ຫວຽດນາມ ເຂົ້າຮ່ວມກອງປະຊຸມກະກຽມຂອງ ອາຊຽນ ໃຫ້ AMM-52 ແລະ ບັນດາກອງປະຊຸມລັດຖະມົນຕີກ່ຽວຂ້ອງ

09:20 | 31/07/2019

ຍສໝ - ໃນລະຫວ່າງວັນທີ 30 ກໍລະກົດ ຫາ ວັນທີ 3 ສິງຫາ ທີ່ບາງກອກ, ປະເທດໄທ ໄດ້ດຳເນີນກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ ASEAN (SOM) ກະກຽມໃຫ້ກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 52 (AMM-52) ແລະ ບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ກັບຄູ່ຮ່ວມມືຕ່າງໆ (PMC+) ເຊິ່ງຈະໄດ້ດໍາເນີນ. ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ນຳໜ້າຄະນະຜູ້ແທນຫວຽດນາມເຂ້ົາຮ່ວມກອງປະຊຸມ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມກະກຽມຂອງ ອາຊຽນ ໃຫ້ AMM-52 ແລະ ບັນດາກອງປະຊຸມລັດຖະມົນຕີກ່ຽວຂ້ອງ

ທ່ານ ຫງວຽນກ໊ວກຢູງ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສອາຊຽນ. (ພາບ: TTXVN)

ທີ່ກອງປະຊຸມ, ບັນດາເຈົ້າໜ້າທີ່ອາວຸໂສ ASEAN ໄດ້ກວດກາຄືນວຽກງານການກະກຽມທຸກດ້ານໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 (AMM-52) ແລະ ບັນດາກອງປະຊຸມລັດຖະມົນຕີກ່ຽວຂ້ອງກັບຄູ່ຮ່ວມມືຕ່າງໆ; ແລກປ່ຽນບັນດາບັນຫາທີ່ພົ້ນເດັ່ນຂຶ້ນໃນວິວັດທະນາການກໍ່ສ້າງປະຊາຄົມອາຊຽນ, ແຜນການຜັນຂະຫຍາຍເອກະສານທັດສະນະຂອງອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ (AOIP), ການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ຄື: ອົດສະຕາລີ, ນິວຊີແລນ, ແຜນການຜັນຂະຫຍາຍຄະນະສຳຫຼວດຂອງ ອາຊຽນ ຢູ່ Timor Leste, ວິວັດທະນາການເຈລະຈາປະມວນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ແລະບັນຫາທະເລຕາເວັນອອກ... ຕາມລາຍການ, ບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ ຈະສືບຕໍ່ຈັດກອງປະຊຸມກັບເຈົ້າໜ້າທີ່ອາວຸໂສບັນດາຄູ່ຮ່ວມມື ຈີນ, ຍີ່ປຸ່ນ, ສ. ເກົາຫຼີ ແລະບັນດາປະເທດເຂົ້າຮ່ວມຂັ້ນສູງອາຊີຕາເວັນອອກ (EAS) ໃນວັນທີ 30 ກໍລະກົດ.

(ຄຳຮຸ່ງ)

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ອ່ານຫຼາຍທີ່ສຸດ