ອຽນເຈົາ ຍົກລະດັບປະສິດທິຜົນວຽກງານການຕ່າງປະເທດ

00:54 | 15/05/2019

ຍສໝ - ໃນຫຼາຍປີທີ່ຜ່ານມາ, ໃນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ມິດຕະພາບພິເສດ ຫວຽດນາມ-ລາວ, ແຂວງເຊີນລາ ແລະ ບັນດາແຂວງພາກເໜືອຂອງລາວ, ພັກ, ອຳນາດການປົກຄອງ ເມືອງອຽນເຈົາຍາມໃດກໍ່ໃຫ້ຄວາມສຳຄັນວຽກງານການຕ່າງປະເທດ ກັບບັນດາເມືອງຂອງປະເທດລາວອ້າຍນ້ອງ. ພິເສດ, ຕໍ່ກັບເມືອງຊຽງຄໍ້(ແຂວງຫົວພັນ), ວຽກງານການຕ່າງປະເທດໄດ້ຮັບການເອົາໃຈໃສ່ຢ່າງຕໍ່ເນື່ອງ, ຮັກສາ, ເປີດກວ້າງ ແລະ ພັດທະນາ, ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນຮ່ວມມື, ຮັດແໜ້ນຄວາມສາມັກຄີມິດຕະພາບພິເສດຂື້ນຕື່ມ, ປົກປັກຮັກສາ, ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຕາມແນວຊາຍແດນມີຄວາມໝັ້ນຄົງ.

ອຽນເຈົາ ຍົກລະດັບປະສິດທິຜົນວຽກງານການຕ່າງປະເທດ

ຕ່າງໜ້າການນຳ ເມືອງອຽນເຈົາ(ແຂວງເຊີນລາ) ແລະ ເມືອງຊຽງຄໍ້ ເຊັນບົດບັນທຶກຊ່ວຍຈຳ ຂອງກອງປະຊຸມປະຈຳປີ.

ເປັນເອກກະພາບ ແລະ ເຊື່ອມຊືມ ຄຳສັ່ງ ເລກທີ 04 ຂອງ ກຳມະການສູນກາງພັກ (ສະໄໝທີ XI) ກ່ຽວກັບ “ການສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນວຽກງານການທູດປະຊາຊົນໃນສະພາບການໃໝ່”, ຂັ້ນແຂວງ, ອຳນາດການປົກຄອງເມືອງ ຮອດຮາກຖານ ແລະ ປະຊາຊົນ ສອງເມືອງ ອຽນເຈົາ ແລະ ເມືອງຊຽງຄໍ້ ຮັກສາສາຍພົວພັນອັນໄກ້ສິດ, ເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກໆຂັ້ນຢ່າງບໍ່ຢຸດຢັ້ງ, ໃນການຮັກສາ, ເສີມສ້າງສາຍພົວພັນມິດຕະພາບພິເສດ, ຮ່ວມມືຊ່ວຍເຫຼືອກັນແລະກັນ ລະຫວ່າງ ແຂວງ, ອຳນາດການປົກຄອງ, ກຳລັງປະກອບອາວຸດ ແລະ ປະຊາຊົນທັງສອງຟາກຊາຍແດນ; ຈັດຕັ້ງການຢ້ຽມຢາມ, ແລກປ່ຽນ, ຮຽນຮູ້ບັດດາປະສົບການ, ເຊັນລົງນາມບັນດາບົດບັນທຶກຊ່ວຍຈຳ ແລະ ຜັນຂະຫຍາຍບັນດາເນື້ອໃນຂອງບົດບັນທຶກສັນຍາໃນແຕ່ລະຂົງເຂດຢ່າງຕໍ່ເນື່ອງ. ແຕ່ລະປີ ແຂວງ, ອຳນາດການປົກຄອງບ້ານ, ກຸ່ມບ້ານຕາມແນວຊາຍແດນຂອງສອງເມືອງປ່ຽນກັນຈັດກອງປະຊຸມ ແລກປ່ຽນຂໍ້ມູນຂ່າວສານ; ສະເໜີບັນດາມາດຕະການຕໍ່ສູ້, ສະກັດກັ້ນໃຫ້ທັນການ - ການກະທຳຜິດສົນທິສັນຍາ, ຂໍ້ກຳນົດ ດ້ານຊາຍແດນ ຫວຽດນາມ-ລາວ ທີ່ທັງສອງປະເທດໄດ້ເຊັນລົງນາມ.

ຮູ້ວ່າສະພາບອາດສະຍາກຳຕາມແນວຊາຍແດນຍັງບົ່ມຊ້ອນ ແລະ ສັບສັນ, ເມືອງອຽນເຈົາ ໄດ້ຊີ້ນຳບັນບ້ານ ລຽບຕາມແນວຊາຍແດນ, ກຳລັງປະກອບອາວຸດ, ຕື່ນຕົວປະສານສົມທົບຢ່າງແໜ້ນແຟ້ນກັບ ອຳນາດການປົກຄອງເມືອງຊຽງຄໍ້, ສະໜອງຂໍ້ມູນຢ່າງທັນການກ່ຽວກັບສະພາບການຄຸ້ມຄອງເສັ້ນທາງລຽບຕາມແນວຊາຍແດນ, ຫຼັກໝາຍຊາຍແດນ; ຈັດການກວດກາລາດຕະເວນສອງຝ່າຍ, ຄົ້ນພົບຢ່າງທັນການ ການກະທຳຜິດ ຄື: ການເຂົ້າ-ອອກເມືອງ ຢ່າງຜິດກົດໝາຍ, ປຸ້ນຈີ້, ຊື້ຂາຍ, ຂົນສົ່ງຢາເສບຕິດ ຜິດກົດໝາຍ, ອົບພະຍົບຢ່າງເສລີ... ໃນປີ 2018, ກຳລັງຕຳຫຼວດ ໄດ້ປະສານກັບກຳລັງທະຫານຊາຍແດນ, ຂະແໜງການທີ່ກ່ຽວຂ້ອງ ຂອງສອງເມືອງ ພົບເຫັນ ແລະ ແກ້ໄຂ 3 ຄະດີ, ມີລັກປຸ້ນ 7 ຄົນ; 32 ຄະດີ, ຈັບໄດ້ 44 ຄົນທີ່ກ່ຽວຂ້ອງກັບການ ຊື້ຂາຍ ແລະ ຂົນສົ່ງຢາເສບຕິດ( ຢືດ ເຮໂລອິນ 1,430,66 ກະລາມ, ຢາເສບຕິດປະເທດຢາບ້າ-ຢາອີ 32.586 ເມັດ, ຢາຝິ່ນສົດ 35,5 ກິໂລກະລາມ, ຢາຝິ່ນແຫ້ງ 61,6 ກິໂລກະລາມ ແລະ ອີກຫຼາຍໆລາຍການ).

ເຫດການ
302 Found

Found

The document has moved here.