ລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ຕ້ອນຮັບ ປະທານ IFAD

10:37 | 25/07/2019

ໃນວັນທີ 24 ກໍລະກົດ 2019 ທີ່ກະຊວງການຕ່າງປະເທດ ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ກິວເບີດ ຮຸງໂບ (Gilbert F. Houngbo) ປະທານອົງການກອງທຶນສາກົນ ເພື່ອການພັດທະນາດ້ານກະສິກຳ (IFAD) ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ລະຫວ່າງ ວັນທີ 22-25 ກໍລະກົດ 2019.

ລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ຕ້ອນຮັບ ປະທານ IFAD

ທ່ານ ສະເຫລີມໄຊ ກົມມະສິດ ຕ້ອນຮັບ ທ່ານ ກິວເບີດ ຮຸງໂບ (Gilbert F. Houngbo)

ຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ເພື່ອເປັນການຊຸກຍູ້ ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບອົງການ IFAD ໂດຍສະເພາະໃນຂົງເຂດການພັດທະ ນາຊົນນະບົດຮອບດ້ານ ແລະ ການຄໍ້າປະກັນ ດ້ານສະບຽງອາຫານ, ຄຽງຄູ່ກັບການຄຸ້ມຄອງທີ່ດິນ ແລະ ຊັບພະຍາກອນ ທຳມະຊາດໃຫ້ມີຄວາມຍືນຍົງ. ພ້ອມດຽວກັນນີ້, ຄະນະດັ່ງກ່າວ ຍັງໄດ້ເດີນທາງໄປຢ້ຽມຢາມ ບັນດາໂຄງການ ຍຸດທະສາດ ສະໜັບສະໜູນ ການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ທີ່ໄດ້ຮັບການຊ່ວຍເຫລືອຈາກ ອົງການIFAD ຢູ່ ແຂວງ ຊຽງຂວາງ.

ລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ຕ້ອນຮັບ ປະທານ IFAD

ບັນຍາກາດທີ່ການຕ້ອນຮັບ

ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ IFAD ເລີ່ມແຕ່ປີ 1978, ການຮ່ວມມືສ່ວນໃຫຍ່ ແມ່ນອີງໃສ່ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ໃນແຕ່ລະໄລຍະເປັນຫລັກ. ການຊ່ວຍເຫລືອແກ່ ສປປ ລາວ ຂອງ ອົງການ IFAD ເລີ່ມແຕ່ໃນປີ 1980 ລວມມູນຄ່າ 148 ລ້ານໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນ ການຈັດຕັ້ງປະຕິບັດ 15 ໂຄງການ/ແຜນງານ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.