ຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຂອງລາວ

21:50 | 21/09/2023

ຍສໝ - ຕອນບ່າຍວັນທີ 20 ກັນຍາ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຍດນາມ ຫງວຽນຟູ໋ຈ້ອງ ໄດ້ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດວຽກງານ.

ເປີດຕົວປຶ້ມ 60 ປີແຫ່ງການພົວພັນທາງການທູດລາວ-ຫວຽດນາມ ເປີດຕົວປຶ້ມ 60 ປີແຫ່ງການພົວພັນທາງການທູດລາວ-ຫວຽດນາມ
ຫວຽດນາມ, ລາວ, ກຳປູເຈຍ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນສະພາບການເສດຖະກິດດີຈີຕອນ ຫວຽດນາມ, ລາວ, ກຳປູເຈຍ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນສະພາບການເສດຖະກິດດີຈີຕອນ

ທີ່​ການ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ ​ທ່ານ​ເອກ​ອັກຄະ​ລັດຖະທູດ​ໃນ​ການ​ປະຕິບັດ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ການ​ນຳ​ຂັ້ນ​ສູງ, ຊຸກຍູ້​ການ​ຜັນຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ສອງ​ພັກ ​ແລະ ສອງລັດຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ໃຫ້ນັບ​ມື້​ນັບ​ພັດທະນາ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ​ພາລະກິດແຫ່ງການປ່ຽນແປງໃໝ່ຂອງ​ລາວ, ​ພ້ອມກັນນັ້ນ ກໍ່​ເຊື່ອ​ໝັ້ນ​ວ່າ ພາຍໃຕ້ການນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ສປປ ລາວ ຈະ​ສືບ​ຕໍ່​ໄດ້​ຮັບ​ບັນດາ​ຜົນງານ​ໃໝ່ ​ແລະ ​ໃຫຍ່​ຫຼວງ​ກວ່າອີກ​.

ຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຂອງລາວ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວປະຈໍາ ສສ ຫວຽດນາມ (ພາບ: TTXVN)

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແສງ​ເພັດ ຮຸ່ງ​ບຸນຍວງ ໄດ້ສະແດງ​ຄວາມຂອບ​ໃຈການ​ສະໜັບສະໜູນ ແລະ ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງທີ່​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ມອບ​ໃຫ້​ລາວ ນັບແຕ່ກ່ອນ​ມາ​ຮອດ​ປະ​ຈຸ​ບັນ, ພ້ອມ​ທັງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້ ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສຳເລັດໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.