ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ໃນປັດຈຸບັນ, ທົ່ວປະເທດມີສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິ ເວນຢູ່ສູນ 2.612 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 18 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 74.068 ຕົວຢ່າງ, ກວດພົບເຊື້ອສະສົມ 25 ຄົນ, ສ່ວນຄົນເຈັບຕິດເຊື້ອພະຍາດ COVID-19 ເບີ 24 ແລະ ເບີ 25 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ.

ການຮ່ວມມືຊາຍແດນລະຫວ່າງ ສອງປະເທດໄດ້ຮັບຄວາມ ສົນໃຈ ຢ່າງເລິກເຊິ່ງຈາກພັກແລະລັດຖະບານຂອງສອງປະເທດ ຫວຽດນາມ - ລາວ

ການຮ່ວມມືຊາຍແດນລະຫວ່າງ ສອງປະເທດໄດ້ຮັບຄວາມ ສົນໃຈ ຢ່າງເລິກເຊິ່ງຈາກພັກແລະລັດຖະບານຂອງສອງປະເທດ ຫວຽດນາມ - ລາວ

ສປປ ລາວ ແລະ ສສ ຫວຽດນາມ ມີເສັ້ນຊາຍແດນຍາວ 2.300 ກມ, ຕິດກັບ 10 ແຂວງຂອງສອງປະເທດ. ແຕ່ປີ 1978 ເຖິງປີ 1987, ລາວ ແລະ ຫວຽດນາມ ໄດ້ປະສານສົມທົບເພື່ອສຳເລັດການປັກຫຼັກໝາຍຊາຍແດນທັງໝົດໃນພາກສະໜາມ, ຫຼັງຈາກຫຼາຍປີຜ່ານມາ...

ລັດຖະມົນຕີການຕ່າງປະເທດລາວ ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ ກໍ່ຄືຖານະຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ

ລັດຖະມົນຕີການຕ່າງປະເທດລາວ ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ ກໍ່ຄືຖານະຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບົດບາດນໍາພາ, ຄວາມສາມາດຊັກຈູງຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ກໍ່ຄືບັນດາການປະກອບສ່ວນຂອງຫວຽດນາມ ໃນການຍົກສູງບົດບາດຂອງອາຊຽນໃນເວທີປາໄສພາກພື້ນ ແລະສາກົນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ: ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າໃຫ້ແກ່ການພົວພັນແບບພິເສດກັບ ລາວ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ: ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າໃຫ້ແກ່ການພົວພັນແບບພິເສດກັບ ລາວ

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງຕັດສິນໃຈຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມລະຫວ່າງສອງປະເທດ. ພ້ອມທັງມານະພະຍາຍາມກະກຽມໃຫ້ເປັນຢ່າງດີ ເພື່ອຮັບປະກັນໃຫ້ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ລາວ ປະສົບຜົນສຳເລັດຢ່າງຈົບງາມ.

ລາວ: ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.657 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

ລາວ: ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.657 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

ປັດຈຸບັນ ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນ ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.657 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ລາວ ກວດ​ພົບ​ຜູ້​ຕິດ​ເຊື້ອ​​ໂຄ​ວິ​ດ​-19 ເພີ່ມອີກ 1 ​ກໍລະນີ

ລາວ ກວດ​ພົບ​ຜູ້​ຕິດ​ເຊື້ອ​​ໂຄ​ວິ​ດ​-19 ເພີ່ມອີກ 1 ​ກໍລະນີ

ສປປ ລາວ ກວດ​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ​ໃໝ່ 1 ກໍລະນີ, ໂດຍແມ່ນ ນັກ ສຶກສາລາວ (ເພດຍິງ) ເດີນທາງມາຈາກປະເທດຮົງກາລີ, ປັດຈຸບັນ ໄດ້ເອົາຜູ້ກ່ຽວໄປແຍກປ່ຽວ ​ເພື່ອປິ່ນປົວຢູ່ໂຮງໝໍ ມິດຕະພາບ 150 ຕຽງແລ້ວ, ລວມຕົວເລກຜູ້ຕິດເຊື້ອ ສະສົມເປັນ 25 ກໍລະນີ, ປິ່ນ​ປົວ​ຫາຍ​ດີ 23 ກໍລະນີ, ຍັງ​ສືບ​ຕໍ່​ປິ່ນປົວ 2 ກໍລະນີ. ຄະນະ​ທີ່ ​ທົ່ວ​ໂລກ ມາຮອດວັນທີ 17 ພະຈິກ 2020 ມີ​ຜູ້​ຕິດ​ເຊື້ອ​ທັງ​ໝົດ 55.295.170 ຄົນ, ​ເສຍ​ຊີວິດ 1.331.308 ຄົນ, ປິ່ວປົວ​ຫາຍ​ດີ 38.380.491 ຄົນ.

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ສຳເລັດລົງຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ສຳເລັດລົງຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາເປັນເວລາ 16 ວັນ, ແຕ່ວັນທີ 27 ຕຸລາ - 17 ພະຈິກ 2020, ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນສູງຂອງພັກ-ລັດ, ຄະນະລັດຖະບານ, ອົງການຈັດຕັ້ງພັກ-ລັດ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ.

ປະຊາຊົນສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາແກ້ໄຂ ບັນຫາການຂາຍຫວຍ

ປະຊາຊົນສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາແກ້ໄຂ ບັນຫາການຂາຍຫວຍ

​ຫາງ​ສຽງຂອງ​ສັງຄົມ ​ສ່ວນ​ຫລາຍ​ແມ່ນ ​ຢາກ​ໃຫ້​ແກ້​ໄຂ​ບັນຫາ ການ​ຊື້-ຂາຍ​ຫວຍ​ໃນ​ປັດຈຸບັນ, ​ເຊິ່ງມີ​ທັງຫວຍຢູ່ພາຍໃນ ແລະ ຕ່າງປະເທດ, ມີບາງຫວຍ ອອກມື້ໜຶ່ງອອກ 4 ຄັ້ງ, ຊົ່ວໂມງລະຄັ້ງ ແຕ່ 16:30-19:30 ​ແລະ ຫວຍພັດທະນາ ​ແມ່ນອອກ 2 ຄັ້ງຕໍ່ອາທິດ ​ເຊິ່ງ​ເຫັນ​ວ່າອອກຫວຍຫລາຍໂພດ ເປັນການເບື່ອເມົາເກີນໄປ.

ລາວ ຍັງສືບຕໍ່ເອົາໃຈໃສ່ຢ່າງເຂັ້ມງວດ ປ້ອງກັນການລະບາດຂອງ ໂຄວິດ-19

ລາວ ຍັງສືບຕໍ່ເອົາໃຈໃສ່ຢ່າງເຂັ້ມງວດ ປ້ອງກັນການລະບາດຂອງ ໂຄວິດ-19

ປັ​ດຈຸ​ບັນ, ເຖິງ​ວ່າການ​​ລະບາດ​ຂອງ​ພະຍາດ​ ໂຄ​ວິດ-19 ຢູ່ ສປປ ລາວ ຈະ​ເບົາບາງ​ລົງ​ຢ່າງ​ຕໍ່​ເນື່ອງ​ກໍ່ຕາມ ​ແຕ່ລັດຖະບານ ກໍ​ຄື ຄະນະ​ສະ​ເພາະ​ກິດ ຍັງ​ສືບ​ຕໍ່​ເຝົ້າ​ລະວັງ ​ຕ້ານ ​ແລະ ສະກັດ​ກັ້ນ ການ​ແຜ່​ລະບາດ ​ຂອງ​​ໂຄ​ວິ​ດ-19 ຢ່າງ​ເຂັ້ມ​ງວດ​ຕໍ່​ເນື່ອງ, ​ເຊິ່ງຕົວ​ເລກ​ຜູ້ຕິດ​ເຊື້ອ​ສະສົມ 24 ຄົນ​, ປິ່ນປົວ​ດີ 23 ຄົນ, ຍັງ​ສືບ​ຕໍ່​ປິ່ນປົວ​ຢູ່​ໂຮງໝໍ 1 ຄົນ.

ສື່ມວນຊົນ ສປປ.ລາວ ໄດ້ຕີລາຄາສູງຕໍ່ປີດຳລົງຕຳແໜ່ງເປັນປະທານອາຊຽນ ຂອງຫວຽດນາມ

ສື່ມວນຊົນ ສປປ.ລາວ ໄດ້ຕີລາຄາສູງຕໍ່ປີດຳລົງຕຳແໜ່ງເປັນປະທານອາຊຽນ ຂອງຫວຽດນາມ

ຍສໝ - ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ກອງປະຊຸມລະດັບສູງທີ່ກ່ຽວຂ້ອງ ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-15 ພະຈິກ, ສື່ມວນຊົນຂອງປະເທດ ສປປ.ລາວ ໄດ້ສົ່ງຂ່າວກ່ຽວກັບເຫດການດັ່ງກ່າວ, ແລະ ເຊິ່ງໄດ້ຕີລາຄາສູງຕໍ່ບົດບາດດຳລົງຕຳແໜ່ງປີປະທານອາຊຽນ 2020 ຂອງຫວຽດນາມ.

ກົດໝາຍວ່າດ້ວຍການຮ່ວມມື ລະຫວ່າງປະເທດ ທາງອາຍາ ສ້າງຂຶ້ນເພື່ອສະກັດກັ້ນ ຕ້ານບັນຫາອາສະຍາກຳທຸກຮູບແບບ

ກົດໝາຍວ່າດ້ວຍການຮ່ວມມື ລະຫວ່າງປະເທດ ທາງອາຍາ ສ້າງຂຶ້ນເພື່ອສະກັດກັ້ນ ຕ້ານບັນຫາອາສະຍາກຳທຸກຮູບແບບ

ທ່ານ ພົທ ວິ​ໄລ ຫລ້າ​ຄຳ​ຟອງ ລັດຖະມົນຕີ​ກະຊວງ ​ປ້ອງ​ກັນ​ຄວາມ​ສະຫງົບ ລາຍງານໃຫ້ຮູ້ ໃນ​ ກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 12 ພະຈິກ 2020 ນີ້ວ່າ: ຮ່າງກົດໝາຍວ່າ​ດ້ວຍ​ການ​ຮ່ວມ​ມື ​ລະ​ຫວ່າງ​ປະ​ເທດທາງ​ອາຍາ ສະບັບ​ສ້າງ​ໃໝ່ ປະກອບມີ IX ພາກ, 6 ໝວດ, 54 ມາດຕາ.

ທ່ານນາຍົກລັດຖະມົນຕີ ສປປ.ລາວ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງອາຊຽນ ແລະ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ສປປ.ລາວ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງອາຊຽນ ແລະ ຫວຽດນາມ

ຍສໝ - ທ່ານນາຍົກລັດຖະມົນຕີ ສປປ.ລາວ ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳອາຊຽນ ຕ້ອງການພະຍາຍາມ ເພື່ອຟື້ນຟູບັນດາພາກສ່ວນເສດຖະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ແລະ ສືບຕໍ່ໃຫ້ການຮ່ວມມືໃນການຄົ້ນຄວ້າແລະ ພັດທະນາວັກຊີນປ້ອງກັນ ແລະ ຕ້ານພະຍາດ.

ຫວຽດນາມ ໄດ້ມອບເຂົ້າສານຈຳນວນ 1.000 ໂຕນ ໃຫ້ແກ່ປະເທດລາວ ເພື່ອຜ່ານຜ່າຜົນສະທ້ອນຈາກໄພທຳມະຊາດ

ຫວຽດນາມ ໄດ້ມອບເຂົ້າສານຈຳນວນ 1.000 ໂຕນ ໃຫ້ແກ່ປະເທດລາວ ເພື່ອຜ່ານຜ່າຜົນສະທ້ອນຈາກໄພທຳມະຊາດ

ຍສໝ - ໃນວັນທີ 13 ພະຈິກ, ອີງຕາມການປະກາດຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານ ຫງວຽນກ໋ວກຢູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຮັບການອະນຸຍາດຈາກທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຊິ່ງໄດ້ມອບເຂົ້າສານຈຳນວນ 1.000 ໂຕນ ໃຫ້ທ່ານ ຈັນທະພອນ ຄຳມະນີຈັນ ອຸປະທູດຊົ່ວຄາວ, ສະຖານເອກອັກ ຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ.

ສະພາແຫ່ງຊາດ ຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ

ສະພາແຫ່ງຊາດ ຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ

​ໃນກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 13 ພະຈິກ 2020 ນີ້, ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ພ້ອມ​ກັນ​ສຸມ​ໃສ່​ ປະກອບ​ຄຳ​ຄິດຄຳ​ເຫັນ​ໃສ່​ກົດໝາຍ​ ວ່າ​ດ້ວຍ​ການ​ປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ທີ່ສະເໜີໂດຍ ທ່ານ ​ນາງ ວຽງທອງ ສີ​ພັນ​ດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ, ​ເຊິ່ງ​ໂດຍ​ລວມ​ແລ້ວ​ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບ ​ຕາມ​ການສະ​ເໜີ ​ປັບປຸງ​ບາງ​ມາດຕາ​ ຂອງ​ກົດໝາຍສະບັບນີ້ ແລະ ພ້ອມກັນລົງຄະແນນສຽງ ຮັບຮອງເອົາ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.

ສະເໜີປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ

ສະເໜີປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ

ໃນກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 13 ພະຈິກ 2020, ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ​ນາງ ວຽງທອງ ສີ​ພັນ​ດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ໄດ້​ສະ​ເໜີ​ກົດ   ໝາຍ ​ວ່າ​ດ້ວຍ​ການ​ປັບປຸງ ​ບາງ​ມາດຕາ​ຂອງ​ກົດໝາຍ​ ວ່າ​ດ້ວຍ​ການກວດ​ສອບ​ແຫ່ງ​ລັດ ຫລັງ​ຈາກ​ນັ້ນ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ກໍ​ໄດ້​ພ້ອມ​ກັນ​ສຸມ​ໃສ່​ ປະກອບ​ຄຳ​ຄິດຄຳ​ເຫັນ​ ໃສ່​ກົດໝາຍ​ວ່າ​ດ້ວຍ​ ການ​ປັບປຸງ​ດັ່ງກ່າວ, ​ເຊິ່ງ​ໂດຍ​ລວມ​ແລ້ວ​ ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບ ​ຕາມ​ການສະ​ເໜີ​ປັບປຸງ ​ບາງ​ມາດຕາ​ຂອງ​ກົດໝາຍນີ້.

ກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ

ກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ

ຍ​ສ​ໝ - ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງແມ່ຍິງ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການພັດທະນາ ກໍຄື ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ ກໍຄື ໃນໂລກ ທ່າມກາງການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການຮັບມືກັບພະຍາດໂຄວິດ-19, ຊຶ່ງແມ່ຍິງ ໄດ້ມີສ່ວນຮ່ວມ ເຂົ້າໃນຂະບວນການລວມຂອງອາຊຽນ.

ລາວ ສະໜັບສະໜູນ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ

ລາວ ສະໜັບສະໜູນ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ

ເມື່ອບໍ່ດົນມານີ້,  ທ່ານ ສົມຈິດ ປັນຍາສັກ, ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະຜູ້ແທນແຂວງອຸດົມໄຊ ໄດ້ໄປສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງຫຼວງພະບາງ ມອບເງິນຈໍານວນ 80 ລ້ານກີບ ເພື່ອສະໜັບສະໜູນພາກກາງຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ.