ແລກປ່ຽນປະສົບການໃນຂົງເຂດຊົນເຜົ່າ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ

16:28 | 22/09/2023

ຍສໝ - ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຫວຽດ​ນາມຂອງ​ຄະ​ນະ​ປະຕິບັດງານ​​ກຳ​ມາທິ​ການບັນດາເຜົ່າ ​ສະພາແຫ່ງ​ຊາດ​ລາວ (20 – 25/9/2023), ຕອນ​ບ່າຍ​ວັນ​ທີ 21 ກັນຍາ, ຢູ່​ທີ່ຫໍ​ສະ​ພາ​ແຫ່ງ​ຊາດ ຫວຍດນາມ, ສະ​ພາຊົນຊາດຫວຽດ​ນາມ ໄດ້ສົມທົບ​ກັບ​ກຳ​ມາທິ​ການບັນດາເຜົ່າ ​ສະພາແຫ່ງ​ຊາດ​ລາວ ຈັດ​ກອງປະຊຸມສຳມະນາແລກປ່ຽນ​ບົດຮຽນ​ລະຫວ່າງ 2 ອົງການ ​ເພື່ອແນໃສ່ເປັນເສນາທິການກໍ່ສ້າງ, ຕິດຕາມກວດກາ, ປະຕິບັດ​ບັນດາ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ, ກໍ່ສ້າງ​ຊົນນະບົດ​ໃໝ່, ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ ​ແລະ ອະນຸລັກ, ເສີມຂະຫຍາຍບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

ອາຊຽນ ໃຫ້ຄຳໝັ້ນສັນຍາ ຈະບັນລຸເປົ້າໝາຍພັດທະນາແບບຍືນຍົງ ອາຊຽນ ໃຫ້ຄຳໝັ້ນສັນຍາ ຈະບັນລຸເປົ້າໝາຍພັດທະນາແບບຍືນຍົງ
ສະມາຊິກລັດຖະສະພາໜຸ່ມໝັ້ນໝາຍການກະທຳຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ສະມາຊິກລັດຖະສະພາໜຸ່ມໝັ້ນໝາຍການກະທຳຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ

ທ່ານ​ປະທານ​ສະພາ​ຊົນຊາດ ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ Y Thanh Ha Nie Kdam ​ແລະ ທ່ານປະທານຄະກຳ​ມາທິ​ການບັນດາເຜົ່າ ​ສະພາແຫ່ງ​ຊາດ​ລາວ ຄຳ​ຈັນ ​ໂສຕາ​ປະ​ເສີດ ​ເປັນ​ປະທານຮ່ວມກອງປະຊຸມ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານປະທານກຳ​ມາທິ​ການບັນດາເຜົ່າ ​ສະພາແຫ່ງ​ຊາດ​ລາວ ຄຳຈັນ ໂສຕາປະເສີດ ຖື​ວ່າ: ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໄດ້​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ອັນ​ດີ​ງາມ ແລະ ມູນເຊື້ອປະ​ຫວັດ​ສາດ​ອັນ​ຍາວ​ນານ​ລະ​ຫວ່າງ​ສອງ​ປະ​ເທດ ​ຫວຽດ​ນາມ - ລາວ ໃຫ້​ນັບ​ມື້​ນັບເຂົ້າສູ່ລວງ​ເລິກ​​.

ຜ່ານ​ການ​ປຶກສາ​ຫາລື, ບັນດາ​ຜູ້​ແທນ​ເນັ້ນ​ໜັກ​ວ່າ: ບັນດາ​ນະ​ໂຍບາຍ​ສຳລັບ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ສອງ​ປະ​ເທດ​ແມ່ນ​ໄດ້ຮັບຄວາມ​ສົນ​ໃຈ​ຈາກພັກ ​ແລະ ລັດ, ພິ​ເສດ​ແມ່ນ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ພັດທະນາ​ເສດຖະກິດ - ສັງຄົມ, ປົວແປງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ບັນດາ​ເຜົ່າ ​ແລະ ​ເຂດພໍ່ແມ່ປະຊາຊົນຊາວ​ເຜົ່າ​ສ່ວນ​ໜ້ອຍ, ເຂດພູດອຍ. ສະພາ​ຊົນ​ຊາດ ​ສະພາ​ແຫ່ງ​ຊາດຫວຽດນາມ ​ແລະ ກຳ​ມາທິ​ການບັນດາເຜົ່າ ​ສະພາແຫ່ງ​ຊາດ​ລາວ ​ໄດ້​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ໃນ​ການ​ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ, ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ວຽກ​ງານ​ເສນາທິການ​ກໍ່ສ້າງ, ກວດກາ ​ແລະ ​ວຽກ​ງານຕິດຕາມ​ກວດກາຮັບປະກັນນະ​ໂຍບາຍ​ຊົນ​ເຜົ່າ​ໃນ 3 ​ໂຄງການເປົ້າໝາຍ​ແຫ່ງ​ຊາດ, ​ໄດ້​ມີ​ຂໍ້​ສະ​ເໜີ​ແນະທີ່​ຕິດແທດກັບ​ສະພາບ​ຕົວ​ຈິງ.

ແລກປ່ຽນປະສົບການໃນຂົງເຂດຊົນເຜົ່າ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ
ບັນດາຜູ້ແທນຖ່າຍຮູບລວມ ພາບ: ເວີນດຽບ/TTXVN

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນອກຈາກ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ແລ້ວ, ວຽກ​ງານ​ຊົນ​ເຜົ່າ​ຂອງ​ແຕ່ລະ​ປະ​ເທດ​ຍັງ​ມີ​ຂໍ້​ຈຳກັດ​ໃດໜຶ່ງທີ່​ແນ່ນອນ. ຊີວິດ​ການ​ເປັນ​ຢູ່​ຂອງ​ບາງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ທັງ​ສອງ​ປະ​ເທດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ອັດຕາສ່ວນ​ຄອບ​ຄົວ​ທຸກ​ຍາກ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຍັງ​ສູງ, ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຍັງ​ບໍ່ທັນໝັ້ນຄົງ​. ໝາກຜົນ​ຂອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຍັງ​ບໍ່​ທັນ​ສະໝ່ຳສະ​ເໝີ​​ຢູ່​ບາງ​ບ່ອນ, ມີຄວາມແຕກໂຕນ​ກັນກ່ຽວກັບ​ໄລຍະຫ່າງລະຫວ່າງ​ຄົນ​ຮັ່ງມີ ​ແລະ ຄົນ​ທຸກ​ລະຫວ່າງບັນດາ​ເຂດ. ວຽກ​ງານ​ປົກ​ປັກອະນຸລັກ​ຮັກສາ ​ແລະ ​ ເສີມຂະຫຍາຍສີສັນສະເພາະ​ຂອງ​ບັນດາຊົນ​ເຜົ່າ​ສ່ວນ​ໜ້ອຍ​ຍັງປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ມີໄພຄວາມສ່ຽງຄ່ອຍໆສູູນຫາຍໄປ.

ສະຫຼຸບກອງປະຊຸມສຳມະນາ, ທ່ານ​ປະທານ​ສະພາ​ຊົນຊາດ Y Thanh Hà Niê Kđăm ​ເນັ້ນ​ໜັກ​ວ່າ ການ​ເຂົ້າ​ຮ່ວມ ​ແລະ ປະກອບ​ຄຳ​ເຫັນ​ຢ່າງ​ຕັ້ງໜ້າ​ຂອງບັນດາ​ຜູ້​ແທນ ​ໄດ້​ສືບ​ຕໍ່​ຢືນຢັນ​ທີ່​ຕັ້ງ, ບົດບາດ, ຖານະ​ຂອງ​ອົງການ​ບັນດາ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ລາວ ​ໃນ​ການ​ປະຕິບັດບັນດາໜ້າທີ່ເປັນເສນາທິການ​ໃຫ້ເເກ່ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ; ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈລວມ​ຂອງ​ສອງ​ອົງການ​ໃນ​ການ​ເພີ່ມ​ທະວີ​ການ​ກວດກາ ​ແລະ ຕິດຕາມ​ກວດກາ​ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ນະ​ໂຍບາຍ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ບັນດາ​ຊົນ​ເຜົ່າ​ຂອງ​ແຕ່ລະ​ປະ​ເທດ. ໝາກຜົນ​ຂອງ​ກອງປະຊຸມສຳມະນາ​ສືບ​ຕໍ່​ຢືນຢັນ​ຄວາມ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ດ້ວຍ​ນ້ຳໃຈຕິດພັນກັນ ​ແລະ ​ແບ່ງປັນລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ.

ດີງເລື້ອງ

302 Found

Found

The document has moved here.