ແຂວງ ເງ້ອານ - ລາວ ແລກປ່ຽນບົດຮຽນໃນວຽກງານຖະແຫຼງຂ່າວການຕ່າງປະເທດ

08:58 | 09/06/2019

ຍສໝ - ເມື່ອມໍ່ໆມານີ້, ຄະນະໂຄສະນາສຶກສາແຂວງເງ້ອານ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນໃນວຽກງານຖະແຫຼງຂ່າວການຕ່າງປະເທດ ລະຫວ່າງ ແຂວງເງ້ອານ ກັບ ຊຸດບຳລຸງສ້າງວຽກງານການຕ່າງປະເທດ ສປປ ລາວ, ສະຖາບັນການເມືອງແຫ່ງຊາດ ໂຮ່ ຈີ໋ ມີງ.

ແຂວງ ເງ້ອານ - ລາວ ແລກປ່ຽນບົດຮຽນໃນວຽກງານຖະແຫຼງຂ່າວການຕ່າງປະເທດ

ບັນຍາກາດທີ່ກອງປະຊຸມ.(ພາບ:baonghean.vn)

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບວຽກງານຖະແຫຼງຂ່າວ, ໂຄສະນາການຕ່າງປະເທດ; ບົດຮຽນກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອໃນການເຊື່ອມໂຍງເຂົ້າກັບສາກົນ; ຈັດຕັ້ງບັນດາຮູບການພົວພັນຕ່າງປະເທດປະຊາຊົນ ແລະ ບົດຮຽນໃນການຄຸ້ມຄອງການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ; ບົດຮຽນໃນການໂຄສະນາມະຕິ, ຄໍາສັ່ງກ່ຽວກັບວຽກງານຖະແຫຼງຂ່າວການຕ່າງປະເທດ; ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂົງເຂດຖະແຫຼງຂ່າວການຕ່າງປະເທດ ແລະ ອື່ນໆ.

ແຂວງ ເງ້ອານ - ລາວ ແລກປ່ຽນບົດຮຽນໃນວຽກງານຖະແຫຼງຂ່າວການຕ່າງປະເທດ

ທ່ານນາງ ຫງວຽນ ທິ້ ທູ ເຮື່ອງ ກ່າວຄໍາເຫັນທີ່ກອງປະຊຸມ.(ພາບ:baonghean.vn)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນ ທິ້ ທູ ເຮື່ອງ, ຫົວໜ້າຄະນະໂຄສະນາສຶກສາແຂວງເງ້ອານ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແນວທາງແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບ ສປປ ລາວ, ແຂວງເງ້ອານ ໄດ້ຮັກສາ, ພັດທະນາສາຍພົວພັນຮ່ວມມືໃນຫຼາຍຂົງເຂດກັບບັນດາແຂວງຂອງລາວ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ