ຫວຽດນາມ ສະໜັບສະໜູນລາວ ໃນການດຳລົງຕຳແໜ່ງບົດບາດປະທານອາຊຽນ

21:06 | 21/09/2023

ຍສໝ - ວັນ​ທີ 20 ກັນຍາ (ຕາມ​ເວລາ​ນິວຢອກ, ອາ​ເມ​ລິ​ກາ), ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມປຶກສາຫາລືລວມຂັ້ນສູງ​​ຂອງ​ສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານ​ລັດຖະມົນຕີ​ການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດປະເທດລາວ ສະເຫຼີມໄຊ ກົມມະສິດ.

ອາຊຽນ ໃຫ້ຄຳໝັ້ນສັນຍາ ຈະບັນລຸເປົ້າໝາຍພັດທະນາແບບຍືນຍົງ ອາຊຽນ ໃຫ້ຄຳໝັ້ນສັນຍາ ຈະບັນລຸເປົ້າໝາຍພັດທະນາແບບຍືນຍົງ
ກອງປະຊຸມລັດຖະມົນຕີຂໍ້ມູນຂ່າວສານອາຊຽນ: “ການສື່ສານ: ຈາກຂໍ້ມູນຂ່າວສານໄປສູ່ຄວາມຮູ້ເພື່ອອາຊຽນຢືດຢຸ່ນ ແລະ ເໝາະສົມ” ກອງປະຊຸມລັດຖະມົນຕີຂໍ້ມູນຂ່າວສານອາຊຽນ: “ການສື່ສານ: ຈາກຂໍ້ມູນຂ່າວສານໄປສູ່ຄວາມຮູ້ເພື່ອອາຊຽນຢືດຢຸ່ນ ແລະ ເໝາະສົມ”

ທີ່ການພົບ​ປະ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ທ່ານ​ລັດ​ຖະ​ມົນ​ຕີການຕ່າງປະເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ໄດ້​ຕີ​ລາ​ຄາ​ສູງ​ການ​ພັດ​ທະ​ນາ​ອັນ​ດີ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ, ພິ​ເສດ​ແມ່ນ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ການ​ພົວ​ພັນ​ລະ​ດັບ​ສູງກໍ່ຄືການ​ຊຸກ​ຍູ້​ການຈັດຕັ້ງ​ປະ​ຕິ​ບັດບັນດາ​ໂຄງການ​ຮ່ວມ​ມືຈຸດສຸມ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ຫວຽດນາມ ສະໜັບສະໜູນລາວ ໃນການດຳລົງຕຳແໜ່ງບົດບາດປະທານອາຊຽນ
ຕອນເຊົ້າວັນທີ 20 ກັນຍາ, ຢູ່ນະຄອນນິວຢອກ, ອາເມລິກາ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ. (ພາບ: ກະຊວງການຕ່າງປະເທດ)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດລາວ ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ສຳເລັດຜົນ​ຂອງ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂອງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ການ​ພົບປະ​ລະ​ຫວ່າງ​ການ​ນຳ 3 ຝ່າຍ​ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເມື່ອ​ວັນ​ທີ 6 ກັນຍາ ທີ່ຜ່ານ​ມາ​ຢູ່ ຮ່າໂນ້ຍ.

2 ຝ່າຍເປັນເອກະສັນກັນຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ກະກຽມໃຫ້ບັນດາການເຄື່ອນໄຫວຂັ້ນສູງໃນບັນດາຊ່ອງທາງຂອງພັກ ແລະ ລັດຖະບານ ກໍ່ຄືບັນດາກົນໄກຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ ແລະ ບັນດາໂຄງການຮ່ວມມືຫຼາຍຢ່າງລະຫວ່າງ 2 ປະເທດໃຫ້ເປັນຢ່າງດີ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ.

ທ່ານ​ລັດຖະມົນຕີ ບຸ່ຍ​ແທງ​ເຊີນ ຢືນຢັນ​ວ່າ ຫວຽດນາມ ສະໜັບສະໜູນ ​ແລະ ​ຈະມານະພະຍາຍາມໜູນ​ຊ່ວຍ​ປະເທດລາວ ​ເພື່ອດຳລົງບົດບາດ​ເປັນ​ປະທານ​ອາ​ຊຽນ ​ໃນ​ປີ 2024 ໃຫ້ເປັນຢ່າງດີ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.