ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ-ລາວ ຢ້ຽມຢາມ ສປປ ລາວ

10:27 | 03/06/2019

ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ຄະນະຜູ້ແທນ ສະມາຄົມ ມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ນຳໂດຍ ສະຫາຍ ເຈິນ ວັນຕຸ້ຍ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາ ຮອງຫົວໜ້າຄະນະ ຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 30 ພຶດສະພາ - 3 ມິຖຸນາ 2019.

ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ-ລາວ ຢ້ຽມຢາມ ສປປ ລາວ

ສະຫາຍພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ເປັນກຽດຕ້ອນຮັບ ສະຫາຍ ເຈິນ ວັນຕຸ້ຍ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາ ຮອງຫົວໜ້າຄະນະ ຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ.

ໃນວັນທີ 31 ພຶດສະພາ 2019, ຄະນະຜູ້ແທນດັ່ງກ່າວ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ທີ່ທຳນຽບປະທານປະເທດ. ໃນໂອກາດດັ່ງກ່າວ ສະຫາຍຮອງປະທານປະເທດ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ຄະນະຜູ້ແທນດັ່ງກ່າວ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວຫວຽດນາມ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ພ້ອມທັງເຊື່ອໝັ້ນວ່າ ສອງສະມາຄົມ ມິດຕະພາບ ຈະສືບຕໍ່ພົວພັນຮ່ວມມື, ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນທັດສະນະ ຕໍ່ບັນຫາທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ພ້ອມກັນສືບຕໍ່ປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ສາກົນ. ໃນວັນດຽວກັນນີ້, ຄະນະຜູ້ແທນດັ່ງກ່າວ ກໍໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ພົບປະກັບ ສະຫາຍນາງສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ໃນຕອນເຊົ້າຂອງວັນດຽວກັນ ທີ່ນະຄອນຫຼວງວຽງຈັນ ຄະນະຜູ້ແທນດັ່ງກ່າວໄດ້ ພົບປະສອງຝ່າຍກັບສະມາຄົມມິດຕະພາບລາວ-ຫວຽດນາມຂັ້ນສູນກາງ ຊຶ່ງຝ່າຍ ລາວ ນຳໂດຍ ສະຫາຍ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ ຫົວໜ້າກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ, ປະທານສະມາຄົມ ມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ແລະ ຝ່າຍ ຫວຽດນາມ ນຳໂດຍ ສະຫາຍ ເຈິນ ວັນຕຸ້ຍ, ກຳມະການສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານສະມາຄົມ ມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ. ໃນການພົບປະສອງຝ່າຍໄດ້ ແຈ້ງສະພາບການພົ້ນເດັ່ນ ການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ, ຕີລາຄາການພົວພັນຮ່ວມມືລະຫວ່າງສອງສະມາຄົມໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າ ແລະ ບັນດາກິດຈະກຳທີ່ສອງຝ່າຍຈະຮ່ວມກັນຈັດໃນໂອກາດວັນສຳຄັນຂອງສອງປະເທດ. ພ້ອມນັ້ນ ຍັງໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະ ສະພາບການໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ. ໃນວັນດຽວກັນ, ສະ ຫາຍ ນາງ ສູນທອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕາງໜ້າ ໃຫ້ລັດຖະບານແຫ່ງ ສປປ ລາວ ໄດ້ປະດັບຫຼຽນໄຊມິດຕະພາບ ຊຶ່ງເປັນຫຼຽນສູງສົ່ງຂອງລັດຖະບານແຫ່ງ ສປປ ລາວ ໃຫ້ແກ່ ສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ທີ່ມີຜົນງານ, ຄຸນງາມຄວາມດີອັນໃຫຍ່ຫຼວງໃນການປະກອບສ່ວນສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຕະຫຼອດມາ.

ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ-ລາວ ຢ້ຽມຢາມ ສປປ ລາວ

ສະຫາຍ ເຈິນ ວັນຕຸ້ຍ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາ ຮອງຫົວໜ້າຄະນະ ຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ໄດ້ຮັບການປະດັບຫຼຽນໄຊມິດຕະພາບ ແຫ່ງ ສປປ ລາວ.

ໃນພິທີປະດັບຫຼຽນໄຊ, ສະຫາຍ ເຈິນ ວັນ ຕຸ້ຍ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງ ສະມາຄົມ ມິດຕະພາບ ຫວຽດນາມ-ລາວ ຕົກລົງມອບ ຫຼຽນໄຊມິດຕະພາບ ໃຫ້ແກ່ ສະມາຄົມ ມິດຕະພາບ ຫວຽດນາມ-ລາວ ຊຶ່ງເປັນກຳລັງອັນແຮງກ້າ ໃຫ້ແກ່ສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະ ສະແດງຄວາມຍິນດີຈະສືບຕໍ່ຮ່ວມມືກັບ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ ໃນການສືບ ຕໍ່ປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍ ປະທານໂຮ່ຈິມິນຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງທີ່ເຄົາລົບຮັກ. ໃນໄລຍະຢ້ຽມຢາມ ສປປ ລາວ ນອກຈາກ ພົບປະເຮັດວຽກຢູ່ນະຄອນຫຼວງວຽງຈັນແລ້ວ ຄະນະຜູ້ແທນ ຫວຽດນາມ ຍັງໄດ້ ໄປເຂົ້າຮ່ວມພິທີມອບ-ຮັບ ເຮືອນມິດຕະພາບ ລາວ-ຫວຽດນາມ ໃຫ້ແກ່ແມ່ເຖົ້າກັນເຈຍ ຢູ່ບ້ານໂພນ ເມືອງລະມາມ ແຂວງເຊກອງ ຊຶ່ງເປັນໜຶ່ງໃນບຸກຄົນທີ່ໄດ້ເບິ່ງແຍງຊ່ວຍເຫຼືອທະຫານອາສາສະໝັກ ຫວຽດນາມ ທີ່ມາເຄື່ອນໄຫວສູ້ຮົບຢູ່ລາວ ໃນສະໄໝສົງຄາມເພືຶ່ອປົດປ່ອຍຊາດຂອງປະຊາຊົນລາວ. ພ້ອມນັ້ນ ຄະນະຍັງໄດ້ຢ້ຽມຊົມສະຖານທີ່ ທ່ອງທ່ຽວທາງທຳມະຊາດ, ວັດທະນາທຳ ແລະ ປະຫັວດສາດ ຢູ່ນະຄອນຫຼວງວຽງຈັນ ແລະ ບາງແຂວງຂອງ ສປປ ລາວ.

(ແຫຼ່ງ​ຂໍ້​ມູນ​: ພູວຽງຄຳ/ຄະນະພົບພັນຕ່າງປະເທດ)

ເຫດການ
302 Found

Found

The document has moved here.