ວິສາຫະກິດ​ລາວ ​ແລະ ​ໄທ ມີ​ຄວາມ​ສົນ​ໃຈໃນການ​ລົງທຶນ​ການທ່ອງ​ທ່ຽວ​ທາງ​ທະ​ເລ​ຢູ່​ກວາງ​ຈີ ສສ ຫວຽດນາມ

21:51 | 21/09/2023

ທຸລະກິດ​ລາວ ​ແລະ ​ໄທ ມີ​ຄວາມ​ສົນ​ໃຈ ໃນການ​ລົງທຶນ​ ການທ່ອງ​ທ່ຽວ​ທາງ​ທະ​ເລ​ຢູ່​ກວາງ​ຈີ ສສ ຫວຽດນາມ

ຫວຽດ​ນາມ - ຈຸດ​ຫມາຍ​ປາຍ​ທາງທີ່ນິຍົມຂອງ​ນັກ​ທ່ອງ​ທ່ຽວ​ໄທ ຫວຽດ​ນາມ - ຈຸດ​ຫມາຍ​ປາຍ​ທາງທີ່ນິຍົມຂອງ​ນັກ​ທ່ອງ​ທ່ຽວ​ໄທ
​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ ຈຳນວນ 300 ຮ້​ານ​ຢູ່​ງານ​ຕະຫຼາດ​ນັດ​ສາ​ກົນ​ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ກາ​ນ​ລົງ​ທຶນ​ແລວ ​ເສດ​ຖະ​ກິດ​ຕ​າ​ເວັນ​ອອກ​ຕາ​ເວັນ​ຕົກ ດ່າ​ນັ້ງ 2023 ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ ຈຳນວນ 300 ຮ້​ານ​ຢູ່​ງານ​ຕະຫຼາດ​ນັດ​ສາ​ກົນ​ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ກາ​ນ​ລົງ​ທຶນ​ແລວ ​ເສດ​ຖະ​ກິດ​ຕ​າ​ເວັນ​ອອກ​ຕາ​ເວັນ​ຕົກ ດ່າ​ນັ້ງ 2023

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ​ທ່ານ ຮວ່າງນາມ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ໃຫ້ຮູ້ວ່າ: ​ແລວເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ ມີ​ບົດບາດ​ສຳຄັນ​ໃນແຜນ​ຍຸດ​ທະ​ສາດ​ເຊື່ອມ​ຕໍ່ບັນດາ​ທ້ອງຖິ່ນ​ຂອງ 4 ປະ​ເທດທີ່​ມີ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ. ລັດຖະບານຂອງບັນດາປະເທດ ໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ ໄດ້ເອົາໃຈໃສ່ເຖິງຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນດ້ານເສດຖະກິດ, ວັດທະນະທຳ, ໂດຍສະເພາະແມ່ນການຖືການພັດທະນາດ້ານການຄ້າ, ການບໍລິການ, ການທ່ອງທ່ຽວ ເປັນກຳລັງໜູນ, ທັງເປັນເປົ້າໝາຍຍຸດທະສາດການພັດທະນາ.

ຕາມທ່ານ ​ຮວ່າງ​ນາມ ແລ້ວ​, ນອກຈາກ​ບັນດາ​ໝາກຜົນ​ທີ່ບົນລຸໄດ້​ແລ້ວນັ້ນ, ການ​ຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ​ບົນແລວ​ເສດຖະກິດ​ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ, ການ​ຮ່ວມ​ມື ​ແລະ ການຮ່ວມສຳພັນ​ລະຫວ່າງ​ບັນດາ​ຫົວໜ່ວຍ, ບໍລິສັດ​ທ່ອງ​ທ່ຽວຂອງກວາງ​ຈີ ກັບ​ລາວ ​ແລະ ​ໄທແລ້ວ ແມ່ນຍັງ​ບໍ່​ທັນ​ສົມ​ກັບ​ບັນດາຄວາມສາມາດບົ່ມຊ້ອນ, ​ທ່າແຮງດ້ານການທ່ອງທ່ຽວຂອງແຕ່ລະທ້ອງຖິ່ນ ແລະ ແຕ່ລະຂົງເຂດ. ການ​ຮ່ວມ​ມື ​ແລະ ການຮ່ວມສຳພັນ​ດ້ານ​ການທ່ອງທ່ຽວ ​ເບິ່ງຄືວ່າ​ຖືກຂາດຕອນເກືອບ 3 ປີ ໃນໄລຍະ​ຖືກ​ຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ-19.

Đảo Cồn Cỏ của Quảng Trị (Ảnh minh họa)

Đảo Cồn Cỏ của Quảng Trị (Ảnh minh họa)

ເກາະ ໂກນກໍ ຂອງກວາງຈີ (ພາບປະກອບ)

ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ​ລະຫວ່າງແຂວງກວາງ​ຈີ ກັບ ລາວ ​ແລະ ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ໄທ, ທ່ານ ຮວ່າງ​ນາມ ໄດ້ສະ​ເໜີ​ໃຫ້​ສະມາຄົມການ​ທ່ອງ​ທ່ຽວບັນດາ​ແຂວງ​ໃນ​ລາວ ​ແລະ ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ໄທ ​ເອົາ​ໃຈ​ໃສ່ ​ແລະ ເຊື່ອມຕໍ່​ກັບ​ນັກ​ທ່ອງ​ທ່ຽວ​ເຂົ້າມາທ່ຽວທະ​ເລ ​ແລະ ບັນດາແຫຼ່ງທ່ອງທ່ຽວທີ່ມີສື່ສຽງຂອງແຂວງກວາງຈິ.

ທີ່​ກອງ​ປະຊຸມສຳມະນາ, ຜູ້ຕາງໜ້າ​ສະມາຄົມການ​ທ່ອງ​ທ່ຽວ​ແຂວງກວາງ​ຈີ ​ໄດ້​ແບ່ງປັນ ​ແລະ ​ແນະນຳ​ກ່ຽວກັບຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ບັນດາ​ປາຍທາງ​ໃນບໍລິເວນ​ແຂວງ, ​ໂດຍ​ສະ​ເພາະ​ແມ່ນແນະນຳ​ບາງ​ລາຍການ​ທ່ອງ​ທ່ຽວ “ລົງຕົວຈິງການ​ທ່ອງທ່ຽວທະເລ ກວາງ​ຈີ” ​ສອງວັນໃນທ້າຍອາທິດ ຫຼື ລາຍການທ່ອງທ່ຽວ “3 ວັນ 2 ຄືນ” ​ເພື່ອ​ໂຄສະນາເຜີຍແຜ່ແລະ ​ເຊື່ອມຕໍ່​ກັບ​ວິສາຫະກິດ​ລາວ ​ແລະ ​ໄທ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ເຂົ້າມາທ່ອງທ່ຽວ.

ຄະນະ​ຈັດ​ຕັ້ງ​ ​ໄດ້​ເຊື້ອ​ເຊີນ​ຜູ້ຕາງໜ້າວິສາຫະກິດ​ທ່ອງ​ທ່ຽວ​ລາວ ​ແລະ ​ໄທ ​ໄປ​ສຳ​ຫຼວດຄວາມເປັນໄປໄດ້ ​ແລະ ມີຄວາມປາດຖະໜາ, ສະເໜີ, ປະກອບ​ຄຳ​ເຫັນ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ການຫັນເປັນຫຼາກ​ຫຼາຍ​ຂອງ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ແຂວງກວາງ​ຈີ ຫາກໍ່ນຳເຂົ້າຜັນຂະຫຍາຍ​.

​ໃນ​​ກອງ​ປະຊຸມດັ່ງກ່າວ, ເພື່ອກ້າວໄປສູ່ການ​ຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ​ ລະຫວ່າງ​ແຂວງກວາງ​ຈິ ກັບ​ບັນດາ​ແຂວງ, ນະຄອນ​ຂອງ​ລາວ ​ແລະ ​ໄທ, ສູນ​ການສົ່ງເສີມການ​ລົງທຶນ, ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ, ສະມາຄົມການທ່ອງທ່ຽວແຂວງກວາງຈິ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອສົ່ງເສີມ ແລະ ເຊື່ອມຕໍ່ການທ່ອງທ່ຽວກັບສະມາຄົມການທ່ອງທ່ຽວ, ການຄ້າ ແລະ ອຸດສາຫະກຳ ພາກຕາເວັນອອກສຽງເໜືອຂອງໄທ ແລະ ສະມາຄົມການທ່ອງທ່ຽວແຂວງສະຫວັນນະເຂດ.

ຄະນະ​ຈັດ​ຕັ້ງ ​ໄດ້​ຈັດການ​ວາງສະ​ແດງ ​ແລະ ແນະນຳ​ບັນດາ​ຜະລິດ​ຕະພັນ OCOP ​ທີ່ເປັນເອກະລັກ​ຂອງ​ແຂວງ ກວາງ​ຈີ; ບັນດາລາຍການທ່ອງທ່ຽວ, ພ້ອມກັບບັນດານະໂຍບາຍຫຼຸດລາຄາຂອງບັນດາຮາກຖານດຳເນີນທຸລະກິດເພື່ອດຶງດູດເອົາລູກຄ້າ.

ອານຸໄຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.