ຫວຽດນາມ - ອີຣານ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ແມ່ນ​ບຸລິມະສິດ​ໃຈກາງ​ໃນ​ການ​ພົວພັນ​ສອງ​ຝ່າຍ

21:15 | 22/09/2023

ຍສໝ - ວັນ​ທີ 22 ກັນຍາ, ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຢູ່​ນິວຢອກ (ອາ​ເມ​ລິ​ກາ), ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເມັກ​ຊິກ ​ແລະ ອີຣານ.

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ ອີຣານ ຢ່າງເປັນທາງການ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ ອີຣານ ຢ່າງເປັນທາງການ
ຂີດໝາຍສຳຄັນນຳການພົວພັນ ຫວຽດນາມ - ອີຣານ ຂຶ້ນສູ່ລະດັບສູງໃໝ່ ຂີດໝາຍສຳຄັນນຳການພົວພັນ ຫວຽດນາມ - ອີຣານ ຂຶ້ນສູ່ລະດັບສູງໃໝ່

ທີ່ການພົບປະຕ່າງໆ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ລ້ວນແຕ່ຢັ້ງຢືນຫຼັກໝັ້ນລວມຂອງອາຊຽນ ແລະຫວຽດນາມ ກ່ຽວກັບການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ.

ຫວຽດນາມ - ອີຣານ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ແມ່ນ​ບຸລິມະສິດ​ໃຈກາງ​ໃນ​ການ​ພົວພັນ​ສອງ​ຝ່າຍ

ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ພົບປະກັບທ່ານ Hossein Amir Abdollahian ລັດຖະມົນຕີການຕ່າງປະເທດອີຣານ.

ໃນການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ກັບຄູ່ຕໍາແໜ່ງ ອີຣານ ທ່ານ Hossein Amir Abdollahian, ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ-ການຄ້າ, ສູ້ຊົນຍົກວົງເງິນການຄ້າສອງສົ້ນໃຫ້ຂຶ້ນເຖິງ 2 ຕື້ໂດລາສະຫະລັດ. ທ່ານລັດຖະມົນຕີ Hossein Amir Abdollahian ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງເຕເຮຣານ ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະປາດຖະໜາວ່າ ສອງປະເທດຈະສືບຕໍ່ເພີ່ມທະວີການສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ.

ທີ່ການພົບປະກັບຄູ່ຕໍາແໜ່ງເມັກຊິກໂກ ທ່ານນາງ Alicia Barcena, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຖືວ່າ ສອງປະເທດຄວນສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າໃຫ້ຂຶ້ນສູ່ລະດັບສູງໃໝ່, ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືຫຼາຍດ້ານກັບເມັກຊິກໂກ. ທ່ານນາງລັດຖະມົນຕີ Alicia Barcena ຢັ້ງຢືນວ່າ ເມັກຊິກໂກ ຖືການພົວພັນຮ່ວມມືມິດຕະພາບກັບຫວຽດນາມ ເປັນສຳຄັນພິເສດ ແລະຖືວ່າ ສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ກົນໄກສາກົນ ແລະພາກພື້ນ, ໃນນັ້ນມີສະຫະປະຊາຊາດ ແລະເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC).

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.