ຍສໝ-ຫວ່າງແລ້ວນີ້, ທີ່ນະຄອນ ດົງເຮີຍ, ຄະນະຜູ້ແທນຊາຍແດນສອງແຂວງ ກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ໄດ້ດຳເນີນການພົບປະເຈລະຈາ ແລະ ເຊັນບົດບັນທຶກຮ່ວມມື. ຜ່ານນັ້ນ, ກໍປະກອບສ່ວນເຂົ້າໃນການປົກປັກຮັກສາ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງແຂວງ ກວາງບິ່ງ ແລະ ແຂວງສະຫວັນນະເຂດ.
ຍສໝ - ຫວຽດນາມ-ລາວ ເຫັນດີເປັນເອກະພາບບັນດາເນື້ອໃນຊຸກຍູ້ການຮ່ວມມື ພັດທະນາລະຫວ່າງຂະແໜງອຸດສາຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ສອງປະເທດ.
ຍສໝ-ໂດຍການສືບທອດມູນເຊື້ອມິດຕະພາບອັນດີງາມ ທີ່ໄດ້ສ້າງໃນຕະຫຼອດ 60 ປີຜ່ານມາ, ມີຫຼາຍຮູບແບບ, ວິທີເຮັດທີ່ດີ, ຮັດແໜ້ນຄວາມສາມັກຄີ ແລະ ພ້ອມກັນຮ່ວມມືເພື່ອພັດທະນາຮ່ວມກັນ, ເປັນແບບຢ່າງຄືຮູບແບບແຮກສ່ຽວບ້ານ-ບ້ານ ລະຫວ່າງ 10 ແຂວງຂອງລາວທີ່ມີຊາຍແດນຮ່ວມກັບ 10 ແຂວງຂອງຫວຽດນາມ.
ຍສໝ - ສະຫາຍ ພົນໂທ ເລືອງດິ່ງຮົ່ງ ໃຫ້ຮູ້ວ່າ ບັນດາ ວິທະຍາຄານ, ໂຮງຮຽນຂອງກອງທັບປະຊາຊົນຫວຽດນາມ ເອກອ້າງທະນົງໃຈ ເມື່ອພັກ, ລັດ ແລະ ກອງທັນປະຊາຊົນລາວ ເຊື່ອໝັ້ນ, ສົ່ງບັນດາພະນັກງານ, ນັກຮົບທີ່ດີເດັ່ນມາກໍ່ສ້າງ, ບໍາລຸງສ້າງຢູ່ບັນດາຮາກຖານກໍ່ສ້າງຂອງຕົນ.
ການສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ໃນປີນີ້ຢັ້ງຢືນຂີດໝາຍປະຫວັດສາດຫຼາຍຢ່າງ. ເປັນຄັ້ງທຳອິດ, ຍອດວົງເງິນການຄ້າລື່ນກາຍ 700 ຕື້ USD. ໃນນັ້ນ ມີ 35 ຂະແໜງບັນລຸມູນຄ່າການສົ່ງອອກ 1 ຕື້ກ່ວາ USD ແລະ 8 ຂະແໜງລື່ນກາຍຕົວເລກ 10 ຕື້ USD.
ຍສໝ-ການກາຍເປັນສະມາຊິກຂອງສະຫະພັນມະຫາສະໝຸດທົ່ວໂລກ (GOA) ໄດ້ຊ່ວຍໃຫ້ ຫວຽດນາມ ເພີ່ມທະວີການພົວພັນຄູ່ຮ່ວມມືກັບບັນດາປະເທດ, ຍົກສູງທີ່ຕັ້ງຂອງຕົນໃນການອະນຸລັກຮັກສາຊີວະນາໆພັນໃນທົ່ວໂລກ.
ຍສໝ-ງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ແມ່ນເຫດການສຳຄັນໃນຊີວິດຄວາມເຊື່ອຖືຂອງຊາວຫວຽດນາມຢູ່ຕ່າງປະເທດ.
ຍສໝ - ຕາມທ່ານປະທານສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດ ຫງວຽນຕ໋ວນຟອງ ແລ້ວ, ປະຈຸບັນ, ການພົວພັນແລກປ່ຽນ ແລະ ການຮ່ວມມືລະຫວ່າງສະມາຄົມມິດຕະພາບ ເບລາຣຸດ - ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດ ໄດ້ຮັບການຮັກສາເປັນປະຈຳ ບົນພື້ນຖານສາມັກຄີ.
ຍສໝ - ທ່ານເອກອັກຄະລັດຖະທູດ Azerbaijani ປະຈຳ ຫວຽດນາມ Shovgi Mehdizade ໃຫ້ຮູ້ວ່າ: ປີ 2022 ແມ່ນປີສຳຄັນທີ່ສອງປະເທດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ມີຫຼາຍເຫດການໄດ້ຈັດຂຶ້ນໃນໂອກາດສຳຄັນນີ້, ໃນນັ້ນແມ່ນ ການແຂ່ງຂັນໝາກຮຸກມິດຕະພາບຈັດຕັ້ງໂດຍສະຖານທູດ Azerbaijan ສົມທົບກັບສະຫະພັນໝາກຮຸກ Azerbaijan ແລະ ສະຫະພັນໝາກຮຸກຫວຽດນາມ.
ຕາມນັ້ນແລ້ວ, ໂຄງການມີຍອດຈຳນວນເງິນລົງທຶນເກືອບ 8,5 ລ້ານ USD, ໃນນັ້ນ 7,7 ລ້ານ USD ໄດ້ຄັດຈາກແຫຼ່ງທຶນຊ່ວຍເຫຼືອລ້າ ODA ຂອງລັດຖະບານ ສ.ເກົາຫຼີ ຜ່ານ KOICA.
ບົດຂຽນໄດ້ຢືນຢັນວ່າ ການຢ້ຽມຢາມທາງລັດຖະກິດຢູ່ອິນໂດເນເຊຍຂອງທ່ານປະທານປະເທດ ຫງວຽນຊວນຟຸກ ແມ່ນຂີດໝາຍໃໝ່ໃນ 67 ປີແຫ່ງການພົວພັນ ສອງຝ່າຍ.
ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ຢືນຢັນວ່າ ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ແມ່ນແບບຢ່າງສຳເລັດຜົນ ບົນພື້ນຖານຄວາມຈິງໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຄວາມຂະຫຍັນຂັນເຄື່ອນ, ມີໄຫວພິບ, ຍືນຍົງໃນການຮ່ວມມືດ້ານເສດຖະກິດ; ແລະ ຄວາມສະໜິດຕິດພັນຢ່າງເລິກເຊິ່ງໃນການພົບປະແລກປ່ຽນປະຊາຊົນ, ໃນນັ້ນມີການປະກອບສ່ວນສຳຄັນຂອງການທູດປະຊາຊົນ, ພິເສດແມ່ນປະຊາຄົມວິສາຫະກິດຂອງສອງປະເທດ.
ການນຳທັງສອງທ່ານ ເປັນເອກະສັນກັນເພີ່ມທະວີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ: ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ ແລະ ຄວາມຕ້ອງການໃຫ້ມີປະສິດທິຜົນ
ຍສໝ - ພາຍຫຼັງ 2 ປີແຫ່ງການຢຸດສະຫງັກ ຍ້ອນໂລກລະບາດ Covid – 19, ໃນປີ 2022 ການທ່ອງທ່ຽວຫວຽດນາມ ໄດ້ກັບຄືນມາເປັນໜ້າປະທັບໃຈ, ດ້ວຍນັກທ່ອງທ່ຽວພາຍໃນປະເທດ ຈຳນວນ 96,3 ລ້ານເທື່ອຄົນພາຍຫຼັງ 11 ເດືອນ, ລື່ນກາຍການຄາດຄະເນ. ແຕ່ວ່າ ຂະແໜງການນີ້ ຍັງມີວຽກງານຫຼາຍຢ່າງທີ່ຈະເຮັດໃນປີ 2023 ແລະ ໃນຫຼາຍປີຕໍ່ໜ້າ ເພື່ອຈະບັນລຸເປົ້າໝາຍຟື້ນຟູຢ່າງເຕັມທີ່ໃນປີ 2025 ຄືໃນໄລຍະກ່ອນການແຜ່ລະບາດຂອງພະຍາດ.
ສະມາຊິກສະພາແຫ່ງຊາດລາວ ໃຫ້ຮູ້ວ່າ: ຫວຽດນາມ ມີບົດຮຽນໃນການຄຸ້ມຄອງອັດຕາແລກປ່ຽນ ແລະ ໄພເງິນເຟີ້, ເນັ້ນໜັກວ່າ: “ຫວຽດນາມ ໄດ້ປະຕິບັດຢ່າງດີເລີດໃນການຮັບມືກັບອັດຕາເງິນເຟີ້ໃນລະດັບສູງທີ່ສຸດຢູ່ ຫວຽດນາມ ເປັນສາມຕົວເລກຫ່າງຈາກນີ້ 2 ທົດສະວັດ".
ໂດຍສະແດງຄວາມປິຕິຊົມຊື່ນເມື່ອເຂົ້າຮ່ວມພິທີວາງສີລາລຶກ ໂຄງການອຸດສາຫະກໍາ ບົກຊິດ-ອາລູມີນາ, ທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງເຊກອງ ໄດ້ຊົມເຊີຍ ແລະ ສະແດງຄວາມຍິນດີນຳນັກລົງທຶນທີ່ໄດ້ກະກຽມບັນດາວຽກງານຕາມແຜນການທີ່ໄດ້ວາງອອກເປັນຢ່າງດີ.
ໂດຍມຸ່ງໄປສູ່ຂີດໝາຍ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1973-2023), ການຮ່ວມມືລະຫວ່າງສອງປະເທດບັນລຸໄດ້ຫຼາຍໝາກຜົນທີ່ສຳຄັນ ແລະໃກ້ຊິດກວ່າເວລາໃດໝົດ” ທ່ານເອກອັກຄະລັດຖະທູດຜູ້ມີອໍານາດ ເຕັມແຫ່ງລາຊະອານາຈັກອັງກິດ ປະຈໍາຫວຽດນາມ Iain Frew ໃຫ້ຮູ້.
ຕອນບ່າຍວັນທີ 19 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ການນຳສະຖານທູດຫວຽດນາມ ປະຈຳລາວ ໄດ້ພົບປະ ແລະ ລະດົມກຳລັງໃຈບັນດາສະມາຊິກຂອງທິມບານເຕະຊາຍ ຫວຽດນາມ ກ່ອນເຂົ້າຮ່ວມນັດແຂ່ງຂັນສາຍ B, ຊິງແຊັມບານເຕະ ອາຊີຕາເວັນອອກສ່ຽງໃຕ້ (AFF Mitsubishi Electric Cup 2022).
ຕອນບ່າຍວັນທີ 20 ທັນວາ, ຄະນະຜູ້ຕາງໜ້າການນຳພັກ, ລັດ ແລະ ແນວໂຮມປະເທດຊາດຫວຽດນາມ ໂດຍທ່ານນາງ ບຸ່ຍທິມິນຮ່ວາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະມາຄົມສາສະໜາໂປແຕັສຕັງ ຫວຽດນາມ (ພາກເໜືອ) ແລະ ບາດຫຼວງ ບຸຍວັນສານ ປະທານສະມາຄົມ ຢູ່ຮ່າໂນ້ຍ.
ວິທະຍຸ Sputnik ໄດ້ຄັດສະເໜີບົດວິເຄາະຂອງທ່ານ ສາດສະດາຈານດ້ານເສດຖະກິດ Vladimir Mazyrin, ຜູ້ອຳນວຍການສູນກາງຄົ້ນຄວ້າ ຫວຽດນາມ ແລະ ອາຊຽນ ຂຶ້ນກັບສະຖາບັນສຶກສາຈີນ ແລະ ອາຊຽນ ທັນສະໄໝ, ໄດ້ຕີລາຄາພື້ນຖານເສດຖະກິດຫວຽດນາມ ໃນປີ 2022 ໄດ້ບັນທຶກຕົວເລກສະແດງຢ່າງຕັ້ງໜ້າ, ສະແດງໃຫ້ເຫັນຄວາມສາມາດຮັກສາສະຖຽນລະພາບ ແລະ ພັດທະນາ ໃນສະພາບການຂອງວິກິດການທີ່ທັບຊ້ອນກັນ.