ຕອນບ່າຍວັນທີ 22 ມິຖຸນາ, ຢູ່ນະຄອນເກິ່ນເທີ, ທ່ານ ເຈິ່ນແທງເໝິນ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເຮັດວຽກກັບຄະນະຜູ້ແທນຂັ້ນສູງຄະນະກໍາມະການສູນກາງແນວລາວສ້າງຊາດໂດຍທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກໍາມະການສູນກາງແນວລາວສ້າງຊາດນໍາໜ້າ, ມາຢ້ຽມຢາມ ແລະເຮັດວຽກຢູ່ນະຄອນເກິ່ນເທີ ເພື່ອແນໃສ່ຊອກຮູ້ບົກຮຽນໃນການພັດທະນາກະສິກໍາຂອງນະຄອນເກິ່ນເທີ.
ຍສໝ - ໃນລະຫວ່າງວັນທີ 19-20 ມິຖຸນາ 2019, ທ່ານ ຫງວຽນ ຈິ໋ ຢູງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ, ປະທານຄະນະກໍາມະການຮ່ວມມືຫວຽດນາມ-ລາວ ໄດ້ໄປກວດກາບັນດາໂຄງການລົງທຶນຢູ່ລາວ, ພ້ອມທັງປຶກສາຫາລືກັບການນໍາແຂວງຫົວພັນ ສປປ ລາວ ກ່ຽວກັບເລື່ອງຊຸກຍູ້ການຮ່ວມມືຫວຽດນາມ - ແຂວງຫົວພັນ.
ຍສໝ - ໃນວັນທີ 19 ມິຖຸນາ 2019 ນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ກຳມະການຄະນະປະຈໍາພັກ ກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງ ສະຫາຍ ພັນເອກ ເລ ວັນ ທ້ວນ ຮອງຫົວຫນ້າກົມການເງິນກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະ.
ຍສໝ - ໃນວັນທີ 18 -19 ມິຖຸນາ, ຢູ່ທີ່ ຄ້າຍທະຫານຊາຍແດນ ນາງອຍ, ທະຫານຊາຍແດນ ແຂວງເຫງະອານ ໄດ້ປະສານສົມທົບກັນ ກັບ ກອງຮ້ອຍ ທະຫານຊາຍແດນ 222, ກອງບັນຊາການທະຫານ ແຂວງຊຽງຂວາງ, ສປປ ລາວ ຈັດຕັ້ງການລາດຕະເວນສອງຝ່າຍ ກວດກາລະບົບເສັ້ນຊາຍແດນ ຫຼັກໝາຍຊາຍແດນ ແລະ ຮັບປະກັນຄວາມສະຫງົບລຽບຕາມແນວຊາຍແດນ ຫວຽດນາມ - ລາວ.
ຍສໝ - ໃນວັນທີ 11 ມິຖຸນາ, ຢູ່ທີ່ຮ່າໂນ້ຍ, ເລຂາຄະນະພັກ ນະຄອນ, ທ່ານ ດາວ ດຶກ ຕວ່ານ ໄດ້ມີການຕ້ອນຮັບຄະນະຜູ້ຕາງຫນ້າຫ້ອງການສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍ ທ່ານ ຈັນທະບຸນ ອັດຕະນະວົງ ຮອງຫົວຫນ້າຫ້ອງການສູນກາງພັກປະຕິວັດລາວ .
ຍສໝ - ໃນວັນທີ 11 ມິຖຸນາ, ທີ່ໂຮງຮຽນ ກໍ່ສ້າງພະນັກງານກວດກາ ໄດ້ຈັດຕັ້ງການໄຂຊຸດຝຶກອົບຮົມ-ບຳລຸງວິຊາສະເພາະກວດກາ ໃຫ້ນັກຮຽນລາວ ຈຳນວນ 15 ຄົນ, ເຊິ່ງເປັນ ພະນັກງານຂອງອົງການກວດກາລັດ ແຫ່ງ ສປປລາວ. ທ່ານ ເຈີນ ວັນ ມິງ ຮອງຫົວໜ້າອົງການກວດກາລັດ ໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສ.
ລັດຖະບານ ລາວ ກໍຄື ມະຫາວິທະຍາໄລ ແຫ່ງຊາດ, ໂຮງຮຽນ ພອນສະຫວັນ, ຊົນເຜົ່າ ແລະ ໂຮງຮຽນກຽດຕິສັກ ນາໆຊາດ ໄດ້ສຳເລັດການເປັນເຈົ້າພາບ ຈັດກິດຈະກຳ ເປີດຄ້າຍ ນັກຮຽນອາຊຽນ ໃນຍາມພັກແລ້ງ ຄັ້ງທີ III ຢູ່ນະຄອນຫລວງວຽງຈັນ ໃນວັນທີີ 6 ມິຖຸນາ 2019 ແລະ ມອບຕໍ່ ໃຫ້ປະເທດຫວຽດນາມ ເປັນເຈົ້າພາບຈັດງານໃນຄັ້ງຕໍ່ໄປ ໃນປີ 2020.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ນອກກອງປະຊຸມອະນາຄົດອາຊີ ຄັ້ງທີ 25 ຢູ່ ໂຕກຽວ, ປະເທດຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມ ບິ່ງ ມິງ ໄດ້ມີການພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ .
ຍສໝ - ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ຄະນະຜູ້ແທນ ສະມາຄົມ ມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ນຳໂດຍ ສະຫາຍ ເຈິນ ວັນຕຸ້ຍ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາ ຮອງຫົວໜ້າຄະນະ ຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 30 ພຶດສະພາ - 3 ມິຖຸນາ 2019.
ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 25, ພາຍໃຕ້ຫົວຂໍ້: "ຄົ້ນຫາລະບຽບໂລກແບບໃໝ່ ເພື່ອແກ້ໄຂຄວາມວຸ້ນວາຍໃນໂລກ (Seeking a new global order-overcoming the chaos)", ໃນວັນທີ 30-31 ພຶດສະພາຜ່ານມາ, ທີ່ໂຕກຽວ ປະເທດ ຍີ່ປຸ່ນ.
ຕອນບ່າຍຂອງວັນທີ 3 ມິຖຸນາ, ຢູ່ ນະຄອນ ຮະລ໋ອງ ຕ່າງໜ້າປະທານປະເທດ ແຫ່ງສປປ ລາວ, ແຂວງ ຫຼວງພະບາງ, ແຂວງ ໄຊຍະບູລີ ແລະ ແຂວງ ຫົວພັນ ໄດ້ປະສານສົມທົບກັບແຂວງກວ້າງນິງ ຈັດພິທີມອບຫຼຽນໄຊ ໃຫ້ແກ່ບັນດາ ບຸກຄົນ ແລະ ໝູ່ຄະນະ ແຂວງ ກວ໋າງນີ່ງ.
ພິທີປະກາດສະໜາມບິນສາກົນວັດໄຕ ປອດຄວັນຢາສູບຢ່າງເປັນທາງການ ຈັດຂຶ້ນໃນຕອນເຊົ້າ ວັນທີ 31 ພຶດສະພາ 2019 ທີ່ອາຄານຜູ້ໂດຍສານສາກົນ ໂດຍມີທ່ານສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ, ທ່ານປອ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານສົມຈິດ ອິນທະມິດ, ຮອງລັດຖະມົນຕີກະຊວງອຸດສາຫະກໍາແລະ ການຄ້າ, ພ້ອມດ້ວຍ ຜູ້ຕາງໜ້າອົງການອະນາໄມໂລກ, ຜູ້ຕາງໜ້າສະມາພັນຄວບຄຸມຢາສູບອາຊຽນ, ແລະ ຜູ້ບໍລິຫານ ເຈົ້າໜ້າທີ່ສາຍການບິນຕ່າງໆ ຕະຫລອດຮອດພະນັກງານປະຈໍາສະໜາມບິນສາກົນວັດໄຕເຂົ້າຮ່ວມ.
ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ຄະນະຜູ້ແທນ ສະມາຄົມ ມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ນຳໂດຍ ສະຫາຍ ເຈິນ ວັນຕຸ້ຍ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາ ຮອງຫົວໜ້າຄະນະ ຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 30 ພຶດສະພາ - 3 ມິຖຸນາ 2019.
ຍສໝ - ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ 2019 ນີ້, ຕາງໜ້າໃຫ້ພັກ-ລັດຖະບານ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ການເບິ່ງແຍງດູແລເອົາໃຈໃສ່, ການປົກປ້ອງ, ການພັດທະນາ, ການສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສກ້າວໄປເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ເປັນກຳລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໃນນາມຫົວໜ້າ ຈຸດປະສານງານແຮງງານເຄື່ອນຍ້າຍອາຊຽນ. ຊຶ່ງການຈັດກອງປະຊຸມດັ່ງກ່າວ ແມ່ນກິດຈະກຳ ທີ່ ສປປ ລາວ ເປັນເຈົ້າພາບ ພາຍໃຕ້ແຜນງານ ຄະນະກຳມະການປົກປ້ອງ ແລະ ສົ່ງເສີມສິດທິແຮງງານເຄື່ອນຍ້າຍອາຊຽນ ACMW ໄລຍະແຕ່ປີ 2016-2020.
ລັດຖະບານ ກໍຄື ກະຊວງກະສິກຳ ແລະ ປ່າໄມ້ ລະບຸວ່າ ທຸກໂຄງການປູກກ້ວຍຢູ່ໃນ ສປປ ລາວ ຕ້ອງມີຄວາມປອດໄພ, ຫ່າງໄກຈາກຊຸມຊົນ, ບໍ່ຢູ່ໃກ້ແຫລ່ງນ້ຳ ຫລື ສາຍນ້ຳ, ໄດ້ຕາມມາດຕະຖານກະສິກຳສະອາດ ແລະ ມີການຄຸ້ມຄອງເປັນຢ່າງດີ ຈຶ່ງຈະອະນຸຍາດໃຫ້ດຳເນີນການປູກ. ທັງນີ້, ເນື່ອງຈາກວ່າກ້ວຍແມ່ນສິນຄ້າກະສິກຳອັນດັບໜຶ່ງ ທີ່ສ້າງລາຍຮັບໃຫ້ກັບປະເທດ ຈາກການສົ່ງອອກສູ່ຕະຫລາດ ສປ ຈີນ.
ໃນເດືອນມີນາ 2019, ລວມຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຕິບັດໄດ້ປະມານ 881 ລ້ານໂດລາສະຫະລັດ, ເຊິ່ງບໍ່ກວມເອົາການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະຕິບັດໄດ້ປະມານ 485 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ ປະມານ 395 ລ້ານໂດລາສະຫະລັດ.
ຍສໝ - ໃນວັນທີ 21 ພຶດສະພາ, ທີ່ວັດ ບາງລອງ ໄດ້ຈັດ ງານບຸນໃຫຍ່ວັນວິສາຂະບູຊາ 2562 (ປະຕິທິນສຸລິຍະ 2019) ແລະ ສູດພາວະນາໃຫ້ປະເທດຊາດມີຄວາມຮົມເຢັນເປັນສຸກ, ມີຄວາມໝັ້ນຄົງ, ໂລກມີສັນຕິພາບ.
ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2019 ການນໍາຂັ້ນແຂວງ, ປະທານແນວລາວສ້າງຊາດແຂວງ, ສະມາຊິກສະພາແຫ່ງຊາດປະຈໍາ ເຂດເລືອກຕັ້ງທີ 13, ສະມາຄົມຫວຽດນາມປະຈໍາ ແຂວງ ແລະ ຫຼາຍໆກຸ່ມໃນເທສະບານແຂວງໄດ້ຮ່ວມກັນ ວາງພວງມະລາ ແລະ ກະຕ່າດອກໄມ້ສິ່ງທີ່ເປັນນຸສອນ ປະທານ ໂຮ່ຈິ໋ມີງ ເຂດທ່າດ່ານ ນະຄອນ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໂຮ່ຈິ໋ມີງ ຄົບຮອບ 129 ປີ (19/5/1890-19/5/2019).
ຍສໝ - ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສປປ ລາວ ໄດ້ຢ້ຽມຊົມຮູບແບບຜະລິດພັກ, ດອກໃໝ້ເຕັກໂນໂລຊີສູງ ທີ່ ເລີມດົ່ງ ແລະ ຕີລາຄາສູງບັນດາຮູບແບບປະເພດນີ້ຢູ່ທ້ອງຖິ່ນ.