ນາຍົກ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍ-ເລສເຕ

11:14 | 07/06/2019

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ດິໂອນິຊິໂອ ດາ ຄອສຕາ ບາໂບ ໂຊອາເຣສ (Dionisio da Costa Babo Soares), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມດ້ວຍຄະນະ ໃນວັນທີ 6 ມິຖຸນານີ້ ທີ່ສຳນັກງານນາຍົກລັດຖະມົນຕີ.

ນາຍົກ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍ-ເລສເຕ

ທ່ານ ທອງລຸນ ສີສຸລິດ ແລະ ທ່ານ Dionisio da Costa Babo Soares.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານລັດຖະມົນຕີ ດິໂອນິຊິໂອ ດາ ຄອສຕາ ບາໂບ ໂຊອາເຣສ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມທາງການ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ ແລະ ຕີມໍ-ເລສເຕ ໃຫ້ໄດ້ຮັບການຮັດແໜ້ນ ແລະ ຂະຫຍາຍຕົວກວ່າເກົ່າ; ຕີລາຄາສູງຕໍ່ສາຍພົວພັນທາງດ້ານການທູດ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 29 ກໍລະກົດ 2002 ເປັນຕົ້ນມາ, ສະແດງຄວາມຊົມເຊີຍ ຕີມໍ-ເລສເຕ ໃນໂອກາດຄົບຮອບ 20 ປີ ແຫ່ງການລົງປະຊາມະຕິ ຂອງປະຊາຊົນ ຕີມໍ-ເລສເຕ ໃນທ້າຍ ເດືອນສິງຫາ ຈະມານີ້, ຊຶ່ງເປັນການສະແດງໃຫ້ເຫັນເຖິງການຕັດສິນໃຈຂອງປະຊາຊົນຕີມໍ-ເລສເຕ ທົ່ວປະເທດກ່ຽວກັບຊາຕາກໍາ ແລະ ອະນາຄົດຂອງຕົນ.

ຕະຫຼອດໄລຍະ 20 ປີທີ່ຜ່ານມາ, ເຫັນໄດ້ວ່າ ຕີມໍ-ເລສເຕ ໄດ້ມີຄວາມພະຍາຍາມ ແລະ ໄດ້ຮັບຜົນສໍາເລັດເປັນກ້າວໆ ໃນການພັດທະນາເສດຖະກິດ-ສັງຄົມ, ສາມາດພັດທະນາຊັບພະຍາກອນມະນຸດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນໄດ້ພໍສົມຄວນ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ໄດ້ຝາກຄວາມຢື້ຢາມຖາມຂ່າວ ໄປຍັງ ທ່ານ ຕາອູ ມາຕານ ຣູອັກ (Taur Matan Ruak), ນາຍົກລັດຖະມົນຕີ ແຫ່ງ ຕີມໍ- ເລສເຕ ແລະ ສະແດງຄວາມ ຂອບໃຈຕໍ່ການເຊື້ອເຊີນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 20 ປີ ແຫ່ງວັນລົງປະຊາມະຕິ (Popular Consultation Day), ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາ ຊົນ ຕີມໍ-ເລສເຕ ທີ່ໄດ້ໃຫ້ການຊ່ວຍເຫຼືອມອບເງິນ ຈຳນວນ 750.000 ໂດລາ ສະຫະລັດ ໃຫ້ແກ່ຜູ້ປະສົບໄພນຳ້ຖ້ວມທາງພາກໃຕ້ຂອງລາວ ຊຶ່ງເປັນການປະກອບສ່ວນອັນສຳຄັນໃນການຟື້ນຟູ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາ ຊົນ ທີ່ໄດ້ຮັບຜົນກະທົບໃນເຂດ ດັ່ງກ່າວ.

ທ່ານ ດັກອິນ ອຸນສະເຕນ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສະແດງຄວາມຂອບໃຈຕໍ່ ສປປ ລາວ ໃນການປຶກສາຫາລືການສະໝັກເຂົ້າເປັນສະມາຊິກອາຊຽນ ຂອງຕີມໍ-ເລສເຕ ແລະ ສະແດງຄວາມຍິນດີຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ໃຫ້ນັບມື້ມີບາດກ້າວອັນໃໝ່. ໃນວັນດຽວກັນນີ້, ທີ່ສະພາແຫ່ງຊາດ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ກໍໄດ້ຕ້ອນຮັບຄະນະຜູ້ແທນດັ່ງກ່າວເຊັ່ນດຽວກັນ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.