ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບລາງວັນກຽດຕິຄຸນ ຈາກສະຖາບັນຍຸດທະສາດ ຄິງສະລີ

22:05 | 25/06/2019

ໃນວັນທີ 23 ມິຖຸນາຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນກຽດ ເຂົ້າຮ່ວມງານລ້ຽງຈັດໂດຍ ສະຖາບັນຍຸດທະສາດ ຄິງສະລີ ຂອງມາເລເຊຍ, ມີທ່ານຜູ້ຕາງ ໜ້າຈາກສະຖາບັນສ້າງຊາດ ປະເທດໄທ, ຫ້ອງການເສດ ຖະກິດ-ການຄ້າຮົງກົງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຮັບລາງວັນກຽດຕິຄຸນ ອັນສູງສົ່ງໜຶ່ງຂອງອາຊຽນ ໂດຍຍ້ອງຍໍສະເພາະລະດັບຜູ້ນຳ ອາຊຽນທີ່ມີຜົນງານດີເດັ່ນ ໃນການຊີ້ນຳ-ນຳພາ ການພັດທະນາເສດຖະກິດ-ສັງ ຄົມຂອງປະເທດຕົນ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບລາງວັນກຽດຕິຄຸນ ຈາກສະຖາບັນຍຸດທະສາດ ຄິງສະລີ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບລາງວັນກຽດຕິຄຸນ ຈາກສະຖາບັນຍຸດທະສາດ ຄິງສະລີ

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ຂຶ້ນກ່າວຄວາມຮູ້ສຶກທີ່ໄດ້ຮັບກຽດຢ່າງສູງ ທີ່ສະຖາບັນຍຸດທະ ສາດ ຄິງສະລີ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຊີນເຂົ້າຮ່ວມງານລ້ຽງ ແລະ ມອບລາງວັນກຽດຕິຄຸນນີ້ ຊຶ່ງມີຄວາມໝາຍບໍ່ສະເພາະແຕ່ຕໍ່ຂ້າພະເຈົ້າ ແຕ່ຍັງຕໍ່ກັບປະຊາຊົນລາວນຳອີກ ໂດຍສະແດງເຖິງການຮັບຮູ້ຜົນງານການປະກອບສ່ວນອັນເລັກໜ້ອຍ ເຂົ້າໃນການພັດທະນາລວມຂອງພາກພື້ນ ກໍຄືການຫຼຸດຜ່ອນລະດັບຄວາມແຕກໂຕນດ້ານການພັດທະນາຂອງອາຊຽນ, ໃນນີ້ ຍັງໄດ້ຕີລາຄາສູງຕໍ່ບົດບາດສໍາຄັນ ຂອງສະຖາບັນຍຸດທະສາດ ຄິງສະລີ ທີ່ໄດ້ສົ່ງເສີມການຮ່ວມມືຢ່າງໃກ້ຊິດ, ເປັນຂົວຕໍ່ທີ່ສໍາຄັນລະຫວ່າງພາກລັດ ແລະ ເອກະຊົນໃນພາກພື້ນ ທີ່ສະຖາບັນໄດ້ສະໜອງບັນດາຂໍ້ສະເໜີແນະທາງດ້ານນະໂຍບາຍ ທີ່ມີລັກສະນະຍຸດທະສາດຕໍ່ພາກລັດ ແລະ ໃຫ້ຄຳປຶກສາແກ່ພາກທຸລະກິດ ເພື່ອຊຸກຍູ້ໃຫ້ການພົວພັນ ລະຫວ່າງພາກລັດ ແລະ ເອກະຊົນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.

ພ້ອມກັນນີ້, ທ່ານ ນາຍົກ ລັດຖະມົນຕີ ຍັງໄດ້ມີຄຳເຫັນວ່າ: ສປປ ລາວ ຈະສືບຕໍ່ສຸມໃສ່ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຄ້າ ແລະ ການລົງທຶນ ດ້ວຍການປັບປຸງລະບຽບກົດໝາຍ ແລະ ກົນໄກໃຫ້ມີຄວາມສອດຄອງຂຶ້ນ ແລະ ຫັນໄປສູ່ການເປັນທັນສະໄໝເທື່ອລະກ້າວ. ທ້າຍສຸດກໍໄດ້ສະແດງຄວາມຂອບໃຈ ໂດຍສະເພາະທ່ານ ໄມເຄິນ ໂຢ ປະທານສະຖາບັນຍຸດທະສາດ ຄິງສະລີ ແລະ ສະແດງຄວາມຊົມເຊີຍ ທ່ານ ອານັນ ປັນຍາລາຊຸນ ອະດີດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ທີ່ໄດ້ຮັບລາງວັນກຽດຕິຄຸນໃນມື້ດຽວ ກັນ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.