ຊຸກຍູ້ການຮ່ວມມື ຫວຽດນາມ - ແຂວງຫົວພັນ ສປປ ລາວ

23:10 | 21/06/2019

ຍສໝ - ໃນລະຫວ່າງວັນທີ 19-20 ມິຖຸນາ 2019, ທ່ານ ຫງວຽນ ຈິ໋ ຢູງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ, ປະທານຄະນະກໍາມະການຮ່ວມມືຫວຽດນາມ-ລາວ ໄດ້ໄປກວດກາບັນດາໂຄງການລົງທຶນຢູ່ລາວ, ພ້ອມທັງປຶກສາຫາລືກັບການນໍາແຂວງຫົວພັນ ສປປ ລາວ ກ່ຽວກັບເລື່ອງຊຸກຍູ້ການຮ່ວມມືຫວຽດນາມ - ແຂວງຫົວພັນ.

ຊຸກຍູ້ການຮ່ວມມື ຫວຽດນາມ - ແຂວງຫົວພັນ ສປປ ລາວ

ບັນຍາກາດທີ່ການເຮັດວຽກ.(ພາບ:baodautu.vn)

ທີ່ການເຮັດວຽກ, ທ່ານ ຫງວຽນ ຈິ໋ ຢູງ ໄດ້ສະເໜີແຂວງຫົວພັນສືບຕໍ່ຮັກສາການພົວພັນອັນດີງາມກັບບັນດາແຂວງເຊິ່ງທີ່ມີຊາຍແດນຕິດກັບແຂວງຫົວພັນ ກໍ່ຄື ບັນດາແຂວງແຮກສ່ຽວ, ເຮັດແນວໃດເພື່ອຊຸກຍູ້ການຮ່ວມມືກວ່າອີກ, ບໍ່ພຽງແຕ່ໃນການພັດທະນາບັນດາໂຄງການໜູນຊ່ວຍເທົ່ານັ້ນ ຫາກຍັງແມ່ນພັດທະນາເສດຖະກິດ-ສັງຄົມ ເວົ້າລວມອີກດ້ວຍ.

ນອກຈາກນັ້ນ, ທ່ານ ຫງວຽນ ຈິ໋ ຢູງ ກໍ່ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໂຄງການສູນໜູນຊ່ວຍດ້ານເຕັກນິກກະສິກໍາຫົວພັນ ໄດ້ກໍ່ສ້າງສໍາເລັດແລ້ວ ແລະ ດໍາເນີນການເຄື່ອນໄຫວແລ້ວ ແລະ ຖືວ່າຄວນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຍູ້ໄວຄວາມຄືບໜ້າກໍ່ສ້າງສອງໂຄງການ ນັ້ນແມ່ນໂຮງໝໍມິດຕະພາບຫວຽດນາມ-ລາວ ແລະ ສະໜາມບິນໜອງຄ້າງ.

ຊຸກຍູ້ການຮ່ວມມື ຫວຽດນາມ - ແຂວງຫົວພັນ ສປປ ລາວ

ທ່ານ ຫງວຽນ ຈິ໋ ຢູງ ມອບເງິນຈໍານວນ 10.000 ໂດລາສະຫະລັດ ໃຫ້ແກ່ແຂວງຫົວພັນ. (ພາບ: baodautu.vn)

ທີ່ການເຮັດວຽກ, ທ່ານ ວັນໄຊ ແພງຊຸມມາ ໃຫ້ຮູ້ວ່າ: ປະຈຸບັນ, ຫວຽດນາມ ພວມໜູນຊ່ວຍແຂວງຫົວພັນ 11 ໂຄງການ ແລະ ກໍ່ໄດ້ສະແດງຄວາມມຸ່ງຫວັງປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກຝ່າຍ ຫວຽດນາມ ເພື່ອໃຫ້ແຂວງຫົວພັນ ສາມາດຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.