ຫວຽດນາມ, ລາວ, ກຳປູເຈຍ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນສະພາບການເສດຖະກິດດີຈີຕອນ

16:57 | 21/09/2023

ຍສໝ - ວັນ​ທີ 20 ກັນຍາ​ນີ້, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ (VASS) ​ໄດ້​ເປັນ​ກຳກັບບັນຊາ ​ແລະ ສົມທົບ​ກັບ​ສະ​ຖາ​ບັນ​ວິທະຍາສາດ​ເສດຖະກິດ ​ແລະ ສັງຄົມ​ແຫ່ງ​ຊາດ​ລາວ (LASES) ​ແລະ ສະພາ​ບັນດິດ​ລາຊະ​ອານາຈັກ​ກຳປູ​ເຈຍ (RAC) ຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ​ກັບ. ຫົວ​ຂໍ້: “ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ການ​ລົງ​ທຶນ​ລະ​ຫວ່າງ​ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ດິ​ຈິ​ຕອນ”.

ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນ, ພັດທະນາພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ພົນລະເມືອງດີຈີຕອນ ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນ, ພັດທະນາພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ພົນລະເມືອງດີຈີຕອນ
ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າໃນການເຂົ້າຮ່ວມພື້ນຖານເສດຖະກິດດີຈີຕອນ ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າໃນການເຂົ້າຮ່ວມພື້ນຖານເສດຖະກິດດີຈີຕອນ

ວັນທີ 20 ກັນຍາ, ຢູ່ນະຄອນໂຮ່ຈິມິນ, ສະພາມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ (VASS) ໄດ້ສົມທົບກັບສະຖາບັນເສດຖະກິດ ແລະ ສັງຄົມແຫ່ງຊາດ ລາວ (LASES) ແລະ ສະພາມະຫາບັນດິດລາຊະອານາຈັກ ກຳປູເຈຍ (RAC) ຈັດກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ “ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ, ລາວ, ກຳປູເຈຍ ໃນສະພາບການດີຈີຕອນ”. ເຂົ້າຮ່ວມເຫດການນີ້, ມີຜູ້ແທນ 100 ກວ່າທ່ານທີ່ເປັນນັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງ, ອົງການການທູດຂອງ 3 ປະເທດ.

ຫວຽດນາມ, ລາວ, ກຳປູເຈຍ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນສະພາບການເສດຖະກິດດີຈີຕອນ

ຫວຽດນາມ, ລາວ, ກຳປູເຈຍ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນສະພາບການເສດຖະກິດດີຈີຕອນ

ກອງປະຊຸມໄດ້ສຸມໃສ່ເຮັດແຈ້ງ 3 ບັນຫາ, ລວມມີ: ທ່າອ່ຽງພັດທະນາເສດຖະກິດດີຈີຕອນ ແລະ ປະສົບການໃນການໝູນໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນການພັດທະນາການຄ້າ ແລະ ການລົງທຶນຢູ່ ຫວຽດນາມ, ລາວ, ກຳປູເຈຍ; ກາລະໂອກາດ ແລະ ສິ່ງທ້າທາຍຈາກຂະບວນການຫັນເປັນດີຈີຕອນ ຕະຫຼອດຮອດເລື່ອງຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 3 ປະເທດ; ບັນດາມາດຕະການແກ້ໄຂເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ ໃນພື້ນຖານເສດຖະກິດດີຈີຕອນ.

ຕາມບັນດານັກວິທະຍາສາດແລ້ວ, ເພື່ອຊຸກຍູ້ການພັດທະນາເສດຖະກິດດີຈີຕອນໃນໄລຍະຈະມາເຖິງ, 3 ປະເທດຕ້ອງສ້າງ ແລະ ປັບປຸງສະພາບແວດລ້ອມດ້ານລະບອບລະບຽບການໃຫ້ສົມບູນແບບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໄລຍະເຊື່ອມໂຍງເຂົ້າກັບສາກົນ ໃນເງື່ອນໄຂເສດຖະກິດດີຈີຕອນ; ສົ່ງເສີມ, ສ້າງເງື່ອນໄຂສະດວກ ແລະ ໜູນຊ່ວຍບັນດາວິສາຫະກິດເລີ່ມດຳເນີນທຸລະກິດ, ນະວັດຕະກຳ... ລັດຖະບານຕ້ອງສ້າງພື້ນຖານໂຄງລ່າງດ້ານເຕັກນິກດີຈີຕອນ ເພື່ອໃຫ້ບັນດາວິສາຫະກິດເຊື່ອມໂຍງ ແລະ ກຳແໜ້ນທ່າອ່ຽງ, ທ່າແຮງຂອງຍຸກສະໄໝເສດຖະກິດດີຈີຕອນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.