ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພົບປະກັບ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

11:28 | 07/06/2019

ຍສໝ - ຫວ່າງມໍ່ໆມານີ້, ຢູ່ນອກກອງປະຊຸມອະນາຄົດອາຊີ ຄັ້ງທີ 25 ຢູ່ ໂຕກຽວ, ປະເທດຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມ ບິ່ງ ມິງ ໄດ້ມີການພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ .

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພົບປະກັບ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ບັນຍາກາດທີ່ການພົບປະ.(ພາບ:TTXVN)

ຢູ່ນອກກອງປະຊຸມອະນາຄົດອາຊີ ຄັ້ງທີ 25 ຢູ່ ໂຕກຽວ, ປະເທດຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມ ບິ່ງ ມິງ ໄດ້ມີການພົບປະກັບ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ. ທີ່ການພົບປະ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມຂອງແຕ່ລະປະເທດ; ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ລວມ; ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຂອງບັນດາວິສາຫະກິດຂອງກັນ.

(ໄຊພອນ)

ເຫດການ