ໄຂຊຸຸດບຳລຸງວິຊາສະເພາະໃຫ້ແກ່ພະນັກງານກວດກາ ຂອງ ສປປ ລາວ

14:05 | 12/06/2019

ຍສໝ - ໃນວັນທີ 11 ມິຖຸນາ, ທີ່ໂຮງຮຽນ ກໍ່ສ້າງພະນັກງານກວດກາ ໄດ້ຈັດຕັ້ງການໄຂຊຸດຝຶກອົບຮົມ-ບຳລຸງວິຊາສະເພາະກວດກາ ໃຫ້ນັກຮຽນລາວ ຈຳນວນ 15 ຄົນ, ເຊິ່ງເປັນ ພະນັກງານຂອງອົງການກວດກາລັດ ແຫ່ງ ສປປລາວ. ທ່ານ ເຈີນ ວັນ ມິງ ຮອງຫົວໜ້າອົງການກວດກາລັດ ໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສ.

ນີ້ແມ່ນຊຸດຝຶກອົບຮົມໃນໂຄງການ ການປະຕິບັດສັນຍາຮ່ວມມື ລະຫວ່າງ ອົງການກວດກາລັດຫວຽດນາມ ແລະ ອົງການກວດກາລັດ ແຫ່ງ ສປປລາວ.

ໃນໄລຍະ 2 ເດືອນ, ນອກຈາກວຽກວິຊາສະເພາະ ທີ່ຈະໄດ້ຮຽນໃນຊັ້ນຮຽນແລ້ວ, ນັກຮຽນຍັງໄດ້ຄົ້ນຄ້ວາລົງຕົວຈິງ ຢູ່ ຫ້ອງການ, ຫນ່ວຍງານກວດກາລັດ ຢູ່ບາງແຂວງ, ນະຄອນຂອງຫວຽດນາມ.

ໄຂຊຸຸດບຳລຸງວິຊາສະເພາະໃຫ້ແກ່ພະນັກງານກວດກາ ຂອງ ສປປ ລາວ

ສົກຮຽນການບຳລຸງວິຊາສະເພາະກວດກາລັດຖະບານ. (ພາບ: http://thanhtra.com.vn)

ກ່າວຄຳປາໄສທີ່ການໄຂຊຸດອົບຮົມຄັ້ງນີ້, ທ່ານຮອງຫົວໜ້າອົງການກວດກາລັດ ເຈິ່ນ ວັນ ມິງ ຊົມເຊີຍ ແລະ ສະແດງຄວາມຍິນດີຕ້ອນຮັບຄະນະນັກຮຽນລາວທີ່ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້. ທ່ານ ເຈີນ ວັນ ມິງ ຢັ້ງຢືນວ່າ: ໃນຊຸມປີຜ່ານມາ, ອົງການກວດກາຂອງລັດຫວຽດນາມ ແລະ ອົງການກວດກາຂອງລັດ ຂອງ ສປປລາວ ໄດ້ມີກິດຈະກໍາກໍ່ຄືການເຄື່ອນໄຫວຮ່ວມມື ໃນຫຼາຍດ້ານ, ໂດຍສະເພາະໃນດ້ານການບຳລຸງວິຊາສະເພາະ ໃຫ້ແກ່ພະນັກງານກວດກາ. ປະກອບສ່ວນເຮັດໃຫ້ແກ່ສາຍພົວພັນມິດຕະພາບ ລະຫວ່າງ ອົງການກວດກາຂອງລັດຂອງສອງປະເທດ ໄດ້ນັບມື້ນັບຮັດແໜ້ນຍິ່ງຂື້ນ.

ທ່ານ ເຈີນ ວັນ ມິງ ໄດ້ສະເໜີມາຍັງ ຄະນະອຳນວຍການໂຮງຮຽນພະນັກງານກວດກາ ຕ້ອງໄດ້ສຸມແນວຄິດຢ່າງສູງສົ່ງ, ສ້າງເງື່ອນໄຂທີ່ດີທີ່ສຸດ ດ້ານພື້ນຖານວັດຖຸ ແລະ ຄະນະຄູສອນວິຊາການ ເພື່ອໃຫ້ຊຸດຮຽນນີ້ ໄດ້ຮັບໝາກຜົນກໍ່ຄືສຳເລັດສູງສຸດ; ກໍ່ສ້າງໂຄງການທີ່ເຫມາະສົມ ເພື່ອຄະນະຄູສອນວິຊາການ ໄດ້ແລກປ່ຽນປະສົບການທີ່ດີທີ່ສຸດຂອງອົງການກວດກາລັດ ໃນວຽກງານການກວດກາ, ແກ້ໄຂບັນດາການຮ້ອງທຸກ, ການກ່າວປະນາມ ແລະ ການຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ສຳມະນາກອນ ຂອງ ອົງການກວດກາລັດ ແຫ່ງ ສປປ ລາວ.

(ຄຳຮຸ່ງ)