ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບຕ້ອນ ທ່ານລັດຖະມົນຕີການຕ່າງປະເທດ ຟິລິບປິນ

15:14 | 09/07/2019

ຍສໝ - ຕອນເຊົ້າວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Lopez Locsin ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ກັບ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມ ບິ່ງ ມິງ.

ຕາມຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ , ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ, ແຕ່ວັນທີ 7 ຫາວັນທີ 10 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Lopez Locsin ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບຕ້ອນ ທ່ານລັດຖະມົນຕີການຕ່າງປະເທດ ຟິລິບປິນ

ທ່ານ ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Lopez Locsin. (ພາບ: baoquocte)

ໃນການເຈລະຈາ 2 ຝ່າຍໄດ້ເຫັນດີເພີ່ມທະວີບັນດາການຢ້ຽມຢາມຂັ້ນສູງ ແລະ ຂັ້ນຕ່າງໆ, ຢັ້ງຢືນຄວາມຕັດສິນໃຈ ພ້ອມກັນແກ້ໄຂຄວາມຫຍຸ້ງຍາກໃນການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ, ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດທີ່ສຳຄັນ.

ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍຢືນຢັນ ສືບຕໍ່ຍຶດໝັ້ນຫຼັກການແກ້ໄຊບັນດາການຂັດແຍ້ງກັນໂດຍສັນຕິວິທີ ສອດຄ່ອງກັບກົດໝາຍສາກົນ, ເນັ້ນໜັກເຖິງຄວາມສຳຄັນຂອງການບໍ່ເຄື່ອນໄຫວທາງດ້ານການທະຫານ, ລະງັບການເຄື່ອນໄຫວທີ່ອາດຈະເຮັດໃຫ້ສະພາບການເພີ່ມຄວາມຄວາມສັບສົນ ແລະ ເພີ່ມຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ. 2 ຝ່າຍເຫັນດີເພີີ່ມທະວີການສົມທົບກັນລະຫວ່າງບັນດາປະເທດໃນອາຊຽນ.

ພາຍຫຼັງການເຈລະຈາ, 2 ຝ່າຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງ 2 ກະຊວງ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບຕ້ອນ ທ່ານລັດຖະມົນຕີການຕ່າງປະເທດ ຟິລິບປິນ

ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Lopez Locsin ໄດ້ເຂົ້າຢ້ຽມຄຳນັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. (ພາບ: TTXVN)

ຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Lopez Locsin ໄດ້ເຂົ້າຢ້ຽມຄຳນັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ແລະ ຟີລິບປິນ ຄວນເສີມຂະຫຍາຍສາຍພົວພັນອັນດີງາມ ລະຫວ່າງ 2 ປະເທດ, ພ້ອມທັງຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນບົດບາດຂອງຟີລິບປິນໃນອາຊຽນ ແລະ ສະໜັບສະໜູນຟິລິບປິນ ແບກຫາບບົດບາດເປັນຜູ້ປະສານງານສາຍພົວພັນອາຊຽນ-ຈີນໄລຍະ 2019-2021 ຢ່າງສຳເລັດຜົນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.