ທ່ານເອກອັກຄະລັດຖະທູດລາວ ມາຢ້ຽມຢາມທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສິ້ນສຸດການເຮັດວຽກຢູ່ຫວຽດນາມ

15:25 | 21/09/2023

ຍສໝ - ໃນຕອນບ່າຍວັນທີ 20 ກັນຍາ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນເຮືອງ - ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ມາເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານຢູ່ ຫວຽດນາມ.

ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ
ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ ປະຈໍາ ຫວຽດນາມ ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ ປະຈໍາ ຫວຽດນາມ
ທ່ານເອກອັກຄະລັດຖະທູດລາວ ມາຢ້ຽມຢາມທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສິ້ນສຸດການເຮັດວຽກຢູ່ຫວຽດນາມ

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງບັນດາ ການປະກອບສ່ວນຂອງເອກອັກຄະລັດຖະທູດໃນການຜັນຂະຫຍາຍບັນດາວຽກງານການຕ່າງປະເທດຂອງການນຳຂັ້ນສູງ, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງ ລະຫວ່າງ 2 ພັກ ແລະ 2 ປະເທດຢ່າງມີປະສິດທິຜົນ; ທ່ານເລຂາທິການໃຫຍ່ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປັບປຸງການພົວພັນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ 2 ປະເທດໃຫ້ເລິກເຊິ່ງ, ແທດຈິງ ແລະ ບັນລຸປະສິດທິຜົນກວ່າເກົ່າ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຂອງ ລາວ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາ ຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນ ລາວ ຈະສືບຕໍ່ຍາດໄດ້ຜົນງານໃໝ່ຢ່າງໃຫຍ່ຫຼວງກວ່າອີກ.

ສ່ວນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ເນັ້ນໜັກເຖິງ ຄວາມສຳຄັນຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ ແລະ ຢືນຢັນວ່າ ບໍ່ວ່າຈະດຳລົງຕຳແໜ່ງໃດກໍ່ຕາມ ທ່ານກໍ່ຈະສືບຕໍ່ມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັດແໜ້ນສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ຂຽວສົດງົດງາມຕະຫຼອດໄປ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.