ສານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໃນໂອກາດວັນຄົບຮອບ 52 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 22 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

22:03 | 08/08/2019

​​​​ເນື່ອງໃນໂອກາດ​ວັນສ້າງ​ຕັ້ງ​ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ​ຄົບຮອບ 52 ປີ (8 ສິງຫາ 1967 – 8 ສິງຫາ 2019) ​ແລະ ​ຄົບຮອບ 22 ປີ ຂອງການເຂົ້າເປັນສະມາຊິກອາຊຽນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (23 ກໍລະກົດ 1997- 23 ກໍລະກົດ 2019), ຂ້າພະເຈົ້າ ຂໍຕາງຫນ້າລັດຖະບານ ສົ່ງພອນອັນປະເສີດ ມາຍັງ ບັນດາທ່ານ ການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຕະຫຼອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າເຂົ້າ​ໃນ​ພາລະກິດປົກປັກຮັກສາ ແລະ ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ​ເວົ້າ​ລວມ ​ແລະ ​ເວົ້າ​ສະ​ເພາະ ປະກອບສ່ວນ​​ເຂົ້າ​ໃນ​ການ​ເຄື່ອນ​ໄຫ​ວວຽກງານ​ອາຊຽນ ຕະຫລອດ​ໄລຍະ 22 ປີ ຜ່ານ​ມາ.

ສານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໃນໂອກາດວັນຄົບຮອບ 52 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 22 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ.(ພາບ:ກົມການຂ່າວ, ກະຊວງການຕ່າງປະເທດ)

ອາຊຽນ ປະກອບ​ດ້ວຍ 10 ປະ​ເທດ ທີ່​ຕັ້ງ​ຢູ່​ໃນ​ພາກ​ພື້ນ​ອາຊີ​ອາຄະ​ເນ​, ​ເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານ ທີ່ຖືກສ້າງຕັ້ງ​ຂຶ້ນ​ ໃນວັນທີ 08 ສິງຫາ 1967, ໂດຍ​ມີ​ຈຸດປະສົງ ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ​ການ​ຮ່ວມ​ມື ​ເພື່ອ​ຄວາມ​ສົມບູນ​ພູນ​ສຸກ​ຂອງບັນດາ​ປະຊາຊາດອາຊີຕາເວັນອອກສ່ຽງໃຕ້. ຕະຫຼອດໄລຍະ 52 ປີ ແຫ່ງວິວັດທະນາການຂອງອາຊຽນ, ອາຊຽນໄດ້ປະເຊີນໜ້າກັບສິ່ງທ້າທາຍ ແລະ ກາລະໂອກາດຕ່າງໆ, ແລະ ສາ​ມາດບັນລຸຈຸດປະສົງຂອງ​ຕົນເປັນ​ກ້າວໆ​ມາ ເປັນ​ຕົ້ນ ແມ່ນ​ການປະກາດການສ້າງຕັ້ງປະຊາຄົມເສດ​ຖະ​ກິດອາຊຽນ ໃນທ້າຍປີ 2015.

ຜົນສໍາ​ເລັດ​ທີ່​ກ່າວ​ມາ​ນັ້ນ ​ແມ່ນ​ຍ້ອນ​ການ​ຮ່ວມ​ມື​ລະຫວ່າງ ບັນດາ​ປ​ະ​ເທດ​ສະມາຊິກ​ອາຊຽນດ້ວຍ​ກັນ ກໍ່​ຄື​ການ​ຮ່ວມ​ມື​ລະຫວ່າງ​ອາຊຽນກັບ​ຄູ່ຮ່ວມພາຍ​ນອກ ທີ່​ໄດ້​ດຳ​ເນີນ​ໄປບົນ​ພື້ນ ຖານ​ຫລັກການ​ແຫ່ງ​ການ​ຢູ່​ຮ່ວມ​ກັນໂດຍ​ສັນຕິ, ​ເຄົາລົບ​ເອກະ​ລາດ, ອະທິ​ປະ​ໄຕ, ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ, ​ບໍ່​ແຊກ​ແຊງ​ເຂົ້າ​ໃນວຽກງານ​ພາຍ​ໃນ​ຂອງກັນ ​ແລະ ກັນ, ແກ້ໄຂບັນຫາໂດຍສັນຕິວິທີ, ບົນຫຼັກການຄວາມເປັນເອກະສັນ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີຜົນ ອີງໃສ່ຄວາມຫຼາກຫຼາຍຂອງປະເທດສະມາຊິກ ທີ່ເອີ້ນວ່າ ວິຖີທາງຂອງອາຊຽນ (ASEAN Way).

ໃນອາທິດທີ່ຜ່ານມາອາຊຽນໄດ້ສຳເລັດການຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງທີ່ບາງກອກ, ປະເທດໄທ, ພາຍໃຕ້ຄຳຂວັນ: “ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ”. ໃນນີ້, ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມ, ມາດຕະການ ແລະ ກິດຈະກໍາຮ່ວມມືໃນໄລຍະໜຶ່ງປີຜ່ານມາ, ເຊິ່ງກວມເອົາ 03 ເສົາຄ້ຳປະຊາຄົມອາຊຽນຄື:

ດ້ານ​ການ​ເມືອງ-ຄວາມໝັ້ນຄົງ, ອາຊຽນ ໄດ້ຮັບຜົນສຳເລັດ ສຳຄັນຫຼາຍດ້ານ ເປັນຕົ້ນ: ການສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ ​ແລະ ກັນ ບົນ​ພື້ນຖານ​​ຫຼັກການ​ທີ່​ອາຊຽນເປັນຜູ້ສ້າງ​ຂຶ້ນ ແລະ ໄດ້​ກຳນົດ​ໄວ້​ໃນ​ ກົດ​ບັດ​ອາຊຽນ ກໍຄື ສົນທິສັນຍາ​ໄມຕີ​ຈິດ ​ແລະ ການ​ຮ່ວມ​ມື​ ເຊິ່ງໄດ້​ເອື້ອ​ອຳນວຍໃຫ້​ແກ່​ການ​​ຮ່ວມ​ມືດ້ານ​ເສດຖະກິດ ​ແລະ ວັດທະນະທຳ-ສັງຄົມ ລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນ ກໍຄືກັບພາຍນອກ ອັນໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ສົ່ງ​ເສີມ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​.

ດ້ານ​ເສດຖະກິດ, ໂດຍລວມ ອາຊຽນ ຍັງເປັນພາກພື້ນໜຶ່ງທີ່ມີເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງໃນທ່າມກາງທີ່ເສດຖະກິດໂລກທົດຖອຍ. ຕໍ່ໜ້າສະພາບການດັ່ງກ່າວ, ອາຊຽນ ຈະເພີ່ມທະວີການຄ້າ ແລະ ການລົງທຶນພາຍໃນອາຊຽນຫຼາຍຂຶ້ນ ລວມທັງ ສ້າງພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດ ​​ເພື່ອ​ຮອງຮັບ​ສິ່ງທ້າ​ທາຍ ກໍ່ຄືກາລະໂອກາດຈາກ​ການ​ປ່ຽນ​ແປງ​ ແລະ ຄວາມ​ທັນ​ສະ​ໄໝ ທາງ​ດ້ານ​ເຕັກ​ໂນ​ໂລ​ຊີໃນ​ຍຸກ​ແຫ່ງການ​ປະຕິວັດອຸດສາຫະກຳ 4.0. ພ້ອມ​​ນີ້, ອາຊຽນ ຈະສຸມໃສ່ການຈັດຕັ້ງປະຕິບັດ ​ສັນຍາ​ເຂດ​ການ​ຄ້າ​ເສລີ ​ແລະ ສັນຍາ​ການ​ລົງທຶນ ແລະ ​ຂຸ້ນຂ້ຽວ​ສຳ​ເລັດການເຈລະຈາສັນຍາ​ການ​ເປັນ​ຄູ່ຮ່ວມ​ເສດຖະກິດ​ຮອບດ້ານ​ລະດັບ​ພາກ​ພື້ນ ໃນທ້າຍປີນີ້. ນອກຈາກນີ້, ພາຍໃນອາຊຽນເອງ ຍັງຈະໄດ້ສືບຕໍ່ເອົາໃຈໃສ່ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ດ້ວຍການຈັດຕັ້ງປະຕິບັດ ຂໍ້ລິເລີ່ມວ່າດ້ວຍ ການເຊື່ອມໂຍງອາຊຽນ, ການຮ່ວມມືດ້ານດີຈີຕອນ ແລະ ການເຊື່ອມຈອດອາຊຽນ.

ດ້ານ​ວັດທະນະທຳ-ສັງຄົມ, ໂດຍລວມແລ້ວ, ປະເທດສະມາຊິກອາຊຽນ ແມ່ນຢູ່ຮ່ວມກັນຢ່າງສັນຕິ ແລະ ກົມກຽວ ໃນທ່າມກາງຄວາມຫຼາກຫຼາຍດ້ານວັດທະນະທຳ, ພາສາ ແລະ ສາດສະໜາ ດ້ວຍການເພີ່ມທະວີການໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ, ເຊິ່ງທັງໝົດນີ້ ໄດ້ປະກອບ ສ່ວນອັນສໍາຄັນເຂົ້າໃນການສ້າງປະຊາຄົມອາຊຽນໃຫ້ເປັນປະຊາຄົມທີ່ໂອບເອື້ອອາລີ, ມີຊັບພະຍາ ກອນມະນຸດ ທີ່ມີຄວາມຮູ້ຄວາມສາມາດ ແລະ ມີສຸຂະພາບແຂງແຮງ.

​ການ​ພົວພັນ​ຮ່ວມ​ມື​ກັບ​ພາຍ​ນອກ, ອາຊຽນ ໄດ້ສືບຕໍ່ປະຕິບັດນະໂຍບາຍເປີດກວ້າງສູ່ພາຍນອກ ຢ່າງສະເໝີຕົ້ນສະເໝີປາຍ ແລະ ໄດ້ຮັບຜົນສໍາເລັດເປັນກ້າວໆມາ. ໃນນີ້,​ ອາຊຽນໄດ້ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກ ລວມທັງປະເທດມະຫາອຳນາດ, ຄູ່ຮ່ວມຂະແໜງການ ແລະ ຄູ່ຮ່ວມພັດທະນາບົນພື້ນຖານຫຼັກການ ແລະ ກົນໄກທີ່ອາຊຽນເປັນຜູ້ສ້າງຂຶ້ນ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ວັດທະນະຖາວອນ ກໍຄືການປົກປັກຮັກສາ ແລະ ສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ມາ​ເຖິງ​ປັດ​ຈຸ​ບັນ​ມີ 92 ປະເທດນອກພາກພື້ນອາຊຽນ ໄດ້ແຕ່ງຕັ້ງທູດຂອງຕົນປະຈໍາອາຊຽນ. ພິເສດ, ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52 ໃນອາທິດຜ່ານມາ ທີ່ ບາງກອກ, ປະເທດໄທ, ອາຊຽນໄດ້ເຫັນດີຮັບເອົາປະເທດ ຊີເລ ເປັນຄູ່ຮ່ວມພັດທະນາອາຊຽນ ແລະ ຮັບເອົາປະເທດ ເປຣູ ເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມື.

ບັນ​ດາ​ທ່ານ, ພໍ່​ແມ່​ພີ່ນ້ອງ ທີ່ ຮັກ​ແພງ​ທັງຫຼາຍ,

ຕະຫລອດໄລຍະ 22 ປີ ທີ່ ສປປ ລາວເຮົາ ເຂົ້າເປັນສະມາຊິກອາຊຽນ, ພວກເຮົາ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ ໃນ​ຂະ​ບວນການ​ລວມຂອງ​ອາຊຽນ ກໍ່​ຄື ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຂອງອາຊຽນຢ່າງເຕັມສ່ວນ ດ້ວຍຄວາມຮັບຜິດຊອບສູງ. ທັງໝົດນີ້, ​ໄດ້​ປະກອບສ່ວນ​ອັນສຳຄັນເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ ສປປ ລາວ, ຊື່​ງຖື​ໄດ້​ວ່າ ​ເປັນໝາກຜົນ​ແຫ່ງ​ການ​ດຳ​ເນີນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແຫ່ງ ສັນຕິພາບ, ​ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ ຢ່າງ​ສະ​ເໝີຕົ້ນສະ​ເໝີປາຍ ກໍ່​ຄື​ແນວທາງການປ່ຽນແປງໃໝ່ຂອງພັກ-ລັດ​ເຮົາ ​ເພື່ອ​ເປັນ​ການ​ສົມທົບ​ທ່າແຮງພາຍ​ໃນ ​ບວກກັບ​ກຳລັງ​ແຮງ​ສັງ​ລວມຂອງ​ພາກ​ພື້ນ ແລະ ​ທ່າ​ອ່ຽງລວມຂອງ​ຍຸກ​ສະ​ໄໝ; ພິເສດ, ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະຖົມ​ປັດ​ໃຈ​ທີ່ໜັກແໜ້ນໃຫ້​ແກ່ພາລະກິດ​ປົກ​ປັກ​ຮັກສາ ​ແລະ ​ສ້າງສາ​ພັດທະນາປະ​ເທດ​ຊາດ​.

ນອກຈາກນີ້, ພວກເຮົາ ຍັງໄດ້ຮ່ວມມືກັບປະເທດສະມາຊິກອາຊຽນ ດໍາເນີນນະໂຍບາຍການພັດທະນາເສດຖະກິດ-ສັງຄົມ ແບບຍືນຍົງ ດ້ວຍການໝູນໃຊ້ທ່າແຮງພາຍໃນ ບວກກັບການຮ່ວມມືກັບພາກເອກະຊົນ ແລະ ການຊ່ວຍເຫຼືອຈາກປະເທດເພື່ອນມິດອາຊຽນ, ຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອາຊຽນ ກໍຄື ຈາກບັນດາອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນ. ໃນນີ້, ໄດ້ສຸມໃສ່ປັບປຸງສະພາບແວດລ້ອມ ທີ່ເອື້ອອໍານວຍໃຫ້ແກ່ການຄ້າ ແລະ ການລົງທຶນ ໃຫ້ມີຄວາມສະດວກວ່ອງໄວ ແລະ ຫັນໄປສູ່ການເປັນທັນສະໄໝເທື່ອລະກ້າວ ແລະ ຫັນພື້ນຖານເສດຖະກິດ ຈາກອຸດສາຫະກໍາ ທີ່ອີງໃສ່ແຕ່ຊັບພະຍາກອນທຳມະຊາດ, ບໍ່ແຮ່, ໄຟຟ້າ, ການສົ່ງອອກວັດຖຸດິບ (Commodity) ໄປສູ່ ອຸດສາຫະກຳປຸງແຕ່ງ, ການບໍລິການ ເພື່ອສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບ ໃຫ້ແກ່ປະຊາຊົນ.

ຕະຫຼອດ​ໄລຍະ 22 ປີ ​ຂອງການເປັນສະມາຊິກອາຊຽນ, ສປປ ລາວ ໄດ້ຮັບຜົນ​ປະ​ໂຫຍດ​ຫຼາຍ​ດ້ານ ບໍ່​ວ່າ​ດ້ານ​ການ​ເມືອງ-ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ-ການ​ຄ້າ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ພ​້ອມ​ດຽວ​ກັນ​ນີ້ ກໍ່​ຍັງ​ໄດ້ຍົກສູງຖານະບົດບາດຂອງ ສ​ປ​ປ ລາວ ໃຫ້ສູງເດັ່ນຂື້ນໃນເວທີພາກພື້ນ ແລະ ສາກົນ; ສປປ ລາວ ສືບ​ຕໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນຊ່ວຍເຫຼືອຈາກປະເທດອາຊຽນ ແລະ ຄູ່ເຈລະຈາ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ; ຮີດຄອງປະເພນີອັນດີງາມຂອງ ສປປ ລາວ ໄດ້ຮັບການສົ່ງເສີ່ມ ແລະ ຮັບຮູ້ຢ່າງກວ້າງຂວາງ, ຊັບພະຍາກອນມະນຸດຂອງພວກເຮົາ ນັບມື້ນັບໄດ້ຮັບການພັດທະນາທາງດ້ານເຕັກນິກວິຊາການຢ່າງຮອບດ້ານ​ເທື່ອ​ລະ​ກ້າວ.

ນອກຈາກນີ້, ການ​ພົວພັນຮ່ວມມືກັບ​ພາຍ​ນອກຂອງອາຊຽນ ໂດຍ​ຜ່ານ​ກົນ​ໄກ​ຕ່າງໆ ​ຂອງ​ອາ​ຊຽນ ໄດ້ເຮັດໃຫ້ການພົວພັນຂອງ ສປປ ລາວ ກັບບັນດາປະເທດມະຫາອຳນາດ ໂດຍສະເພາະກັບ ສປ ຈີນ, ລັດເຊຍ, ອະເມລິກາ, ອິນເດຍ, ຍີ່ປຸ່ນ, ສ ເກົາຫລີ ແລະ ອື່ນໆ ​ມີ​ຄວາມຮັດແໜ້ນຍິ່ງຂຶ້ນ ໂດຍສະເພາະໃນ​ເວລາທີ່ ສປປ ລາວ ເປັນປະ​ເທດ​ປະສານ​ງານອາຊຽນກັບຄູ່ເຈລະຈາໃຫຍ່ເຊັ່ນ: ເປັນປະເທດປະສານງານອາຊຽນ-ອາເມລິກາ 2018-2021; ​ເປັນ​ປະທານ​ຮ່ວມ​ກັບ ສປ. ຈີນ ​ແລະ ກາ​ນາ​ດາ ​ໃນ​ຂອບ​ເວທີປຶກສາຫາລືພື້ນ​ອາຊຽນດ້ານບັນເທົາທຸກໄພພິບັດ 2018-2021; ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເປັນປະທານຮ່ວມກັບ ກະຊວງປ້ອງກັນປະເທດ ລັດເຊຍ ໃນ​ວຽກ​ງານເກັບກູ້ລະເບີດເພື່ອມະນຸດສະທຳ 2017-2020.

ບັນດາທ່ານ, ບັນດາສະຫາຍ ແລະ ພໍ່​ແມ່ພີ່ນ້ອງທັງຫຼາຍ​​,

​ປີນີ້ ພວກ​ເຮົາ​​ຮ່ວມກັນ​ສະ​ເຫຼີມສະຫຼອງອາຊຽນ​ຄົບຮອບ 52 ປີ ແລະ ສປປ ລາວ ເຂົ້າເປັນ​ສະ​ມາ​ຊິກອາຊຽນ ຄົບ​ຮອບ 22 ປີ ໃນ​ທ່າມ​ກາງ​ທີ່ອາຊຽນ​​ສືບ​ຕໍ່​ຮັກສາ ແລະ ເສີມຂະຫຍາຍຜົນສຳ​ເລັດທີ່​ຕົນ​ຍາດ​ມາ​ໄດ້ ດ້ວຍການດໍາເນີນການພົວພັນຮ່ວມມືອາຊຽນ ບົນພື້ນຖານຫຼັກການທີ່ໄດ້ກໍານົດໄວ້ໃນກົດບັດອາຊຽນ, ເຊິ່ງທັງໝົດນີ້ ຈະເຮັດໃຫ້ອາຊຽນສືບຕໍ່ມີສັນຕິພາບ, ສະຖຽນລະພາບ, ວັດທະນະຖາວອນ,​ ມີຄວາມສະມັກຄີ ແລະ ມີຄວາມເປັນເອກະພາບພາຍໃນ.

ອາຊຽນ ຈະ​ສືບ​ຕໍ່ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຮັບປະກັນຄວາມຍືນຍົງ, ການ​ຈະເລີນເຕີບໂຕ​ດ້ານ​ເສດຖະກິດ, ການ​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ດ້ານການ​ພັດທະນາ​ ແລະ ການ​ເຊື່ອມ​ຈອດ​ຂອງ​ອາຊຽນ ໃຫ້ທະລຸໂລ່ງຮອບດ້ານ.

ຕະຫຼອດ​ໄລຍະ 22 ປີ ທີ່ ສປປ ລາວເຮົາເປັນສະມາຊິກອາຊຽນ, ການ​ທີ່ພວກເຮົາສາມາດຍາດໄດ້ຜົນສຳເລັດເປັນກ້າວໆມານັ້ນ ກໍ່ຍ້ອນ​ໄດ້​ຮັບ​ການ​ຊີ້​ນຳ-ນຳພາ​ຢ່າງ​​ແທດເຖິງ​ ຂອງ​ການນໍາພັກ-ລັດ ​ແລະ ຍ້ອນ​ຄວາມ​ເປັນ​ເຈົ້າ​ການ​ຂອງ​​ພະນັກງານ, ລັດຖະກອນ​ທຸກ​ພາກສ່ວນ ນັບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ທີ່​ໄດ້ປະກອບສ່ວນ​ເຂົ້າ​ໃນ​ວຽກງານ​ອາຊຽນຢ່າງຫ້າວຫັນ, ເຕັມສ່ວນ ແລະ ມີປະສິດທິພາບສູງ. ນະໂອກາດນີ້, ຂ້າພະເຈົ້າຂໍຕາງໜ້າ​ໃຫ້​ ລັດຖະບານ ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ແລະ ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງ ຕໍ່​ການ​ຊ່ວຍ​ເຫຼືອ​ສະໜັບສະໜູນ ​ແລະ ການ​ປະກອບສ່ວນ​ຂອງ​ທຸກ​ພາກສ່ວນ​ ຢ່າງ​ສຸດ​ໃຈ.

ພ້ອມ​ກັນ​ນີ້, ຂ້າພະ​ເຈົ້າ ຂໍ​ຮຽກຮ້ອງມາ​ຍັງພະນັກງານ, ທະຫານ, ຕຳຫລວດ, ​ນັກ​ສຶກສາປັນຍາຊົນ ຕະຫລອດ​ຮອດ​ປະຊາຊົນ​ລາວ​ບັນດາ​ເຜົ່າ ຈົ່ງ​ພ້ອມ​ກັນ​ເພີ່ມ​ທະວີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ຜັນ​ຂະຫຍາຍແນວທາງນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດຖະບານ​ເຮົາ, ລວມທັງ​ວຽກງານ​ອາຊຽນ ​ເພື່ອ​ຍາດ​ເອົາ​ຜົນ​ປະ​ໂຫຍ​ດອັນ​ສູງ​ສຸດ ​ມາສູ່​ປະ​ເທດ​ຊາດ ​ແລະ ປະຊາຊົນ ກໍ່​ຄືເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ລວມ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມສັນຕິພາບ, ສະຖຽນລະ​ພາບ, ຄວາມ​ວັດທະນະຖາວອນ ​ແລະ ຄວາມ​ສົມບູນ​ພູນ​ສຸກ​ຂອງ​ພາກ​ພື້ນ ​ແລະ ສາກົນ.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາການນໍາພັກ-ລັດ, ພະນັກງານ, ທະຫານ, ຕໍາຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປວງຊົນລາວ ທຸກຖ້ວນຫນ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກກາຍສະບາຍໃຈ, ປະສົບຜົນສໍາເລັດໃນຫນ້າທີ່ວຽກງານ​ ​ແລະ ຮ່ວມ​ກັນ ສະ​ເຫຼີມສະຫຼອງ ວັນ​ສ້າງ​ຕັ້ງ​ອາຊຽນຄົບຮອບ 52 ປີ ​ແລະ ວັນ​ເຂົ້າ​ອາຊຽນ ຂອງ ສປປ ລາວ ຄົບຮອບ 22 ປີ​ ຢ່າງ​ມີ​ເນື້ອ​ໃນ ແລະ ເໝາະສົມ.

ຂໍ​ຂອບ​ໃຈ.

(ແຫຼ່ງ​ຂໍ້​ມູນ​: ກົມການຂ່າວ, ກະຊວງການຕ່າງປະເທດ)

ທ່ານອາດຈະມັກ

ເຫດການ