ກອງປະຊຸມ AMM - 52: ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີ່ງມິງ ເນັ້ນໜັກເຖິງບັນຫາ ທະເລຕາເວັນອອກ

20:22 | 03/08/2019

ໂດຍສືບຕໍ່ບັນດາການເຄື່ອນໄຫວນອນໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52 (AMM-52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 01 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ພ້ອມກັບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອາເມລິກາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີ່ງມິງ ໄດ້ແບ່ງປັນການຕີລາຄາຂອງບັນດາປະເທດ ອາຊຽນ ກ່ຽວກັບຄວາມໝາຍສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ - ອາເມລິກາ ແລະ ຢັ້ງຢືນວ່າ ຈະສົມທົບກັບບັນດາປະເທດ ອາຊຽນ ຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືລະຫວ່າງ 2 ຝ່າຍໃຫ້ແທດຈິງ, ເປັນຕົ້ນແມ່ນຍູ້ແຮງການແລກປ່ຽນການຄ້າ - ການລົງທຶນ, ປ່ຽນແປງໃໝ່ເຕັກໂນໂລຊີ ແລະ ປະດິດຄິດສ້າງ, ປັບຕົວໃຫ້ແທດເໝາະກັບການປະຕິວັດອຸດສາຫະກຳ 4.0, ພະລັງງານ, ການພັດທະນາພື້ນຖານໂຄງລ່າງ…

ກອງປະຊຸມ AMM - 52: ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີ່ງມິງ ເນັ້ນໜັກເຖິງບັນຫາ ທະເລຕາເວັນອອກ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີ່ງມິງ (ພາບ: TTXVN)

ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ທ່ານ ຟ້າມບີ່ງມິງ ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບການຜັນແປສັບສົນໃນພື້ນທີ່ຕົວຈິງຢູ່ທະເລຕາເວັນອອກ, ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ການລະງັບໃຈ, ບໍ່ມີການກະທຳທີ່ເຮັດໃຫ້ສະພາບການສັບສົນ, ລ່ວງລ້ຳອຳນາດອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດແຄມຝັ່ງທະເລ, ບໍ່ຫັນເປັນການທະຫານ, ຈົ່ງລະງັບໃຈ, ບໍ່ນຳໃຊ້ ແລະ ນາບຂູ່ນຳໃຊ້ກຳລັງຂອງກອງທັບ, ເຄົາລົບກົດໝາຍສາກົນຢ່າງເຂັມງວດ ໃນນັ້ນມີ UNCLOS 1982, ສ້າງ COC ໃຫ້ສຳເລັດໂດຍໄວມີປະສິດທິຜົນ, ແທດຈິງ, ເໝາະສົມກັບກົດໝາຍສາກົນ.

ແລະກໍ່ໃນວັນທີ 01 ສິງຫາ, ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52 ໄດ້ດຳເນີນກອງປະຊຸມລັດຖະມົນຕີຫົວຄິດປະດິດສ້າງຍ່ານລຸ່ມແມ່ນ້ຳຂອງ (LMI) ຄັ້ງທີ 12. ກອງປະຊຸມໂດຍທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ແລະ ທ່ານລັດຖະມົນຕີການຕ່າງປະເທດ ໄທ ດອນ ປຣາມຸດວິໄນ ເປັນປະທານຮ່ວມ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ ແລະ ເລຂາທິການໃຫຍ່ ອາຊຽນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ສະເໜີບາງບຸລິມະສິດການຮ່ວມມືໃນໄລຍະຈະມາເຖິງຄື: ເພີ່ມທະວີການຮ່ວມມືເຊື່ອມຕໍ່, ພິເສດແມ່ນການເປີດກ້ວາງແລວທາງເສດຖະກິດຕາເວັນອອກ - ຕາເວັນຕົກ, ແລວທາງເສດຖະກິດພາກໃຕ້ໄປຮອດ ອິນເດຍ ດ້ວຍທາງບົກ ແລະ ທາງທະເລ, ກໍ່ຄືເປີດກ້ວາງເສັ້ນທາງຄວາມໄວສູງ ອິນເດຍ - ມຽນມາ - ໄທ ໄປຫາ ກຳປູເຈຍ, ລາວ ແລະ ຫວຽດນາມ, ພ້ອມທັງຕັ້ງໜ້າຄົ້ນຄວ້າບັນດາໂຄງການໜູນຊ່ວຍພັດທະນາຕາໜ່າງຄົມມະນາຄົມດ້ວຍຫລາຍວິທີເຊື່ອມຕໍ່ພາກພື້ນແມ່ນ້ຳຂອງ ແລະ ອິນເດຍ…

ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີ MGC ຄັ້ງທີ 10, ແຜນການດຳເນີນງານການຮ່ວມມື MGC ໄລຍະປີ 2019 – 2022 ແລະ ເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳຄົງຄາຄັ້ງທີ 11 ຢູ່ ຫວຽດນາມ ໃນປີ 2020.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ເຫດການ
302 Found

Found

The document has moved here.