ແລກປ່ຽນບົດຮຽນໃນວຽກງານຖະແຫຼງຂ່າວການຕ່າງປະເທດ ກັບປະເທດລາວ

08:38 | 08/06/2019

ຕອນເຊົ້າວັນທີ 6 ມິຖຸນາ, ຄະນະໂຄສະນາສຶກສາແຂວງເງະອານ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນໃນວຽກງານຖະແຫຼງຂ່າວການຕ່າງປະເທດ ລະຫວ່າງແຂວງເງະອານກັບຊຸດບຳລຸງສ້າງວຽກງານການຕ່າງປະເທດ ສປປ ລາວ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິທູເຮື່ອງ, ຫົວໜ້າຄະນະໂຄສະນາສຶກສາແຂວງເງະອານ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແນວທາງແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບ ສປປ ລາວ, ແຂວງເງະອານ ໄດ້ຮັກສາ, ພັດທະນາສາຍພົວພັນຮ່ວມມືໃນຫຼາຍຂົງເຂດກັບບັນດາແຂວງຂອງລາວ.

ແລກປ່ຽນບົດຮຽນໃນວຽກງານຖະແຫຼງຂ່າວການຕ່າງປະເທດ ກັບປະເທດລາວ

ບັນຍາກາດທີ່ກອງປະຊຸມ. (ພາບ: baonghean.vn)

ໃນໄລຍະຜ່ານມາ, ແຂວງເງະອານ ໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນມິດຕະພາບຫຼາຍຢ່າງກັບບັນດາແຂວງຂອງປະເທດເພື່ອນມິດລາວ ຄື: ຈັດຕັ້ງການພົບປະແລກປ່ຽນ, ການພົບປະສັງສັນເນື່ອງໃນໂອກາດບຸນປີໃໝ່ລາວ, ລາຍການພານັກຮຽນໄປພົບປະແລກປ່ຽນກັບບັນດາຄອບຄົວຢູ່ບັນດາເຂດຊຸມຊົນ, ປະຕິບັດຂະບວນການແຮກສ່ຽວບັນດາເຂດຊຸມຊົນຢູ່ສອງຟາກຊາຍແດນ ຫວຽດນາມ-ລາວ ໃນບໍລິເວນແຂວງ, ຈັດສົ່ງບັນດາຄະນະໄປພົບປະ, ແລກປ່ຽນບົດຮຽນເປັນປະຈໍາປີ...

ແລກປ່ຽນບົດຮຽນໃນວຽກງານຖະແຫຼງຂ່າວການຕ່າງປະເທດ ກັບປະເທດລາວ

ບັນດານັກສໍາມະນາກອນລາວ ຢ້ຽມຊົມເຂດປູຊະນີຍະສະຖານລະດັບຊາດພິເສດກິມລຽນ (ເມືອງນາມດ່ານ, ແຂວງເງະອານ). (ພາບ: baonghean.vn)

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບວຽກງານຖະແຫຼງຂ່າວ, ໂຄສະນາການຕ່າງປະເທດ; ບົດຮຽນກ່ຽວກັບການອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອໃນການເຊື່ອມໂຍງເຂົ້າກັບສາກົນ; ຈັດຕັ້ງບັນດາຮູບການພົວພັນຕ່າງປະເທດປະຊາຊົນ ແລະບົດຮຽນໃນການຄຸ້ມຄອງການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ; ບົດຮຽນໃນການໂຄສະນາມະຕິ, ຄໍາສັ່ງກ່ຽວກັບວຽກງານຖະແຫຼງຂ່າວການຕ່າງປະເທດ; ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂົງເຂດຖະແຫຼງຂ່າວການຕ່າງປະເທດ...

(ແຫຼ່ງ​ຂໍ້​ມູນ​: ກວຽດເຕິມ/ກປ.ອອນໄລ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ