ຈີນບໍ່ສາມາດສະກັດກັ້ນ ຫວຽດນາມ ປະຕິບັດການຂຸດຄົ້ນນໍ້າມັນອາຍແກັສ ຢູ່ທະເລຕາເວນອອກ

11:39 | 17/09/2019

ຍສໝ - ຕາມຜູ້ໂຄສົກກະຊວງການຕ່າງປະເທດ, ບັນດາກະທຳທີ່ສະກັດກັ້ນການເຄື່ອນໄຫວນໍ້າມັນອາຍແກັສຂອງ ຫວຽດນາມ ຢູ່ຂອບເຂດທະເລຂອງຕົນ ແມ່ນການລະເມີດກົດໝາຍສາກົນ ແລະ UNCLOS ປີ 1982.

ຕອບຄຳຖາມຂອງນັກຂ່າວ, ນຳສະເໝີອັບເດັດຂ່າວຄາວກ່ຽວກັບ ກຸ່ມເຮືອສຳຫຼວດດິນໄຫວ ຫາຍເຢືອງ 8 ຂອງຈີນໃນເຂດສິດພິເສດເສດຖະກິດ ຂອງຫວຽດນາມ, ຜູ້ໂຄສົກກະຊວງການຕ່າງປະເທດ ເລທິທູຮັງ ຢືນຢັນ ວ່າ:

ຫວຽດນາມ ຄັດຄ້ານຢ່າງເດັດຂາດ ສຳຫຼັບກຸ່ມເຮືອສຳຫຼວດດິນໄຫວຫາຍເຢືອງ 8 ຂອງຈີນມີບັນດາການກະທຳລະເມີດອະທິປະໄຕ, ສິດພິພາກສາຂອງຫວຽດນາມຢ່າງຮ້າຍແຮງໃນເຂດທະເລຂອງຕົນທີ່ໄດ້ກຳນົດເໝາະສົມກັບຂໍ້ກຳນົດຂອງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍທະເລ (UNCLOS) ປີ 1982. ຫວຽດນາມກໍ່ຍົກອອກທັດສະນະກ່ຽວກັບຜົນຮ້າຍຂອງການລະເມີດຂອງກຸ່ມກຳປັ່ນ ຫາຍເຢືອງ 8 ຕໍ່ກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກກໍ່ຄືໃນພາກພື້ນ. ດ້ວຍເຫດຜົນດັ່ງກ່າວ, ຫວຽດນາມຮຽກຮ້ອງໃຫ້ຈີນຢຸດຕິການກະທຳ ທີ່ຮຸນແຮງດັ່ງກ່າວໃນທັນທີ ແລະ ຖອນກຳປັ່ນທັງໝົດ ດັ່ງນັ້ນອອກຈາກເຂດທະເລຂອງຫວຽດນາມ.

ຈີນບໍ່ສາມາດສະກັດກັ້ນ ຫວຽດນາມ ປະຕິບັດການຂຸດຄົ້ນນໍ້າມັນອາຍແກັສ ຢູ່ທະເລຕາເວນອອກ

ໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ເລທິທູຮັ່ງ. (ພາບ: baoquocte.vn)

ກ່ຽວກັບບັນດາໂຄສົກຂອງຝ່າຍຈີນ ທີ່ກ່ຽວຂ້ອງກັບເຄື່ອນໄຫວເສກຖະກິດຂອງຫວຽດນາມໃນເຂດທະເລຂອງຕົນ, ຫວຽດນາມຢືນຢັນຄວາມທັດສະນະທີ່ສະເໝີຕົ້ນສະເໝີປາຍວ່າ “ບັນດາເຄື່ອນໄຫວເສັດຖະກິດທະເລຂອງຫວຽດນາມ ໃນນັ້ນມີເຄື່ອນໄຫວການນຳ້ມັນອາຍແກັສ ໄດ້ຜັນຂະຫຍາຍໃນເຂດສິດພິເສດເສດຖະກິດ ແລະ ໄຫຼ່ທະວີບຂື້ນກັບຫວຽດນາມຢ່າງບໍລິບວນ ແລະ ໄດ້ກຳນົດແຕ່ຜືນແຜ່ນດິນຕາມຂໍ້ກຳນົດຂອງ UNCLOS ປີ 1982 ທີ່ຈີນ ແລະ ຫວຽດນາມລ້ວນແຕ່ເປັນສະມາຊິກ UNCLOS ປີ1982 ໄດ້ກຳນົດຢ່າງຈະແຈ້ງວ່າ: ຂອບເຂດແມ່ນພື້ນຖານນິຕິກຳອັນດຽວທັດເພື່ອບັນດາປະເທດກຳນົດມິດຊົນໃຊ້ເຂດທະເລຂອງຕົນ. ຂໍ້ກຳນົດນີ້ໄດ້ບັນດາປະເທດປະຕິບັດຕາມ, ຍອມຮັບຍ້ອນການພິພາກສາຕົວຈິງ ກໍ່ຄືຄວາມເປັນໃຈອັນກວ້າງຂວາງ ຂອງບັນດາທະນາຍຄວາມທີ່ມີອິດທິຜົນສາກົນ.

ສະນັ້ນ, ບໍ່ມີປະເທດໃດສາມາດອອກຮຽກທວງກ່ຽວກັບບັນດາເຂດທະເລຢູ່ຂອບເຂດທະເລຕາເວນອອກເກີນຂີດຈຳກັດກ່ຽວກັບດ້ານພູມສາດ ແລະ ເນື້ອໃນໄດ້ກຳນົດໃນ UNCLOS ປີ 1982.

ບັນດາຮຽກທວງຜິດກົດໝາຍ, ບໍ່ເໝາະສົມກັບ UNCLOS ປີ 1982 ບໍ່ສາມາດເປັນພື້ນຖານເພື່ອຢັນວ່າມີເຂດທະເລຍາດຊີງ. ບັນດາກະທຳຂັດຂວາງເຄື່ອນໄຫວນໍ້າມັນອາຍແກັສຂອງຫວຽດນາມໃນຂອບເຂດທະເລຂອງເຮົາທີ່ກ່າວມາແລ້ວແມ່ນການລະເມີດກົດໝາຍສາກົນ, UNCLOS ປີ 1982. ຫວຽດນາມກໍ່ຢືນຢັນຄວາມຫຼັກໝັ້ນຂອງຕົນເອງກ່ຽວກັບອະທິປະໄຕຂອງສອງໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ”.

ກ່ຽວກັບຂ່າວຄາວກຸ່ມນໍ້າມັນອາຍແກັສຂອງອະເມຣີກາ Exxon Mobil ຖອນອອກໂຄງການນໍ້າມັນອາຍແກັສ“ກ໋າວອຍແຊງ”, ທ່ານນາງ ເລທິທູຮັ່ງໃຫ້ຮູ້ວ່າ: “ຕາມຂ່າວຄາວພວກເຮົາໄດ້ຮູ້ວ່າ, ກຸ່ມນໍ້າມັນອາຍແກັສແຫ່ງຊາດຫວຽດນາມມີຂ່າວຄາວກ່ຽວກັບບັນດາໂຄງການນໍ້າມັນອາຍແກັສຢູ່ພາກກາງຫວຽດນາມ, ປະກອບສ່ວນບັນດາໂຄງການຢູ່ເທິງທະເລແລະຫາດຊາຍ, ໄດ້ລວບລວມການປະສົມປະສານຜູ້ຮັບເໝົາປະກອບສ່ວນກຸ່ມນໍ້າມັນອາຍແກັສແຫ່ງຊາດຫວຽດນາມ, ບໍລິສັດສຳຫຼວດຂຸດຄົ້ນນໍ້າມັນ ແລະ Exxon Mobil ຜັນຂະຫຍາຍຕາມແຜນການ”.

ກ່ຽວຂ້ອງເຖິງວັນທີ 3 - 4 ກັນຍາ, ກຳປັ່ນ ລາມກິງ ຂອງຈີນໄດ້ຍົກຍ້າຍເຂົ້າເຂດເສດຖະກິດຈຳ ເພາະຂອງຫວຽດນາມ, ຫ່າງຈາກຊາຍຝັ່ງທະເລແຂວງ ກວາງຫງາຍ 90 ກິໂລແມັດ, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ຕາມອົງການທີ່ມີໜ້າທີ່ ຫວຽດນາມ ແຕ່ວັນທີ 3 - 4 ກັນຍາ, ກຳປັ່ນ ລາມກິງ ໄດ້ຜ່ານເຂດເສດຖະກິດ ຈຳເພາະຂອງຫວຽດນາມ. ການປະຕິບັດງານຂອງເຮືອ ກຳປັ່ນລາມກິງ ດັ່ງກ່າວແມ່ນຖືກຕິດຕາມກວດກາໂດຍ ກຳລັງທີ່ມີໜ້າທີ່ ຂອງຫວຽດນາມຕິດຕາມກວດກາໂດຍສອດຄ່ອງກັບຂໍ້ກຳນົດຂອງກົດໝາຍສາກົນ, ໂດຍສະເພາະແມ່ນ UNCLOS ໃນປີ 1982.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.