ເພີ່ມທະວີການພົບປະແລກປ່ຽນມິດຕະພາບ ຫວຽດນາມ-ຍີ່ປຸ່ນ

09:03 | 22/09/2023

“ຊຸກຍູ້​ການ​ຮ່ວມ​ມື ​ແລະ ການ​ແລກປ່ຽນ​ມິດຕະພາບ​ ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ”.

ການພົບປະແລກປ່ຽນມິດຕະພາບລະຫວ່າງ ຊາວໜຸ່ມດົງທາບ (ຫວຽດນາມ) ແລະ ແຂວງສາລະວັນ, ຈຳປາສັກ (ລາວ) ການພົບປະແລກປ່ຽນມິດຕະພາບລະຫວ່າງ ຊາວໜຸ່ມດົງທາບ (ຫວຽດນາມ) ແລະ ແຂວງສາລະວັນ, ຈຳປາສັກ (ລາວ)
ລາຍການພົບປະແລກປ່ຽນມິດຕະພາບ ຫວຽດນາມ-ຍີ່ປຸ່ນ ຢູ່ແຂວງດົ່ງນາຍ ລາຍການພົບປະແລກປ່ຽນມິດຕະພາບ ຫວຽດນາມ-ຍີ່ປຸ່ນ ຢູ່ແຂວງດົ່ງນາຍ

ກອງ​ປະຊຸມສຳມະນາແມ່ນ​ເພື່ອ​ແນ​ໃສ່ເພີ່ມທະວີ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ ​ແລະ ຍີ່ປຸ່ນ ຢ່າງ​ເລິກເຊິ່ງກວ້າງຂວາງ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ເຢືອງເຕິ້​ນຮ່ຽນ, ຮອງ​ປະທານຜູ້ປະຈໍາການ ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເກີນ​ເທີ ຢືນຢັນ​ວ່າ ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ​ໄດ້​ສືບຕໍ່ໄດ້ຮັບການປັບປຸງ ​ແລະ ​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ, ພິ​ເສດ​ແມ່ນ​ນັບ​ແຕ່​ສອງປະເທດ ​ຍົກ​ສູງ​ການ​ພົວພັນ​ທາງ​ການ​ທູດຂຶ້ນເປັນຄູ່ຮ່ວມມືທີ່ຮ່ວມ​ມືດ້ານ​ຍຸດ​ທະ​ສາດ ​ທີ່​ເລິກເຊິ່ງກວ້າງຂວາງ ​ເພື່ອ​ສັນຕິພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ ອາຊີ.

Lễ tiếp nhận thiết bị âm nhạc do Chính phủ Nhật Bản tài trợ cho Trường Cao đẳng Văn hóa Nghệ thuật Cần Thơ.

ພິທີ​ມອບ​ຮັບ​ອຸປະກອນ​ດົນຕີ ​ທີ່​ລັດຖະບານ​ຍີ່ປຸ່ນ​ ອຸປະຖຳໃຫ້​ໂຮງຮຽນວິທະຍາໄລ ວັດທະນະທຳສິລະ​ປະ ​ເກີນເທີ.

ປະຈຸ​ບັນ, ຍີ່ປຸ່ນ ​ແມ່ນປະເທດ​ທີ່​ສະໜອງ ODA ​ໃຫຍ່​ທີ່​ສຸດ, ​ແມ່ນ​ນັກ​ລົງທຶນໃຫຍ່​ທີ 2, ຄູ່​ຮ່ວມ​ມື​ຕົວ​ເມືອງ​ທີ 3 ​ແລະ ຄູ່​ຮ່ວມ​ມື​ການ​ຄ້າ​ສອງ​ຝ່າຍ​ທີ 4 ຂອງ ຫວຽດນາມ.

ຕາມສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ ຮອດ​ປີ 2023, ນະຄອນ​ເກີນ​ເທີ ໄດ້ມີ 6 ​ໂຄງການ FDI ຂອງ​ຍີ່ປຸ່ນ, ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ປະມານ 1,35 ຕື້ ໂດລາສະຫະລັດ. ນະຄອນ​ກໍ່​ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອ ODA ຈາກ​ລັດຖະບານ ຍີ່ປຸ່ນ ນັບ​ສິບ​ລ້ານ USD ຜ່ານ​ບັນດາ​ໂຄງການ​ຂະໜາດ​ໃຫຍ່​ຄື: ຂົວເກິນເທີ, ​ໂຮງ​ງານໄຟຟ້າຄວາມຮ້ອນ​ໂອໂມນ... ລວມທັງ​ເງິນ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ນັບ​ເປັນແສນໆໂດລາສະຫະລັດ, ການພັດທະນາຊຸມຊົນ ໂດຍຜ່ານທະນາຄານຮ່ວມມືສາກົນ ຍີ່ປຸ່ນ (JBIC), ອົງການການຮ່ວມມືສາກົນຍີ່ປຸ່ນ (JICA).

ທ່ານ ຮອງສາດສະດາຈານ.ປອ ເລຫ​ວຽດ​ຢຸ້ງ, ປະທານ​ສະມາຄົມ​ມິດຕະພາບ​ ຍີ່ປຸ່ນ - ຫວຽດນາມ ນະຄອນ​ເກີນ​ເທີ, ອາະດີດ​ຮອງ​ຜູ້ອຳນວຍການ​ມະຫາວິທະຍາ​ໄລ ​ເກີນ​ເທີ ​ໃຫ້​ຮູ້​ວ່າ: ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອລະຫວ່າງ ຫວຽດນາມ - ຍີ່ປຸ່ນ ​ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນວຽກງານການກໍ່ສ້າງ, ຄົ້ນຄວ້າວິທະຍາສາດ ​ແລະ​ ເຕັກ​ໂນ​ໂລ​ຊີ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ເກີນເທີ ເວົ້າ​ສະ​ເພາະ ແລະ ບັນດາແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ເວົ້າລວມ.

hội thảo “Đẩy mạnh hợp tác giao lưu hữu nghị Việt Nam - Nhật Bản”.

ກອງ​ປະ​ຊຸມສຳມະນາ “ຊຸກ​ຍູ້​ການ​ຮ່ວມ​ມືພົບປະແລກ​ປ່ຽນ​ມິດຕະພາບ ຫວຽດ​ນາມ ແລະ ຍີ່​ປຸ່ນ”.

ແຕ່​ປີ 1969, ຜ່ານ​ການ​​ຊ່ວຍເຫຼືອ​ຂອງອົງການຮ່ວມມືສາກົນຍີ່ປຸ່ນ (JICA), ມີຫຼາຍ​ໂຄງການ, ກິດຈະການ​ທີ່ສຳຄັນ​ໄດ້​ຮັບ​ການຈັດຕັ້ງປະຕິບັດ ແລະ ​ປະກອບສ່ວນ​ປ່ຽນ​ແປງ​ໃບໜ້າ​ຂອງ​ມະຫາວິທະຍາ​ໄລ ເກີນເທີ, ​ເຊັ່ນວ່າ ​ໂຄງການ​ຍົກ​ລະດັບ​ມະຫາວິທະຍາ​ໄລ ເກີນເທີ ດ້ວຍ​ເງິນ​ກູ້ ODA, ​ໂຄງການໜູນ​​ຊ່ວຍດ້ານ​ເຕັກນິກ ​ເພື່ອ​ເພີ່ມທະວີ​ກຳລັງ​ຄວາມ​ສາມາດ​ຂອງມະຫາວິທະຍາໄລ ເກີນເທີ.

ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ ປະຊາຊົນ​ນະຄອນ ​ເກີນ​ເທີ ​ແລະ ປະຊາຊົນ​ບັນດາ​ແຂວງ/ນະຄອນ​ຂອງ ຍີ່​ປຸ່ນ ໃຫ້ຫຼາຍກວ່າອີກ; ພ້ອມ​ກັນ​ນັ້ນ, ກໍ່ຊຸກຍູ້​ການ​ະົບປະແລກປ່ຽນ, ການ​ຮ່ວມ​ມືດ້ານ​ການກໍ່ສ້າງ ​ແລະ ຄົ້ນຄວ້າ​ວິທະຍາສາດ, ການ​ລົງທຶນ, ການ​ຄ້າ, ວັດທະນະທຳ, ການທ່ອງທ່ຽວ ​ແລະ ບັນດາຂົງ​ເຂດ​ອື່ນໆ​ລະຫວ່າງ​ສອງ​ປະ​ເທດ.

ອານຸໄຊ ສະຫວັດ

302 Found

Found

The document has moved here.