ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສະພາແຫ່ງຊາດ 2 ປະເທດ ຫວຽດນາມ ແລະ ລາວ

09:02 | 22/09/2023

ຍສໝ - ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ລາວ ​ເຊື່ອ​ໝັ້ນ​ວ່າ: ບັນດາການ​ພົບ​ປະ​ເຮັດການ​ຂອງ​ຄະນະ​ຜູ້​ແທນ​ລາວ​ຢູ່​ຫວຽດນາມ ຈະ​ປະກອບສ່ວນເຂົ້າໃນ​ການ​ເພີ່ມພູນຄູນສ້າງ​ຄວາມ​ສາມັກຄີ ແລະ ສາຍ​ພົວພັນ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ຈະ​ຂຽວສົດງົດງາມ​ຕະຫຼອດ​ໄປ.

ການພົບປະເຈລະຈາ ລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກ 2 ປະເທດຫວຽດນາມ ແລະ ລາວ ການພົບປະເຈລະຈາ ລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກ 2 ປະເທດຫວຽດນາມ ແລະ ລາວ
ສະຫະລັດອາເມຣິກາ ສະໜັບສະໜູນ ປະເທດຫວຽດນາມ ເອກະລາດ ແລະ ວັດທະນາຖາວອນ ສະຫະລັດອາເມຣິກາ ສະໜັບສະໜູນ ປະເທດຫວຽດນາມ ເອກະລາດ ແລະ ວັດທະນາຖາວອນ

ຕອນ​ເຊົ້າ​ວັນ​ທີ 21 ກັນຍາ, ຢູ່​ທີ່​ຫໍ​ສະພາ​ແຫ່ງ​ຊາດ ຫວຽດນາມ, ທ່ານ​​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຄັກດີ້ງ ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​​ກຳມາທິການ​ບັນດາ​ເຜົ່າ ​​ສະພາ​ແຫ່ງ​ຊາດ​ລາວ ​ໂດຍ​ທ່ານ​ປະທານກຳມາທິການບັນດາ​ເຜົ່າ ຄຳ​ຈັນ ໂສຕາປະ​ເສີດ ນຳ​ໜ້າ.

ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສະພາແຫ່ງຊາດ 2 ປະເທດ ຫວຽດນາມ ແລະ ລາວ
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຄັກ​ດິ້ງ ແລະ ​ທ່ານ​ປະທານກຳມາທິການບັນດາ​ເຜົ່າ ຄຳ​ຈັນ ໂສຕາປະ​ເສີດ.

ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຄັກດີ້ງ ໄດ້ສະແດງຄວາມດີໃຈທີ່ເຫັນການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ ຫວຽດນາມ - ລາວ ນັບ​ມື້​ນັບ​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ດີງາມ.

ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ສະມາຊິກລັດຖະ​ສະພາ​ໜຸ່ມ​ທົ່ວ​ໂລກ​ ຄັ້ງ​ທີ 9 ແລະ ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ຫຼາຍ​ສະພາ​ແຫ່ງ​ຊາດ/ລັດຖະສະພາໃນ​ໂລກ​ວ່າ ​ບັນລຸ​ໄດ້​ຜົນສຳ​ເລັດ​ທີ່​ບໍ່​ຄາດ​ຄິດ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ຂອງ​ຄະນະ​ຜູ້ແທນສະພາແຫ່ງຊາດໜຸ່ມຂອງລາວ.

ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ 2 ປະ​ເທດ ​ແລະ ບັນດາ​ກຳມາທິການ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ສືບ​ຕໍ່​ສົມທົບ​ກັນ​ຕິດຕາມ​ກວດກາ, ຊຸກຍູ້​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ພື້ນຖານເສດຖະກິດ; ສົມທົບ​ກັນ​ແກ້​ໄຂ​ບັນດາຂໍ້​ຫຍຸ້ງຍາກ ​ແລະ ຄົງຄ້າງ, ຊອກ​ຫາ​ແຫຼ່ງທຶນ, ມຸ່ງໄປຕາມທິດທາງ​ໃໝ່ ​ແລະ ມີ​ປະສິດທິ​ຜົນ​ໃຫ້​ບັນດາ​ໂຄງການ​ຮ່ວມ​ມື, ພິ​ເສດ​ແມ່ນ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​.

​ທ່ານ​ປະທານກຳມາທິການບັນດາ​ເຜົ່າ ສະພາແຫ່ງຊາດລາວ ສະເໜີສະພາ​ແຫ່ງ​ຊາດ ຫວຽດນາມ ສືບ​ຕໍ່​ໜູນ​ຊ່ວຍ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ລາວ; ເຊື່ອໝັ້ນ ​ແລະ ຕັ້ງຫວັງວ່າ ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຢູ່ຫວຽດນາມ ຈະ​ບັນລຸ​ໄດ້​ບັນດາ​ໝາກຜົນ​ອັນ​ຕັ້ງໜ້າ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ ລາວ - ຫວຽດນາມ ​ໃຫ້​ຂຽວ​ສົດ​ງົດ​ງາມ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ.

ໂດຍສະແດງຄວາມຂອບ​ໃຈ​ຕໍ່ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນຄັກດີ້ງ ທີ່​ໄດ້​ສະຫຼະ​ເວ​ລາ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ, ​ທ່ານ​ປະທານກຳມາທິການບັນດາ​ເຜົ່າ ​​ສະ​ພາ​ແຫ່ງ​ຊາດ ລາວ ​ຄຳ​ຈັນ ໂສຕາປະ​ເສີດ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ທີ່​ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ.

ດີງເລື້ອງ

302 Found

Found

The document has moved here.