ຮອງນາຍົກລັດຖະມົນຕີ, ທ່ານ ຝ້າມ ບິ່ງ ມີງ ຕ້ອນຮັບ ເອກອັກຄະລັດຖະທູດປະເທດໄທ ປະຈຳຫວຽດນາມ ທ່ານ Tanee Sangrat

22:38 | 25/06/2019

ຍສໝ - ໃນຕອນບ່າຍວັນທີ 24 ມິຖຸນາ ຢູ່ສໍານັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ ຝ້າມ ບິ່ງ ມີງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດໄທປະຈໍາຫວຽດນາມ ທ່ານ Tanee Sangrat

ໃນການພົບປະເຈລະຈາ, ທ່ານ ຝ້າມ ບິ່ງ ມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕີລາຄາຢ່າງສູງຕໍ່ກັບ ການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ ໃນນັ້ນມີການພັດທະນາຢ່າງເຂັ້ມແຂງໃນທຸກຂົງເຂດ, ທ່ານຮອງນາຍົກຍັງໄດ້ສະເຫນີໃຫ້ສອງຝ່າຍສືບຕໍ່ດໍາເນີນກົນໄກຂອງການຮ່ວມມື, ໂດຍສະເພາະແມ່ນກອງປະຊຸມຄະນະລັດຖະສະພາສ່ວນລວມ, ຄະນະກໍາມະການປະສົມຮ່ວມມືສອງຝ່າຍ ແລະ ການປຶກສາຫາລືດ້ານການເມືອງ ລະຫວ່າງສອງກະຊວງການຕ່າງປະເທດ.

ຮອງນາຍົກລັດຖະມົນຕີ, ທ່ານ ຝ້າມ ບິ່ງ ມີງ ຕ້ອນຮັບ ເອກອັກຄະລັດຖະທູດປະເທດໄທ ປະຈຳຫວຽດນາມ ທ່ານ Tanee Sangrat

ທ່ານຮອງນາຍົກລັດຖະມົນຕີ ຝ້າມ ບິ່ງ ມີງ ແລະ ທ່ານເອກອັກຄະລັດຖະທູດໄທປະຈໍາຫວຽດນາມ ທ່ານ Tanee Sangrat ໃນການພົບປະເຈລະຈາ. (ພາບ: baoquocte)

ທ່ານຮອງນາຍົກລັດຖະມົນຕີ ຝ້າມ ບິ່ງ ມີງ ຊົມເຊີຍ ແລະ ສະຫນັບສະຫນູນບັນດາໂຄງການ ແລະ ກິດຈະກໍາ ໂດຍສະຖານທູດໄທ ຈັດຂຶ້ນໃນເວລາຕໍ່ມາ, ໂດຍສະເພາະແມ່ນໂຄງການທີ່ນໍາໃຊ້ທິດສະດີປັດຊະຍາເສດຖະກິດພຽງພໍ ຂອງກະສັດ Bhumibol Adulyadej ຢູ່ ແຂວງ ຖ້າຍ ຫງ່ວຽນ, ໂຄງການກໍ່ສ້າງໂຮງຫມໍສໍາລັບຜູ້ທຸກຍາກ ຢູ່ ເມືອງ ເຫງ້ ອ່ານ, ງານເທດສະການບຸນປະເພນີຂອງຊາວໄທ (8/2019) ...

ທ່ານ Tanee Sangrat ສະແດງຄວາມຍິນດີ ໃນການຮ່ວມມືທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ ລະຫວ່າງ ສອງປະເທດ ເຊິ່ງໄດ້ຮັບຄວາມຜົນສຳເລັດໃນໄລຍະທີ່ຜ່ານມາ, ໂດຍສະເພາະໃນ 5 ເດືອນຕົ້ນປີ 2019, ມີນັກທ່ອງທ່ຽວໄທ ຈຳນວນ 216.000 ຄົນທີ່ມາຫວຽດນາມ, ເພີ່ມຂຶ້ນເກືອບ 50% ທຽບກັບໄລຍະດຽວກັນໃນປີ 2018.

ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ປະຈຸບັນປະເທດໄທເປັນປະເທດລົງທຶນຕ່າງປະເທດທີ່ໃຫຍ່ລຳດັບທີ່ 8 ໃນປະເທດຫວຽດນາມ ແລະ ການລົງທຶນຂອງໄທໃນປະເທດຫວຽດນາມຈະສືບຕໍ່ເພີ່ມຂື້ນໃນອະນາຄົດ ດ້ວຍໂຄງການຂອງ SCG, Thaibev, Amata ...

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.