ຮ່າໂນ້ຍ ເພີ່ມທະວີການຮ່ວມມືດ້ານກະສິກໍາ ກັບບັນດາທ້ອງຖິ່ນຂອງສປປ ລາວ

18:41 | 12/06/2019

ຍສໝ - ໃນວັນທີ 11 ມິຖຸນາ, ຢູ່ທີ່ຮ່າໂນ້ຍ, ເລຂາຄະນະພັກ ນະຄອນ, ທ່ານ ດາວ ດຶກ ຕວ່ານ ໄດ້ມີການຕ້ອນຮັບຄະນະຜູ້ຕາງຫນ້າຫ້ອງການສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍ ທ່ານ ຈັນທະບຸນ ອັດຕະນະວົງ ຮອງຫົວຫນ້າຫ້ອງການສູນກາງພັກປະຕິວັດລາວ .

ທີ່ການຕ້ອນຮັບ, ທ່ານ ດາວ ດຶກ ຕວານ ເລຂາຄະນະພັກນະຄອນ, ຕີລາຄາສູງການພົວພັນມິດຕະພາບ ລະຫວ່າງ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ. ພ້ອມກັນນັ້ນ, ທ່ານ ດາວ ດຶກ ຕວານ ຍັງຢັ້ງຢືນວ່າ: ບັນດາສຳນັກງານຂອງ ຮ່າໂນ້ຍ ຈະສ້າງເງື່ອນໄຂເພື່ອສົ່ງເສີມໂຄງການ ຮ່ວມມື ລະຫວ່າງ ບັນດາຄະນະກໍາມະການປະຕິບັດນະຄອນຫຼວງວຽງຈັນ ເວົ້ົ້າສະເພາະ,ສປປ ລາວ ເວົ້ົ້າລວມ.

ຮ່າໂນ້ຍ ເພີ່ມທະວີການຮ່ວມມືດ້ານກະສິກໍາ ກັບບັນດາທ້ອງຖິ່ນຂອງສປປ ລາວ

ເລຂາຄະນະພັກນະຄອນຮ່າໂນ້ຍ, ທ່ານ ດາວ ດຶກ ຕວານ ແລະ ຮອງຫົວຫນ້າຫ້ອງການສູນກາງພັກປະຕິວັດລາວ ທ່ານ ຈັນທະບຸນ ອັດຕະນະວົງ. (ພາບ :http://hanoimoi.com.vn)

ທ່ານ ດາວ ດຶກ ຕວານ ໃຫ້ຮູ້ວ່າ: ການກະສິກໍາແມ່ນຫນຶ່ງໃນບັນດາບູລິມະສິດຂອງຮ່າໂນ້ຍໃນໂຄງການຮ່ວມມືພັດທະນາກັບ ສປປ ລາວ, ໂດຍສະເພາະແມ່ນໃນການລ້ຽງສັດ ແລະ ປູກຕົ້ນໄມ້ກິນໝາກ.

ທ່ານ ຈັນທະບຸນ ອັດຕະນະວົງ ຮອງຫົວຫນ້າຫ້ອງການສູນກາງພັກປະຕິວັດລາວ ໄດ້ສະແດງຄວາມຍິນດີທີ່ໄດ້ກັບຄືນມາປະເທດຫວຽດນາມ ແລະ ຕີລາຄາສູງ ຮູບແບບການລ້ຽງງົວ ຂອງບໍລິສັດ ຫຸ້ນສ່ວນ ນົມຫວຽດນາມ (Vinamilk) ຢູ່ປະເທດລາວ. ທ່ານ ຈັນທະບຸນ ອັດຕະນະວົງ ກ່າວວ່າ: ຈະຊີ້ນຳແຂວງ ໄຊສົມບູນ ຊຶ່ງເປັນແຂວງທີ່ມີອາກາດດີ, ດິນແດນທີ່ອຸດົມສົມບູນ ແລະ ປະຊາຊົນມີເອກກະລັກການລ້ຽງສັດ ເພື່ອກໍ່ສ້າງໂຄງການຮ່ວມມື ກັບ ນະຄອນຫຼວງຮ່າໂນ້ຍ ໃຫ້ໄດ້ຮັບຜົນສຳເລັດດີ ຫຼາຍຂຶ້ນ.

(ຄຳຮຸ່ງ)