ກອງປະຊຸມ ຄັ້ງທີ 7 ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ອອກຖະແຫຼງການຮ່ວມ

ກອງປະຊຸມ ຄັ້ງທີ 7 ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ອອກຖະແຫຼງການຮ່ວມ

ຍສໝ - ວັນທີ 18 ສິງຫາ 2019, ກອງປະຊຸມຄັ້ງທີ 7 ກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ໄດ້ອອກຖະແຫຼງການຮ່ວມເພື່ອແນໃສ່ເພີ່ມທະວີສາຍພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ສະພາແຫ່ງຊາດ ແລະຊຸກຍູ້ການປະຕິບັດບັນດາໂຄງການຮ່ວມມືໃນເຂດສາມຫຼ່ຽມພັດທະນາ (CLV-DTA) ເຊິ່ງລັດຖະບານສາມປະເທດໄດ້ເຫັນດີເປັນເອກະພາບ.

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນໄດ້ປົກຄຸມບັນຫາທະເລຕາເວັນອອກ

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນໄດ້ປົກຄຸມບັນຫາທະເລຕາເວັນອອກ

ຕອນເຊົ້າວັນທີ 31 ກໍລະກົດ, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 (AMM 52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ໄຂຂຶ້ນຢ່າງເປັນທາງການ, ຢູ່ນະຄອນຫຼວງບາງກອກ, ປະເທດໄທ.

ສານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໃນໂອກາດວັນຄົບຮອບ 52 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 22 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ສານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໃນໂອກາດວັນຄົບຮອບ 52 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 22 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

​​​​ເນື່ອງໃນໂອກາດ​ວັນສ້າງ​ຕັ້ງ​ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ​ຄົບຮອບ 52 ປີ (8 ສິງຫາ 1967 – 8 ສິງຫາ 2019) ​ແລະ ​ຄົບຮອບ 22 ປີ ຂອງການເຂົ້າເປັນສະມາຊິກອາຊຽນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (23 ກໍລະກົດ 1997- 23 ກໍລະກົດ 2019), ຂ້າພະເຈົ້າ ຂໍຕາງຫນ້າລັດຖະບານ ສົ່ງພອນອັນປະເສີດ ມາຍັງ ບັນດາທ່ານ ການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຕະຫຼອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າເຂົ້າ​ໃນ​ພາລະກິດປົກປັກຮັກສາ ແລະ ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ​ເວົ້າ​ລວມ ​ແລະ ​ເວົ້າ​ສະ​ເພາະ ປະກອບສ່ວນ​​ເຂົ້າ​ໃນ​ການ​ເຄື່ອນ​ໄຫ​ວວຽກງານ​ອາຊຽນ ຕະຫລອດ​ໄລຍະ 22 ປີ ຜ່ານ​ມາ.

ກອງປະຊຸມ AMM - 52: ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີ່ງມິງ ເນັ້ນໜັກເຖິງບັນຫາ ທະເລຕາເວັນອອກ

ກອງປະຊຸມ AMM - 52: ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີ່ງມິງ ເນັ້ນໜັກເຖິງບັນຫາ ທະເລຕາເວັນອອກ

ໂດຍສືບຕໍ່ບັນດາການເຄື່ອນໄຫວນອນໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52 (AMM-52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 01 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ພ້ອມກັບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອາເມລິກາ.

ລັດຖະມົນຕີການຕ່າງປະເທດອາຊຽນໄດ້ເນັ້ນໜັກເຖິງບັນຫາທະເລຕາເວັນອອກ ທີ່ກອງປະຊຸມກັບຈີນ

ລັດຖະມົນຕີການຕ່າງປະເທດອາຊຽນໄດ້ເນັ້ນໜັກເຖິງບັນຫາທະເລຕາເວັນອອກ ທີ່ກອງປະຊຸມກັບຈີນ

ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນຄັ້ງທີ 52 (AMM 52) ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 31 ກໍລະກົດ, ທີ່ ບາງກອກ, ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມພ້ອມດ້ວຍບັນດາລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ແລະ ທ່ານຫວາງອີ້ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ-ຈີນ.

ລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງ

ລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງ

ໃນ​ຕອນ​ບ່າຍວັນທີ 30 ກໍລະກົດ 2019 ທີ່ ບາງກອກ ປະເທດໄທ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການ​​​ຕ່າງປະ​ເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ຄະນະກໍາມາທິການ ວ່າດ້ວຍເຂດປອດອາວຸດນິວເຄລຍອາຊີ ຕາເວັນອອກສ່ຽງໃຕ້ (SEANWFZ Commission), ເຊິ່ງໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມ​ຄືບໜ້າ​ ການຈັດ​ຕັ້ງ​ປະ​ຕິ​ບັດ​ ແຜນ​ປະຕິບັດ​ງານ ຂອງ​ສົນທິສັນຍາ​ ວ່າ​ດ້ວຍເຂດປອດອາວຸດນິວເຄລຍ​ ໃນອາຊີຕາເວັນອອກສ່ຽງໃຕ້ ໄລຍະ 2018-2022 ​​ແລະ ຮັບ​ຊາບ​ຜົນ​ກອງ​ປະຊຸມ ​ເຄືອ​ຂ່າຍ​ອົງການ​ພະລັງງານ ​ປະລາ​ມະນູອາຊຽນ ຄັ້ງ​ທີ 6 (6th ASEANTOM).

ຫວຽດນາມ ເຂົ້າຮ່ວມກອງປະຊຸມກະກຽມຂອງ ອາຊຽນ ໃຫ້ AMM-52 ແລະ ບັນດາກອງປະຊຸມລັດຖະມົນຕີກ່ຽວຂ້ອງ

ຫວຽດນາມ ເຂົ້າຮ່ວມກອງປະຊຸມກະກຽມຂອງ ອາຊຽນ ໃຫ້ AMM-52 ແລະ ບັນດາກອງປະຊຸມລັດຖະມົນຕີກ່ຽວຂ້ອງ

ຍສໝ - ໃນລະຫວ່າງວັນທີ 30 ກໍລະກົດ ຫາ ວັນທີ 3 ສິງຫາ ທີ່ບາງກອກ, ປະເທດໄທ ໄດ້ດຳເນີນກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ ASEAN (SOM) ກະກຽມໃຫ້ກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 52 (AMM-52) ແລະ ບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ກັບຄູ່ຮ່ວມມືຕ່າງໆ (PMC+) ເຊິ່ງຈະໄດ້ດໍາເນີນ. ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ນຳໜ້າຄະນະຜູ້ແທນຫວຽດນາມເຂ້ົາຮ່ວມກອງປະຊຸມ.

ຄະນະຜູ້ແທນ ສະຫະພັນອົງການມິດຕະພາບ ຫວຽດນາມ ເຮັດວຽກ ກັບ ແຂວງ ບິ່ງເຟືອກ

ຄະນະຜູ້ແທນ ສະຫະພັນອົງການມິດຕະພາບ ຫວຽດນາມ ເຮັດວຽກ ກັບ ແຂວງ ບິ່ງເຟືອກ

ຍສໝ - ໃນຂອບເຂດການເດີນທາງໄປຢ້ຽມຢາມບັນດາແຂວງພາກໃຕ້ ຫວຽດນາມ, ຄະນະຜູ້ແທນ ສະຫະພັນອົງການມິດຕະພາບ ຫວຽດນາມ (VUFO) ໂດຍທ່ານນາງ ຫງວ໋ຽນ ເຟືອງ ງາ ປະທານສະຫະພັນ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກ ກັບ ແຂວງ ບິ່ງເຟືອກ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງ ສະຫະພັນອົງການມິດຕະພາບ ແຂວງ ບິ່ງເຟືອກ.

ລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ຕ້ອນຮັບ ປະທານ IFAD

ລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ຕ້ອນຮັບ ປະທານ IFAD

ໃນວັນທີ 24 ກໍລະກົດ 2019 ທີ່ກະຊວງການຕ່າງປະເທດ ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ກິວເບີດ ຮຸງໂບ (Gilbert F. Houngbo) ປະທານອົງການກອງທຶນສາກົນ ເພື່ອການພັດທະນາດ້ານກະສິກຳ (IFAD) ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ລະຫວ່າງ ວັນທີ 22-25 ກໍລະກົດ 2019.

ສະຖາບັນການຕ່າງປະເທດຫວຽດນາມ ມອບໃບປະກາດໃຫ້ນັກສຶກສາລາວທັງຫມົດ 18 ນ້ອງ

ສະຖາບັນການຕ່າງປະເທດຫວຽດນາມ ມອບໃບປະກາດໃຫ້ນັກສຶກສາລາວທັງຫມົດ 18 ນ້ອງ

ຍສໝ - ເມື່ອມໍ່ໆມານີ້, ທີ່ສະຖາບັນພົວພັນການຕ່າງປະເທດຫວຽດນາມ, ໄດ້ຈັດພິທີມອບ-ຮັບໃບປະກາດ ລະບົບປະລິນຍາຕີຊຸດທີ່ 1 ຫລຸ້ນ ທີ 42 ໃນນັ້ນມີນັກສຶກສາລາວຈຳນວນ 18 ຄົນ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບຕ້ອນ ທ່ານລັດຖະມົນຕີການຕ່າງປະເທດ ຟິລິບປິນ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບຕ້ອນ ທ່ານລັດຖະມົນຕີການຕ່າງປະເທດ ຟິລິບປິນ

ຍສໝ - ຕອນເຊົ້າວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Lopez Locsin ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ກັບ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມ ບິ່ງ ມິງ.

ຮອງລັດຖະມົນຕີ ຫງວຽນ ກວກ ຢຸ້ງ ຕ້ອນຮັບຄະນະກົມການຂ່າວ, ກະຊວງການຕ່າງປະເທດ ລາວ

ຮອງລັດຖະມົນຕີ ຫງວຽນ ກວກ ຢຸ້ງ ຕ້ອນຮັບຄະນະກົມການຂ່າວ, ກະຊວງການຕ່າງປະເທດ ລາວ

ຍສໝ - ໃນຕອນເຊົ້າ ວັນທີ 4 ກໍລະກົດ, ທ່ານຫົວໜ້າກົມການຂ່າວລາວ - ບົວແກ້ວ ພູມວົງໄຊ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກ ນຳທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນ ກວກ ຢຸ້ງ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບ ຮອງປະທານທະນາຄານພັດທະນາອາຊີ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບ ຮອງປະທານທະນາຄານພັດທະນາອາຊີ

ຍສໝ - ໃນຕອນບ່າຍຂອງວັນທີ 2 ກໍລະກົດ 2019, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມ ບິ່ງ ມິງ ໄດ້ໃຫ້ການຕ້ອນຮັບ ທ່ານຮອງປະທານທະນາຄານພັດທະນາອາຊີ Ahmed Saeed.

ລັດຖະມົນຕີກະຊວງການຕ່າງປະເທດ ສຳເລັດການຢ້ຽມຢາມນອກແວ

ລັດຖະມົນຕີກະຊວງການຕ່າງປະເທດ ສຳເລັດການຢ້ຽມຢາມນອກແວ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ນາງ ອີ່ງ ອີລິກເຊັນ ຊໍເລນ ລັດຖະມົນຕີຕ່າງປະເທດ ແຫ່ງ ຣາຊະອານາຈັກ ນອກແວ,ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ຢ້ຽມຢາມທາງການ ຣາຊະອານາຈັກນອກ ແວ, ໃນລະຫວ່າງວັນທີ 27-29 ມິຖຸນາ ຜ່ານມາ ຊຶ່ງການຢ້ຽມຢາມໃນຄັ້ງນີ້ໄດ້ເປັນນິ ມິດໝາຍອັນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ນອກແວ ໃຫ້ສືບຕໍ່ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ຮອງນາຍົກລັດຖະມົນຕີ, ທ່ານ ຝ້າມ ບິ່ງ ມີງ ຕ້ອນຮັບ ເອກອັກຄະລັດຖະທູດປະເທດໄທ ປະຈຳຫວຽດນາມ ທ່ານ Tanee Sangrat

ຮອງນາຍົກລັດຖະມົນຕີ, ທ່ານ ຝ້າມ ບິ່ງ ມີງ ຕ້ອນຮັບ ເອກອັກຄະລັດຖະທູດປະເທດໄທ ປະຈຳຫວຽດນາມ ທ່ານ Tanee Sangrat

ຍສໝ - ໃນຕອນບ່າຍວັນທີ 24 ມິຖຸນາ ຢູ່ສໍານັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ ຝ້າມ ບິ່ງ ມີງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດໄທປະຈໍາຫວຽດນາມ ທ່ານ Tanee Sangrat

ຫວຽດນາມ ຈະສະໜັບສະໜູນບັນດາຄໍາໝັ້ນສັນຍາຊຸກຍູ້ການພົວພັນຮ່ວມມື ກັບປະເທດ ກົດດີວົວ ໃຫ້ພັດທະນາຢ່າງແຮງ.

ຫວຽດນາມ ຈະສະໜັບສະໜູນບັນດາຄໍາໝັ້ນສັນຍາຊຸກຍູ້ການພົວພັນຮ່ວມມື ກັບປະເທດ ກົດດີວົວ ໃຫ້ພັດທະນາຢ່າງແຮງ.

ໃນຕອນບ່າຍວັນທີ 19 ມິຖຸນາ ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ມີການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ກົດດີວົວ Marcel Amon Tanoh.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມື Timor-Leste

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມື Timor-Leste

ຍສໝ - ໃນຕອນບ່າຍຂອງວັນທີ 10 ມິຖຸນາ 2019, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມື Timor-Leste.

ແຂວງ ເງ້ອານ - ລາວ ແລກປ່ຽນບົດຮຽນໃນວຽກງານຖະແຫຼງຂ່າວການຕ່າງປະເທດ

ແຂວງ ເງ້ອານ - ລາວ ແລກປ່ຽນບົດຮຽນໃນວຽກງານຖະແຫຼງຂ່າວການຕ່າງປະເທດ

ຍສໝ - ເມື່ອມໍ່ໆມານີ້, ຄະນະໂຄສະນາສຶກສາແຂວງເງ້ອານ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນໃນວຽກງານຖະແຫຼງຂ່າວການຕ່າງປະເທດ ລະຫວ່າງ ແຂວງເງ້ອານ ກັບ ຊຸດບຳລຸງສ້າງວຽກງານການຕ່າງປະເທດ ສປປ ລາວ, ສະຖາບັນການເມືອງແຫ່ງຊາດ ໂຮ່ ຈີ໋ ມີງ.

ແລກປ່ຽນບົດຮຽນໃນວຽກງານຖະແຫຼງຂ່າວການຕ່າງປະເທດ ກັບປະເທດລາວ

ແລກປ່ຽນບົດຮຽນໃນວຽກງານຖະແຫຼງຂ່າວການຕ່າງປະເທດ ກັບປະເທດລາວ

ຕອນເຊົ້າວັນທີ 6 ມິຖຸນາ, ຄະນະໂຄສະນາສຶກສາແຂວງເງະອານ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນໃນວຽກງານຖະແຫຼງຂ່າວການຕ່າງປະເທດ ລະຫວ່າງແຂວງເງະອານກັບຊຸດບຳລຸງສ້າງວຽກງານການຕ່າງປະເທດ ສປປ ລາວ.