ຮອງລັດຖະມົນຕີ ຫງວຽນ ກວກ ຢຸ້ງ ຕ້ອນຮັບຄະນະກົມການຂ່າວ, ກະຊວງການຕ່າງປະເທດ ລາວ

16:06 | 05/07/2019

ຍສໝ - ໃນຕອນເຊົ້າ ວັນທີ 4 ກໍລະກົດ, ທ່ານຫົວໜ້າກົມການຂ່າວລາວ - ບົວແກ້ວ ພູມວົງໄຊ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກ ນຳທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນ ກວກ ຢຸ້ງ.

ໃນພິທີດັ່ງກ່າວ, ທ່ານຮອງລັດຖະມົນຕີ ຫງວຽນ ກວກ ຢຸ້ງ ໄດ້ສະແດງຄວາມດີໃຈ ທີ່ບັນດາຫນ່ວຍງານໃນກົມການຂ່າວຂອງກະຊວງການຕ່າງປະເທດສອງຝ່າຍ ໄດ້ປະຕິບັດໜັງສືສັນຍາທີ່ດີ ໃນການເພີ່ມທະວີການຮ່ວມມືລະຫວ່າງສອງກະຊວງເພື່ອຮຽນຮູ້ຮ່ວມກັນ ແລະ ປັບປຸງວິຊາສະເພາະ. ເຫຼົ່ານີ້ແມ່ນຫຼັກຖານທີ່ແທ້ຈິງ ສໍາລັບການຮ່ວມມືຢ່າງໃກ້ຊິດລະຫວ່າງກະຊວງການຕ່າງປະເທດເວົ້າສະເພາະ ກໍ່ຄື ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ອ້າຍນ້ອງເວົ້າລວມ.

ຮອງລັດຖະມົນຕີ ຫງວຽນ ກວກ ຢຸ້ງ ຕ້ອນຮັບຄະນະກົມການຂ່າວ, ກະຊວງການຕ່າງປະເທດ ລາວ

ທ່ານຮອງລັດຖະມົນຕີ ຫງວຽນ ກວກ ຢຸ້ງ ແລະ ທ່ານຫົວໜ້າກົມການຂ່າວລາວ ບົວແກ້ວ ພູມວົງໄຊ. (ພາບ: baoquocte)

ທ່ານຮອງລັດຖະມົນຕີ ຫງວຽນ ກວກ ຢຸ້ງ ຕີລາຄາສູງການສືບຕໍ່ກົນໄກການປຶກສາຫາລືປະຈໍາປີຂອງກົມການຂ່າວ, ກະຊວງການຕ່າງປະເທດ ຫວຽດນາມ - ລາວ, ກ່າວວ່ານີ້ຈະເປັນພື້ນຖານທີ່ດີສໍາລັບສອງຝ່າຍເພື່ອເພີ່ມທະວີການຮ່ວມມື ແລະ ແລກປ່ຽນປະສົບການໃນຫນັງສືພິມຕ່າງປະເທດ. ທ່ານ ບົວແກ້ວ ພູມວົງໄຊ - ຫົວໜ້າກົມການຂ່າວ ລາວ ຂອບໃຈກັບກະຊວງການຕ່າງປະເທດຂອງຫວຽດນາມທີ່ໄດ້ເຊື້ອເຊີນໃຫ້ຄະນະຜູ້ແທນມາປຶກສາຫາລື ແລະ ທາບທາມບັນດາປະສົບການໃນວຽກງານຂໍ້ມູນຂ່າວສານຕ່າງປະເທດ. ທ່ານ ບົວແກ້ວ ພູມວົງໄຊ ຕີລາຄາສູງບັນດາຂໍ້ມູນຂ່າວສານທີ່ມີປະໂຫຍດ ແລະ ປະສົບການທີ່ດີ ທີ່ ພະແນກຂໍ້ມູນຂ່າວສານ ແລະ ສື່ມວນຊົນ, ກະຊວງການຕ່າງປະເທດຂອງຫວຽດນາມໄດ້ແບ່ງປັນ ໃນກອງປະຊຸມ, ໂດຍສະເພາະໃນດ້ານການໂຄສະນາ ແລະ ເຄືອຂ່າຍອິນເຕີເນັດສັງຄົມກ່ຽວກັບ ຂໍ້ມູນຂ່າວສານຕ່າງປະເທດໃນສະພາບການໃໝ່ປະຈຸບັນນີ້.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.