ສະຖາບັນການຕ່າງປະເທດຫວຽດນາມ ມອບໃບປະກາດໃຫ້ນັກສຶກສາລາວທັງຫມົດ 18 ນ້ອງ

22:23 | 09/07/2019

ຍສໝ - ເມື່ອມໍ່ໆມານີ້, ທີ່ສະຖາບັນພົວພັນການຕ່າງປະເທດຫວຽດນາມ, ໄດ້ຈັດພິທີມອບ-ຮັບໃບປະກາດ ລະບົບປະລິນຍາຕີຊຸດທີ່ 1 ຫລຸ້ນ ທີ 42 ໃນນັ້ນມີນັກສຶກສາລາວຈຳນວນ 18 ຄົນ.

ສະຖາບັນການຕ່າງປະເທດຫວຽດນາມ ມອບໃບປະກາດໃຫ້ນັກສຶກສາລາວທັງຫມົດ 18 ນ້ອງ

ທ່ານ ຫງວຽນ ຫວູ ຕຸ່ງ ອຳນວຍການສະຖາບັນພົວພັນຕ່າງປະເທດ ກ່າວຄໍາເຫັນທີ່ພິທີມອບ-ຮັບໃບປະກາດ

ເຂົ້າຮ່ວມພິທີມີທ່ານ ຫງວຽນ ຫວູ ຕຸ່ງ, ອຳນວຍການສະຖາບັນພົວພັນຕ່າງປະເທດ, ບັນດາຄູອາຈານ,ພະນັກງານພາຍໃນສະຖາບັນ, ນັກສຶກສາຫວຽດນາມ, ມົງໂກນ, ແລະ ນັກສຶກສາລາວ ຫລຸ້ນ ທີ 42 ຕະຫລອດຮອດພໍ່ແມ່ພີ່ນ້ອງຂອງບັນດານັກສຶກສາກໍ່ໄດ້ເຂົ້າຮ່ວມ.

ພາຍໃນພິທີ, ທ່ານ ຫງວຽນ ຫວູ ຕຸ່ງ, ອຳນວຍການສະຖາບັນພົວພັນຕ່າງປະເທດໄດ້ສະແດງຄວາມຊົມເຊີຍຕໍ່ກັບການປະກອບສ່ວນຂອງບັນດາຄູອາຈານ, ອວຍພອນ ແລະ ສະແດງຄວາມຊົມເຊີຍຕໍ່ກັບຄວາມຕັ້ງໃຈຢ່າງບໍ່ຢຸດຢັ້ງຂອງບັນດາບັນດິດໃໝ່ຕະຫລອດໄລຍະເວລາ 4 ປີ ຂອງການສຶກສາ.

ຄຽງຄູ່ກັນນັ້ນ, ທ່ານຍັງໄດ້ຂອບໃຈມາຍັງບັນດິດໃໝ່ກໍຄືພໍ່ແມ່ຜູ້ປົກຄອງທີ່ໄດ້ໃຫ້ຄວາມເຊື່ອໝັ້ນ ແລະ ຝາກຝັງລູກຫລານຂອງຕົນທີ່ສະຖາບັນພົວພັນການຕ່າງປະເທດ, ທ່ານອຳນວຍການໄດ້ຕ່າງຫນ້າໃຫ້ກັບບັນດາຄູອາຈານ, ພະນັກງານພາຍໃນສະຖາບັນສະແດງຄວາມຊົມເຊີຍເຖິງບັນດາບັນດິດໃໝ່ ແລະ ບັນດາຜູ້ປົກຄອງໃນພິທີທີ່ມີຄວາມຫມາຍຄວາມສຳຄັນນີ້.

ສະຖາບັນການຕ່າງປະເທດຫວຽດນາມ ມອບໃບປະກາດໃຫ້ນັກສຶກສາລາວທັງຫມົດ 18 ນ້ອງ

ນ້ອງ ກິກສະໜາ ສຸທຳມະວົງ ກ່າວຄໍາເຫັນທີ່ພິທີມອບ-ຮັບໃບປະກາດ

ພາຍໃນພິທີດັ່ງກ່າວ, ຕ່າງໜ້ານັກສຶກສາລາວ, ນ້ອງ ກິກສະໜາ ສຸທຳມະວົງ, ນັກສຶກສາລາວທີ່ໄດ້ຮັບໃບປະກາດ ລະດັບເກັ່ງ ໄດ້ສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນຕໍ່ກັບບັນດາຄູອາຈານສຳລັບບັນດາຄວາມຮູ້ທີ່ໄດ້ຈາກສະຖາບັນພົວພັນການຕ່າງປະເທດ, ບັນດານັກສຶກສາລາວມີຄວາມມຸ່ງຫວັງຈະປະກອບສ່ວນຢ່າງສຸດຄວາມສາມາດເຂົ້າໃນວຽກງານການພົວພັນສາກົນກໍ່ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບຂອງສອງຊາດ ຫວຽດນາມ-ລາວ.

ຫລຸ້ນທີ່ 42 ສະຖາບັນພົວພັນການຕ່າງປະເທດຫວຽດນາມປະກອບມີນັກສຶກສາລາວທັງຫມົດ 27 ນ້ອງ, ໃນນັ້ນມີ 18 ນ້ອງຈົບການສຶກສາໃນຊຸດທີ່1 ປະກອບມີ: ຂະເເໜງການເມືອງສາກົນ ແລະ ຂະເເໜງເສດຖະກິດສາກົນ; ໃນນັ້ນມີ 1 ນ້ອງໄດ້ຮັບໃບປະກາດໃນລະດັບເກັ່ງ, 4 ນ້ອງໄດ້ຮັບໃບປະກາດລະດັບດີ ແລະ 13 ນ້ອງໄດ້ຮັບໃບປະກາດໃນລະດັບປານກາງ.

ບັນດາຮູບພາບທີ່ພິທີມອບ-ຮັບໃບປະກາດ ຄືດັ່ງຕໍ່ໄປນີ້:

ການຮ່ວມມືທາງດ້ານການສຶກສາ ແລະ ການກໍ່ສ້າງສາມາດເຫັນໄດ້ວ່າແມ່ນຂົງເຂດການຮ່ວມມືທີ່ມີມາແຕ່ດົນນານລະຫວ່າງສອງປະເທດຫວຽດນາມ-ລາວ, ປະກອບສ່ວນໃນການຕອນສະໜອງບຸກຄະລາກອນທີ່ມີປະສິດທິພາບສູງ. ໃນແຕ່ລະປີຫວຽດນາມໄດ້ມອບທຶນການສຶກສາໃຫ້ແກ່ລາວຫລາຍກ່ວາ 1.000 ທຶນ/ປີ. ປັດຈຸບັນຫວຽດນາມເປັນປະເທດທີ່ມີຈຳນວນນັກຮຽນນັກສຶກສາລາວທີ່ກຳລັງສຶກສາໃນຂັ້ນມະຫາວິທະຍາໄລ ແລະ ເຫນືອ ມະຫາວິທະຍາໄລຫລາຍສຸດ, ລວມທັງຫມົດຫລາຍກ່ວາ 16.000 ຄົນ (ກວມເອົາ 80% ຂອງຈຳນວນນັກສຶກສາສາກົນທີ່ກຳລັງສຶກສາຢູ່ຫວຽດນາມ). ບັນດານັກສຶກສາລາວພາຍຫລັງສຳເລັດການສຶກສາໄດ້ປຫຶບສ່ວນ ແລະ ກຳລັງປະກອບສ່ວນເຂົ້າໃນວຽກງານການພັດທະນາປະເທດຊາດ, ກໍ່ຄືການເສີມຂະຫຍາຍສາຍພົວພັນຂອງສອງປະເທດນັບມື້ນັບແໜ້ນແຟ້ນ.

(ໄຊພອນ)