ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບ ຮອງປະທານທະນາຄານພັດທະນາອາຊີ

19:34 | 03/07/2019

ຍສໝ - ໃນຕອນບ່າຍຂອງວັນທີ 2 ກໍລະກົດ 2019, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມ ບິ່ງ ມິງ ໄດ້ໃຫ້ການຕ້ອນຮັບ ທ່ານຮອງປະທານທະນາຄານພັດທະນາອາຊີ Ahmed Saeed.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບ ຮອງປະທານທະນາຄານພັດທະນາອາຊີ

ທ່ານ ຟ້າມ ບິ່ງ ມິງ ຕ້ອນຮັບ ທ່ານ Ahmed Saeed. (ພາບ: VGP)

ທີ່ການຕ້ອນຮັບ, ທ່ານ ຟ້າມ ບິ່ງ ມິງ ໄດ້ຢັ້ງຢືນວ່າ: ຫວຽດນາມເຫັນສຳຄັນຕໍ່ການພົວພັນກັບທະນາຄານພັດທະນາອາຊີ, ຊຶ່ງແມ່ນບັນດານັກອຸປະຖຳແຖວໜ້າໃນການໜູນຊ່ວຍດ້ານທຶນຮອນ, ສົ່ງເສີມດ້ານເຕັກນິກແລະໃຫ້ຄຳປຶກສາ. ພ້ອມທັງສະເໜີໃຫ້ ທະນາຄານພັດທະນາອາຊີສືບຕໍ່ອຳນວຍຄວາມສະດວກໃຫ້ ຫວຽດນາມ ໃນການເຂົ້າເຖິງກັບບັນດາແຫຼ່ງທຶນ ODA ໃຫ້ຫຼາຍກວ່າອີກ ຫຼື ສົມທົບລະຫວ່າງທຶນກູ້ຢືມກັບແຫຼ່ງທຶນຊ່ວຍເຫຼືອ ເພື່ອແນໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍໃນການກູ້ຢືມ, ຮັບປະກັນຄວາມປອດໄພຂອງຫນີ້ສາທາລະນະ.

ທີ່ການຕ້ອນຮັບ, ທ່ານ Ahmed Saeed ກໍ່ຖື ຫວຽດນາມແມ່ນໜຶ່ງໃນແບບຢ່າງໃນການນຳໃຊ້ທຶນ ODA ເພື່ອສາມາດແບ່ງປັນກັບປະເທດອື່ນໆ ແລະ ຢັ້ງຢືນວ່າຈະສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບຫວຽດນາມເພື່ອຮັກສາສະຖຽນລະພາບ, ການພັດທະນາແບບຍືນຍົງຂອງພື້ນຖານເສດຖະກິດຫວຽດນາມ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.