ້າມ​ ບິ່ງ ​ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນລະຫວ່າງວັນທີ 18-19 ທັນວາ 2018, ສະຫາຍ ຟ້າມ ​ບິ່ງ ​ມິງ ແລະ ຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່,ປະທານປະເທດ ແຫ່ງ ສປປ ລາວ, ທີ່ ທຳນຽບປະທານປະເທດ, ໃນວັນທີ 19 ທັນວາ 2018.

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທ່ານນາງ ຫງວ໋ຽນ ເຟືອງງາ ຮັບການແຕ່ງຕັ້ງເປັນ ເລຂາພັກ ໜ່ວຍພັກສະຫະພັນ ມິດຕະພາບ

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທ່ານນາງ ຫງວ໋ຽນ ເຟືອງງາ ຮັບການແຕ່ງຕັ້ງເປັນ ເລຂາພັກ ໜ່ວຍພັກສະຫະພັນ ມິດຕະພາບ

ຕອນບ່າຍວັນທີ 10 ທັນວາ, ຢູ່ທີ່ສຳນັກງານສະຫະພັນອົງການມິດຕະພາບ ຫວຽດນາມ (ສະຫະພັນມິດຕະພາບ) ຕ່າງໜ້າ ຄະນະກຳມະການຈັດຕັ້ງສູນກາງພັກ ໄດ້ຈັດພິທີມອບຂໍ້ຕົກລົງແຕ່ງຕັ້ງ ຂອງ ຄະນະເລຂາພັກ ສູນກາງພັກ ກ່ຽວກັບການແຕ່ງຕັ້ງຍົກຍ້າຍ, ບົ່ງຕົວທ່ານນາງ ຫງວ໋ຽນ ເຟືອງງາ, ກຳມະການ ຄະນະພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ມາເປັນ ເລຂາໜ່ວຍພັກ ສະຫະພັນມິດຕະພາບ ແລະ ນຳສະເໜີເພື່ອຮັບຕຳແໜ່ງປະທານສະຫະພັນມິດຕະພາບ.

ການນຳກະຊວງການຕ່າງປະເທດ ເຂົ້າອວຍພອນ ວັນຊາດລາວ ຄົບຮອບ 43 ປີ

ການນຳກະຊວງການຕ່າງປະເທດ ເຂົ້າອວຍພອນ ວັນຊາດລາວ ຄົບຮອບ 43 ປີ

ຍສໝ - ເນື່ອງໃນໂອກາດຄົບຮອບ 43ປີ ວັນຊາດ ຂອງ ສປປ ລາວ (02/12/1975-02/12/2018), ຕອນເຊົ້າວັນທີ 29 ພະຈິກນີ້ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ຫງວ໋ຽນ ກ໋ວກຢຸງ ນຳພາຄະນະກະຊວງການຕ່າງປະເທດ ເຂົ້າອວຍພອນ ທ່ານເອກອັກຄະລັດຖະທູດ ແລະ ພະນັກງານ ລັດຖະກອນ ສະຖານທູດລາວ ປະຈຳນະຄອນຫຼວງຮ່າໂນ້ຍ.

ເພີ່ມທະວີການເຄື່ອນໄຫວຖະແຫຼງຂ່າວການຕ່າງປະເທດ ຢູ່ເຂດເສັ້ນຊາຍແດນ

ເພີ່ມທະວີການເຄື່ອນໄຫວຖະແຫຼງຂ່າວການຕ່າງປະເທດ ຢູ່ເຂດເສັ້ນຊາຍແດນ

ດ້ວຍຄວາມມຸ່ງມາດປາດຖະໜາໂຄສະນາເຜີຍແຜ່ຮູບພາບຫວຽດນາມ ປ່ຽນແປງໃໝ່ ແລະພັດທະນາ, ຜ່ານນັ້ນ, ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ສົມທົບກັບຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ຈັດຕັ້ງລາຍການ “ວັນບຸນນໍ້າໃຈໄມຕີຈິດມິດຕະພາບພິເສດ ຫວຽດນາມ-ລາວ” ໃນລະຫວ່າງວັນທີ 8-9 ທັນວາ ຢູ່ນະຄອນດ້ຽນບຽນຝູ.

ແຂວງ ບໍລິຄຳໄຊ ແລະ ແຂວງ ບາກລຽວ ເພີ່ມທະວີການແລກປ່ຽນບົດຮຽນດ້ານການຕ່າງປະເທດ

ແຂວງ ບໍລິຄຳໄຊ ແລະ ແຂວງ ບາກລຽວ ເພີ່ມທະວີການແລກປ່ຽນບົດຮຽນດ້ານການຕ່າງປະເທດ

ຍສໝ - ຕົ້ນອາທິດທີ່ຜ່ານມາ, ທີ່ຢູ່ຫ້ອງຮັບຮອງສະໂມສອນແຂວງ ບໍລິຄຳໄຊ, ທ່ານ ບຸນເສັງ ປະຖຳມະວົງ ຮອງເຈົ້າແຂວງ ບໍລິຄຳໄຊ ຕາງໜ້າໃຫ້ການນຳຂອງແຂວງ ໄດ້ເປັນກຽດຕ້ອນຮັບທ່ານ ດິ໋ງຊວນເຝື່ອງ ຮອງຫົວໜ້າພະແນກການຕ່າງປະເທດແຂວງ ບາກລຽວ, ສສ.ຫວຽດນາມ ພ້ອມດ້ວຍຄະນະ

ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະຍື່ນຈົດໝາຍແຕ່ງຕັ້ງຂອງກົງສຸນໃຫຍ່ແຫ່ງ ສສ.ຫວຽດນາມ

ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະຍື່ນຈົດໝາຍແຕ່ງຕັ້ງຂອງກົງສຸນໃຫຍ່ແຫ່ງ ສສ.ຫວຽດນາມ

ໃນວັນທີ 3 ຕຸລາ 2018 ທີ່ກະຊວງການຕ່າງປະເທດ, ທ່ານນາງ ຄຳ​ເ​ພົາ ເອີນ​ທະ​ວັນ ຮອງລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ໃຫ້ການຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຂ່ຳ​ນັບ ແລະຍື່ນຈົດໝາຍແຕ່ງ​ຕັ້ງຂອງ ທ່ານ ບຸ່ຍເທ້ຢຸ້ງ ​ກົງ​ສຸນ​ໃຫຍ່ ​ແຫ່ງ ສ​ສ.ຫວຽດ​ນາມ ປະ​ຈຳ​ແຂວງຈຳປາສັກ ແລະຮັບ​ຜິດ​ຊອບ​ບັນ​ດາແຂວງ​ພາກໃຕ້​ ຂອງ ສ​ປ​ປ ລາວ.

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບ ການເຂົ້າຢ້ຽມອຳລາ ຜູ້ຕາງໜ້າ UNFPA ປະຈໍາ ລາວ

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບ ການເຂົ້າຢ້ຽມອຳລາ ຜູ້ຕາງໜ້າ UNFPA ປະຈໍາ ລາວ

ໃນວັນທີ 10 ກັນຍາ 2018, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ນາງ ຟຣີເດີຣິກາ ເມເຈີ (Frederika Meijer) ຜູ້ຕາງໜ້າ​ຂອງ​ອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ(UNFPA) ປະຈຳ ສປປ ລາວ.

ເພີ່ມທະວີວຽກງານການຕ່າງປະເທດດ້ານປ້ອງກັນຊາຍແດນໃນສະພາບການໃໝ່

ເພີ່ມທະວີວຽກງານການຕ່າງປະເທດດ້ານປ້ອງກັນຊາຍແດນໃນສະພາບການໃໝ່

ລາຍການພົບປະແລກປ່ຽນ “ເຂດຊາຍແດນເຕັມໄປດ້ວຍນ້ຳໃຈມິດຕະພາບ” ຄັ້ງທີ 3 ຫາກໍ່ສິ້ນສຸດລົງຢູ່ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງ 3 ປະເທດທີ່ມີເສັ້ນຊາຍແດນຮ່ວມກັບຫວຽດນາມ ລວມມີຈີນ, ລາວ ແລະ ກຳປູເຈຍ, ພ້ອມກັນນັ້ນກໍ່ແມ່ນການເຂົ້າຮ່ວມເປັນຄັ້ງທຳອິດຂອງບັນດາຜູ້ແທນທີ່ມາຈາກມຽນມາ ແລະ ໄທ. ລາຍການໄດ້ສ້າງຄວາມປະທັບໃຈອັນດີງາມ, ສ້າງປະຖົມປັດໄຈເພື່ອສ້າງ ແລະ ເພີ່ມພູມຄູນສ້າງສາຍພົວພັນອັນດີງາມລະຫວ່າງບັນດາປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຂອງເຂດຊາຍແດນ.

ປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ຫວຽດນາມ - ລາວ

ປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ຫວຽດນາມ - ລາວ

ວັນທີ 24 ສິງຫາ, ທີ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນຮ່ວາຍຈຸງ ແລະ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືດ້ານການເມືອງ ປະຈຳປີ ຄັ້ງທີ 3 ລະຫວ່າງ ກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ.

ຫົວໜ້າພະແນກ ການຕ່າງປະເທດ ໄດ້ຮັບການເລືອກໃຫ້ເປັນ ປະທານສະຫະພັນ ແຂວງ ຟູ໋ເຖາະ ສໄໝທີ II

ຫົວໜ້າພະແນກ ການຕ່າງປະເທດ ໄດ້ຮັບການເລືອກໃຫ້ເປັນ ປະທານສະຫະພັນ ແຂວງ ຟູ໋ເຖາະ ສໄໝທີ II

ຍສໝ - ຕອນເຊົ້າຂອງວັນທີ 22 ສິງຫາ ຢູ່ທີ່ຫໍປະຊຸມ ສາກົນ ແຂວງ ຟູ໋ເຖາະ ສະຫະພັນ ອົງການມິດຕະພາບ ແຂວງຟູ໋ເຖາະ (ສະຫະພັນຟູ໋ເຖາະ) ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ II ສະໄໝ 2018-2023.

ວາລະປະຊຸມຄົບຄະນະການຕ່າງປະເທດຂອງສະພາແຫ່ງຊາດໃນສະໄໝເຊື່ອມໂຍງເຂົ້າກັບສາກົນ

ວາລະປະຊຸມຄົບຄະນະການຕ່າງປະເທດຂອງສະພາແຫ່ງຊາດໃນສະໄໝເຊື່ອມໂຍງເຂົ້າກັບສາກົນ

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ສະເໜີວ່າ ໃນສະພາບການໂລກ ແລະ ພາກພື້ນສືບຕໍ່ມີການຜັນແປໄວ...

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າ ຢ້ຽມອໍາລາ ຂອງກົງສຸນໃຫຍ່ ແຫ່ງ ສສ.ຫວຽດນາມ ທີ່ ນະຄອນປາກເຊ

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າ ຢ້ຽມອໍາລາ ຂອງກົງສຸນໃຫຍ່ ແຫ່ງ ສສ.ຫວຽດນາມ ທີ່ ນະຄອນປາກເຊ

ໃນວັນທີ 15 ສິງຫາ 2018, ທີ່ກະຊວງການຕ່າງປະເທດ, ທ່ານ ນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ດາວ ວັນ ຮຽວ, ກົງສຸນໃຫຍ່ ແຫ່ງ ສສ.ຫວຽດນາມ ທີ່ ນະຄອນປາກເຊ ແຂວງຈໍາປາສັກ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ກະຊວງການຕ່າງປະເທດຫວຽດນາມ ຈັດພິທີເຊີນທຸງ ອາຊຽນ ປີ 2018

ກະຊວງການຕ່າງປະເທດຫວຽດນາມ ຈັດພິທີເຊີນທຸງ ອາຊຽນ ປີ 2018

ໃນຕອນເຊົ້າວັນທີ 8 ສິງຫາ, ທີ່ນະຄອນຫຼວງຮ່າໂນ້ຍ ຢູ່ ກະຊວງ ການຕ່າງປະເທດ ຫວຽດນາມ ໄດ້ຈັດພິທີເຊີນທຸງ ອາຊຽນ ປີ 2018. ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 51 ປີ (8/8/1967-8/8/2018).

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອິນເດຍ

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອິນເດຍ

ຕອນເຊົ້າວັນທີ 03 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດອິນໂດຍ Vijay Kumar Singh ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ - ອິນເດຍ (PMC ອາຊຽນ+ອິນເດຍ) ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາແຊມ (AMM) ຄັ້ງທີ 51 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

ກະຊວງການຕ່າງປະເທດ ຫວຽດນາມ ມອບເງິນຊ່ວຍໄພພິບັດຢູ່ລາວ 350ລ້ານດົ່ງ

ກະຊວງການຕ່າງປະເທດ ຫວຽດນາມ ມອບເງິນຊ່ວຍໄພພິບັດຢູ່ລາວ 350ລ້ານດົ່ງ

ຍສໝ - ຕອນເຊົ້າຂອງວັນທີ 2 ສິງຫານີ້ ຢູ່ ສະຖານທູດລາວປະຈຳສສ ຫວຽດນາມ ເລຂາລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ໂຕແອັງຢຸ໋ງ ໄດ້ມອບເງິນຊ່ວຍເຫຼືອຈຳນວນ 350ລ້ານດົ່ງ ທີ່ມາຈາກນຳ້ໃຈເຜຶອແຜ່ຂອງພະນັກງານ ກະຊວງການຕ່າງປະເທດ ລວບລວມເພື່ອແນໃສ່ແບ່ງປັນ ແລະ ບັນເທົາທຸກກັບລັດຖະບານ, ປະຊາຊົນລາວອ້າຍນ້ອງ ໃນພະລະກິດແກ້ໄຂຜົນກະທົບຈາກເຫດການຄັນຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ເຊປ່ຽນ-ເຊນຳ້ນອ້ຍແຕກ.