ຄະນະຜູ້ແທນຫ້ອງການກະຊວງການຕ່າງປະເທດລາວ ຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ

08:41 | 15/05/2019

ຍສໝ - ໃນຕອນບ່າຍຂອງວັນທີ 13 ພຶດສະພາ, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຫ້ອງການກະຊວງການຕ່າງປະເທດລາວ ນໍາໂດຍທ່ານ ໂພໄຊ ໄຂຄຳພິທູນ ຫົວໜ້າຫ້ອງການກະຊວງການຕ່າງປະເທດລາວ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 12-14 ພຶດສະພາ.

ຄະນະຜູ້ແທນຫ້ອງການກະຊວງການຕ່າງປະເທດລາວ ຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ

ທ່ານ ຫງວຽນກວກຢູງ ແລະ ທ່ານ ໂພໄຊ ໄຂຄຳພິທູນ.(ພາບ: baoquocte.vn)

ທີ່ການຕ້ອນຮັບ, ທ່ານ ຫງວຽນກວກຢູງ ຊົມເຊີຍການເຄື່ອນໄຫວແລກປ່ຽນ, ພົບປະແລກປ່ຽນ ແລະ ແບ່ງປັນບົດຮຽນເຊິ່ງກັນ ແລະກັນລະຫວ່າງບັນດາຫົວໜ່ວຍຂອງສອງກະຊວງການຕ່າງປະເທດຫວຽດນາມ-ລາວ, ພິເສດແມ່ນລະຫວ່າງສອງຫ້ອງການກະຊວງການຕ່າງປະເທດ ແລະ ບັນດາພະນັກງານໜຸ່ມ, ເພື່ອສືບຕໍ່ສືບທອດມູນເຊື້ອຂອງນໍ້າໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ.

ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການຜັນຂະຫຍາຍວຽກງານວິຊາສະເພາະຂອງຫ້ອງການສອງກະຊວງການຕ່າງປະເທດ, ສ້າງຂະແໜງການ, ກໍ່ສ້າງພະນັກງານ; ສະເໜີມາດຕະການເພື່ອເພີ່ມທະວີການຮ່ວມມືສົມທົບກັນລະຫວ່າງສອງກະຊວງການຕ່າງປະເທດກວ່າອີກ ແນໃສ່ປະກອບສ່ວນເຂົ້າໃນທ່າພັດທະນາຢ່າງແຮງຂອງການພົວພັນສອງປະເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.