ລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງ

10:29 | 01/08/2019

ໃນ​ຕອນ​ບ່າຍວັນທີ 30 ກໍລະກົດ 2019 ທີ່ ບາງກອກ ປະເທດໄທ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການ​​​ຕ່າງປະ​ເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ຄະນະກໍາມາທິການ ວ່າດ້ວຍເຂດປອດອາວຸດນິວເຄລຍອາຊີ ຕາເວັນອອກສ່ຽງໃຕ້ (SEANWFZ Commission), ເຊິ່ງໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມ​ຄືບໜ້າ​ ການຈັດ​ຕັ້ງ​ປະ​ຕິ​ບັດ​ ແຜນ​ປະຕິບັດ​ງານ ຂອງ​ສົນທິສັນຍາ​ ວ່າ​ດ້ວຍເຂດປອດອາວຸດນິວເຄລຍ​ ໃນອາຊີຕາເວັນອອກສ່ຽງໃຕ້ ໄລຍະ 2018-2022 ​​ແລະ ຮັບ​ຊາບ​ຜົນ​ກອງ​ປະຊຸມ ​ເຄືອ​ຂ່າຍ​ອົງການ​ພະລັງງານ ​ປະລາ​ມະນູອາຊຽນ ຄັ້ງ​ທີ 6 (6th ASEANTOM).

ລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງ

ລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງ

ພ້ອມ​ນີ້, ໃນຕອນບ່າຍຂອງວັນດຽວກັນ ລັດຖະມົນຕີ ຕ່າງປະເທດເຮົາ ກັບບັນດາລັດຖະມົນຕີອາຊຽນ ອືື່ນໄດ້​ພົບ​ປະ​ກັບ​ຜູ້ຕາງໜ້າ ຄະນະ​ກໍາມາ​ທິການ​ ລະຫວ່າງ​ຊາດ​ອາຊຽນ ວ່າ​ດ້ວຍ​ສິດ​ທິມະນຸດ (AICHR), ເຊິ່ງໄດ້​ຮັບ​ຊາບ​ບົດ​ລາຍ​ງານ ​ປະ​ຈໍາປີ 2019 ​ແລະ ​ຖະ​ແຫລງການ ສະເຫລີມສະຫລອງຄົບຮອບ 10 ປີ ຂອງ AICHR. ໃນຕອນຄ່ຳຂອງວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫລີມໄຊ ໄດ້ເຂົ້າຮ່ວມກອງປະຊຸມອາຫານຄ່ຳແບບເຮັດວຽກ, ເຊິ່ງໄດ້ປຶກສາຫາລື 3 ບັນຫາ 1. ຜົນຂອງກອງປະຊຸມ G20 ຢູ່ ເມືອງໂອສະກະ ຍີ່ປຸ່ນ; 2. ຜັນຂະຫຍາຍເອກະສານແນວຄວາມຄິດອາຊຽນ ຕໍ່ຂອບການຮ່ວມມືອິນໂດປາຊີຟິກ; ແລະ 3. ການແກ້ໄຂບັນຫາຄວາມຫຍຸ້ງຍາກ ຢູ່ ລັດຣະຄາຍ ມຽນມາ.

ໃນຕອນເຊົ້າຂອງ​ວັນ​ທີ 31 ກໍລະກົດ 2019, ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ, ໄດ້ນຳພາ​ຄະນະ ເຂົ້າຮ່ວມພິທີເປີດກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52 ຢ່າງເປັນທາງການ ແລະ ​ສືບ​ຕໍ່​ເຂົ້າ​ຮ່ວມກອງປະຊຸມ ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດ ​ອາ​ຊຽນແບບຄົບຄະນະ ຄັ້ງທີ 52 ແລະ ກອງ​ປະຊຸມແບບວົງແຄບ. ກອງປະຊຸມລັດຖະມົນຕີ ຕ່າງປະເທດຄົບຄະນະ ຄັ້ງທີ 52 ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດ ຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ຜ່ານມາ ໂດຍສະເພາະ ການສືບຕໍ່ສ້າງປະຊາຄົມອາຊຽນ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ທີ່ ປິ່ນອ້ອມບັນ ດາບູລິມະສິດການເປັນປະທານອາຊຽນຂອງ ໄທ ປີ 2019​ ພາຍ​ໃຕ້​ຄຳ​ຂວັນ: “ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ” ເຊັ່ນ: ການພັດທະນາແບບຍືນຍົງ, ການ​ເຊື່ອມ​ສານ​ລະຫວ່າງ ວິ​ໄສ​ທັດ​ອາຊຽນ 2025 ​ແລະ ເປົ້າໝາຍ​ການ​ພັດ ທະນາ​ແບບ​ຍົນ​ຍົງ 2030 ຂອງ ສປຊ. ພ້ອມນີ້, ກອງ​ປະຊຸມ ຍັງ​ໄດ້​ເອກະພາບກັນຕໍ່ການກະກຽມດ້ານເນື້ອໃນ ແລະ ພິທີການໃຫ້ແກ່ ກອງປະຊຸມລັດຖະມົນຕີ ກັບຄູ່ເຈລະຈາ (PMC) ໃນວັນທີ 1-2 ສິງຫາ 2019, ກອງປະຊຸມສະມັດຊາ​ໃຫຍ່ອົງການ ສປຊ ຄັ້ງ​ທີ 74​ ແລະ ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ ຄັ້ງທີ 35 ໃນເດືອນກັນຍາ ແລະ ເດືອນພະຈິກ 2019 ຕາມລໍາດັບ.

ພິເສດ, ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 52 ນີ້ ໄດ້​ຮັບຮອງ​ເອົາ​ຖະ​ແຫລງການ​ຮ່ວມ​ ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ ຄັ້ງ​ທີ 52; ຮັບ​ຊາບ​ບົດ​ລາຍ​ງານ ​ການ​ປະ​ເມີນ​ຄວາມ​ຄືບໜ້າ​ ໃນ​ການ​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ພາຍ​ໃນ​ອາຊຽນ; ແລະ ໄດ້ຮັບຮອງເອົາແຜນງານໂຄງບູລິມະສິດ ແລະ ແຜນງົບປະມານປະ ຈຳປີ 2020 ຂອງຄະນະກຳມະທິການ ລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ຫລື ໄອຈາ (AICHR).

ໃນກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນແບບວົງແຄບ ບັນດາລັດຖະມົນຕີ ໄດ້ແລກປ່ຽນທັດສະນະນຳກັນຢ່າງກົງໄປກົງມາ ຕໍ່ບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ, ເຊັ່ນບັນຫາແຫລມເກົາຫລີ, ທະເລຈີນໃຕ້, ບັນຫາອາຊະຍາກຳຂ້າມຊາດ, ການຕ້ານການກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ, ສະພາບການຢູ່ຕາເວັນອອກກາງ, ການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ.

​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວກັນ, ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ໄດ້​​ຮ່ວມ​ລົງ​ນາມ​ເພື່ອ​ຮັບ​ເອົາ​ປະ ເທດເປຣູ ເຂົ້າ​ເປັນ​ພາຄີ​ສົນ​ທິ​ສັນຍາ​ໄມຕີ​ຈິດ ​ແລະ ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (TAC); ແລະ ​ເຂົ້າ​ຮ່ວມພິທີເປີດທຶນການສຶກສາຜູ້ນໍາໜຸ່ມນ້ອຍ ອາຊຽນ-ຈີນ; ແລະ ພິທິປະກາດ ຂໍ້ລິເລີ່ມ ອາຊຽນ-ອົດສະຕາລີ ກ່ຽວກັບ ການຕ້ານການຄ້າມະນຸດ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.