ລະດັບການເຕີບໂຕເສດຖະກິດຫວຽດນາມ ຈະບັນລຸ 5,8%ໃນປີ 2023

11:48 | 22/09/2023

ຍສໝ - ການເຕີບໂຕ ເສດຖະກິດຂອງ ສສ ຫວຽດນາມ ຈະມີການເຕີບໂຕ ລະດັບ 5,8% ໃນປີ 2023 ແລະ 6% ໃນປີ 2024, ຫລຸດລົງໜ້ອຍໜຶ່ງ ເມື່ອທຽບໃສ່ກັບ ການຄາດຄະເນ ເມື່ອເດືອນ ເມສາແມ່ນ 6,5% ແລະ 6,8%.

ນັກຊ່ຽວຊານເຢຍລະມັນ: ມີຄວາມເຊື່ອໝັ້ນໃນແງ່ດີກ່ຽວກັບເສດຖະກິດຫວຽດນາມ ນັກຊ່ຽວຊານເຢຍລະມັນ: ມີຄວາມເຊື່ອໝັ້ນໃນແງ່ດີກ່ຽວກັບເສດຖະກິດຫວຽດນາມ
ທະນາຄານໂລກ ຄາດຄະເນວ່າ ໃນປີນີ້ ເສດຖະກິດຫວຽດນາມ ຈະເຕີບໂຕໃນລະດັບ 6,3% ທະນາຄານໂລກ ຄາດຄະເນວ່າ ໃນປີນີ້ ເສດຖະກິດຫວຽດນາມ ຈະເຕີບໂຕໃນລະດັບ 6,3%

ຕາມຂ່າວຈາກ ວິທະຍຸສາກົນ ຫວຽດນາມ, ການເຕີບໂຕ ເສດຖະກິດຂອງ ສສ ຫວຽດນາມ ຈະມີການເຕີບໂຕ ລະດັບ 5,8% ໃນປີ 2023 ແລະ 6% ໃນປີ 2024, ຫລຸດລົງໜ້ອຍໜຶ່ງ ເມື່ອທຽບໃສ່ກັບ ການຄາດຄະເນ ເມື່ອເດືອນ ເມສາແມ່ນ 6,5% ແລະ 6,8%. ໃນຂະນະນັ້ນ, ບັນດາ ການຄາດຄະເນ ກ່ຽວກັບ ໄພເງິນເຟີ້ ໄດ້ຮັບການດັດປັບ ຫລຸດລົງແຕ່ 4,5% ລົງເຫລືອ 3,8% ໃນປີ 2023 ແລະ ຈາກ 4,2% ລົງເຫລືອ 4% ໃນປີ 2024.

ນີ້ແມ່ນເນື້ອໃນ ທີ່ໄດ້ເຕື້ອງເຖິງ ໃນບົດລາຍງານ ແງ່ຫວັງ ພັດທະນາ ອາຊີ (ADO) ໂດຍທະນາຄານ ພັດທະນາ ອາຊີ (ADB) ປະກາດໃນການຖະແຫລງຂ່າວ ທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 27 ກັນຍາ ຢູ່ຮ່າໂນ້ຍ. ບົດລາຍງານຂອງ ADB ຍົກໃຫ້ເຫັນບັນດາປັດໄຈ ຕົ້ນຕໍ່ທີ່ສົ່ງ ຜົນກະທົບຕໍ່ ພື້ນຖານເສດຖະກິດ ຫວຽດນາມ, ລວມມີ: ສະພາບການ ເສດຖະກິດທົ່ວໂລກ ຖືກຊຸດໂຊມ, ການຮັດແໜ້ນ ເງິນຕາ ຢູ່ບາງປະເທດ ພັດທະນາ ແລະ ການຂາດວັກ ຂາດຕອນຍ້ອນຄວາມເຄັ່ງຕຶງ ດ້ານພູມສາດ ການເມືອງ ໃນທົ່ວໂລກ ເພີ່ມຂຶ້ນ. ເຖິງຢ່າງໃດກໍ່ຕາມ.

ລະດັບການເຕີບໂຕເສດຖະກິດຫວຽດນາມ ຈະບັນລຸ 5,8%ໃນປີ 2023

ຂະນະທີ່ ທ່ານ ຊານຕານູ ຊາກຣາບໍຣຕີ(Shantanu Chakraborty), ຜູ້ອຳນວຍການ ແຫ່ງຊາດ ຂອງ ADB ປະຈຳ ຫວຽດນາມ ໄດ້ກ່າວເນັ້ນວ່າ: ພື້ນຖານເສດຖະກິດ ຫວຽດນາມ ຄາດວ່າ ຈະມີການຟື້ນຟູ ໂດຍໄວໃນອະນາຄົດໃກ້ໆນີ້ ຍ້ອນການບໍລິໂພກ ຢູ່ພາຍໃນປະເທດ ເພີ່ມຂຶ້ນຢ່າງແຮງ, ໄພເງິນເຟີ້ ໄດ້ຮັບການໜູນຊ່ວຍ ຢູ່ລະດັບພໍດີ, ການເພີ່ມຄວາມໄວ ໃນການປ່ອຍເງິນ ລົງທຶນ ພາກລັດ ແລະ ການປະຕິຮູບການເຄື່ອນໄຫວ ດ້ານການຄ້າ. ການເຕີບໂຕ ເສດຖະກິດ ມີຄວາມສາມາດ ຟື້ນຟູ ໃນສະພາບການປະສົບກັບ ສິ່ງທ້າຍນາໆ ປະການ. ດັ່ງນັ້ນ, ແງ່ຫວັງ ມີຄວາມປະເອີບໃຈ ພໍສົມຄວນ. ເສດຖະກິດ ຍັງມີການພັດທະນາ ໃນລະດັບ 5,8–6%, ແຕ່ຕ້ອງມີຄວາມລະມັດລະວັງ ຕໍ່ບັນດາຄວາມສ່ຽງ ທີ່ເກີດຂຶ້ນໃນປັດຈຸບັນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.