ກອງ​ກຳລັງ​ຮັກສາ​ສັນຕິພາບ​ຫວຽດນາມ ປະຕິບັດ​ການ​ຕອບ​ສະໜອງ​ສະພາບ​ການ​ສຸກ​ເສີນ

16:53 | 22/09/2023

ຍສໝ - ກໍາລັງ​ທີ່​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ສະຖານະ​ການ: ກອງ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮັບ​ບາດ​ເຈັບ​ຈາກ​ລະ​ເບີດ​ໃນ​ລະຫວ່າງ​ປະຕິບັດ​ໜ້າ​ທີ່.

ຫວຽດນາມ - ລາວ ຮັກສາ ແລະ ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ ຫວຽດນາມ - ລາວ ຮັກສາ ແລະ ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ
ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ມານະ​ພະຍາຍາມ​ ​ປະກອບສ່ວນ​ເພື່ອ​ສັນຕິພາບ ຢ່າງ​ມີ​ປະສິດທິ​ຜົນ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ມານະ​ພະຍາຍາມ​ ​ປະກອບສ່ວນ​ເພື່ອ​ສັນຕິພາບ ຢ່າງ​ມີ​ປະສິດທິ​ຜົນ

ຜົນສຳເລັດຂອງກິດຈະກຳ ໄດ້ປະກອບສ່ວນຢັ້ງຢືນບົດບາດ, ຄວາມຮັບຜິດຊອບຂອງ ຫວຽດນາມ ແລະ ປະເທດເຈົ້າພາບຮ່ວມ ຍີ່ປຸ່ນ ທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການຍົກສູງປະສິດທິຜົນເມື່ອເຂົ້າຮ່ວມການຮັກສາສັນຕິພາບ ສປຊ ຂອງບັນດາປະເທດສະມາຊິກ ກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຮອບວຽນທີ 4 ໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ (ADMM+).

ກອງ​ກຳລັງ​ຮັກສາ​ສັນຕິພາບ​ຫວຽດນາມ ປະຕິບັດ​ການ​ຕອບ​ສະໜອງ​ສະພາບ​ການ​ສຸກ​ເສີນ

ວັນທີ 20 ກັນຍາ, ຢູ່ເຂດສະໜາມຝຶກຊ້ອມ ກອງພັນ 31, ຂຶ້ນກັບ ກອງພົນນ້ອຍ 28, ເຫຼົ່າທັບປ້ອງກັນອາກາດ, ກອງທັບປະຊາຊົນ ຫວຽດນາມ ແລະ ບັນດາປະເທດ ໄດ້ສະແດງການປະຕິບັດຂັ້ນຕອນ ປະສານສົມທົບ ນັກສັງເກດການທະຫານ - ຊ່າງແສງ - ເສນາຮັກ ຜັນຂະຫຍາຍການປະຕິບັດໜ້າທີ່ ຢູ່ ຄະນະຮັກສາສັນຕິພາບ ສປຊ ທີ່ຖືກບາດເຈັບ, ຍ້ອນພົບວັດຖຸລະເບີດໃນໄລຍະປະຕິບັດໜ້າທີ່. ນີ້ແມ່ນກິດຈະກຳໜຶ່ງໃນລາຍການຕີລາຄາກຳລັງຄວາມສາມາດ (CEPPP) ສຳລັບກຳລັງກະກຽມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງ ກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຮອບວຽນທີ 4.

ຕາມທ່ານພົນໂທ ຟຸ່ງສີເຕິນ, ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຫົວໜ້າຄະນະຊີ້ນຳ CEPPP 2023 ແລ້ວ, ການສະແດງຂອງນັກຮົບຜ່ານວິວັດການປະຕິບັດກໍລະນີ ແລະ ຜົນສຳເລັດຂອງການຊ້ອມຮົບ ແມ່ນພະຍານຫຼັກຖານຊີ້ໃຫ້ເຫັນຄວາມມານະພະຍາຍາມຂອງບັນດາກຳລັງທັງໝົດ. ຜົນສຳເລັດຂອງກິດຈະກຳ ໄດ້ປະກອບສ່ວນຢັ້ງຢືນບົດບາດ, ຄວາມຮັບຜິດຊອບຂອງ ຫວຽດນາມ ແລະ ປະເທດເຈົ້າພາບຮ່ວມ ຍີ່ປຸ່ນ ທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການຍົກສູງປະສິດທິຜົນເມື່ອເຂົ້າຮ່ວມການຮັກສາສັນຕິພາບ ສປຊ ຂອງບັນດາປະເທດສະມາຊິກ ກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຮອບວຽນທີ 4 ໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ (ADMM+).

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.