ເວທີປາໄສວິສາຫະກິດ ອີຕາລີ - ອາຊຽນຄັ້ງນີ້ ມີຈຸດປະສົງ ຮ່ວມມືເພື່ອພ້ອມກັນບັນລຸຜົນສຳເລັດ ແລະ ພ້ອມກັນພັດທະນາໃຫ້ເຕີບໃຫຍ່ເຂັ້ມແຂງ.
ເຫດການໄດ້ຈັດຂື້ນເນື່ອງໃນໂອກາດການ ທີ່ທາ່ນນາຍົກລັດຖະມົນຕີ Giuseppe Conte ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງ ໂດຍມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ ດິ່ງ ຢຸ້ງ ພ້ອມກັບວິສາຫະກິດຫຼາຍກ່ວາ 300 ແຫ່ງ ມາຈາກ ອີຕາລີ, ພາກພື້ນອາຊຽນ ແລະ ວິສາຫະກິດຫວຽດນາມ ອີກກ່ວາ 150 ແຫ່ງ.
![]() |
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte ໃນກອງປະຊຸມ. (ພາບ: TTXVN)
ກ່າວຄຳເຫັນໃນເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ຍ້ອງຍໍຊົມເຊີຍບັນດາວິສາຫະກິດ ອີຕາລີ ທີ່ໄດ້ເດີນທາງມາເຂົ້າຮ່ວມເວທີປາໄສຢູ່ ຫວຽດນາມ ແລະ ຕີລາຄາສູງ ຄວາມໄວ້ເນື້ອເຊື່ອໃຈ ແລະ ການເລືອກຫວຽດນາມ ຂອງບັນດາວິສາຫະກິດ ອີຕາລີ , ເນັ້ນໜັກເຖິງຄວາມໝາຍຂອງເວທີປາໄສ ຍ້ອນມີການເຂົ້າຮ່ວມ ຂອງບັນດາທ່ານນາຍົກລັດຖະມົນຕີ ແລະ ທ່ານຮອງນາຍົກລັດຖະມົນຕີຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸກ ໄດ້ຢັ້ງຢືນວ່າ: ສິ່ງນີ້ສະແດງໃຫ້ເຫັນການສະໜັບສະໜູນ, ຕີລາຄາສູງຂອງລັດຖະບານ ຫວຽດນາມ ທີ່ມີຕໍ່ການຮ່ວມມືຂອງລັດຖະບານ ອີຕາລີ, ບັນດາວິສາຫະກິດ ອີຕາລີ, ອາຊຽນ ກັບ ຫວຽດນາມ. ທ່ານຍັງມີຄວາມປາດຖະໜາວ່າ ບັນດາວິສາຫະກິດ ອີຕາລີ ຈະເລືອກເອົາຫວຽດນາມ ເມື່ອຫັນທິດມາທາງຕາເວັນອອກ ແລະ ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນ, ທ່າແຮງທີ່ເປັນເອກະລັກສະເພາະຂອງຫວຽດນາມ - ປະເທດທີ່ມີຈຳນວນພົນລະເມືອງເກືອບ 100 ລ້ານຄົນ ເຊິ່ງພວມໄດ້ຮັບການພັດທະນາຢ່າງແຂ່ງຂັນ, ເປັນສະມາຊິກທີ່ຕັ້ງໜ້າຂອງປະຊາຄົມ ອາຊຽນ ດ້ວຍຂະໜາດ GDP ເກືອບ 3.000 ຕື້ USD
![]() |
ທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte ກ່າວຄຳປາໄສ. (ພາບ: TTXVN)
ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດ ອາຊຽນ, ອີຕາລີ ແລະ ຫວຽດນາມ ຈົ່ງຮ່ວມມືເພື່ອຮ່ວມກັນບັນລຸຜົນສຳເລັດ ແລະ ພັດທະນາໃຫ້ເຕີບໃຫຍ່ເຂັ້ມແຂງ.
(ຄຳຮຸ່ງ)