ກົດໝາຍວ່າດ້ວຍການຮ່ວມມື ລະຫວ່າງປະເທດ ທາງອາຍາ ສ້າງຂຶ້ນເພື່ອສະກັດກັ້ນ ຕ້ານບັນຫາອາສະຍາກຳທຸກຮູບແບບ

16:10 | 15/11/2020

ທ່ານ ພົທ ວິ​ໄລ ຫລ້າ​ຄຳ​ຟອງ ລັດຖະມົນຕີ​ກະຊວງ ​ປ້ອງ​ກັນ​ຄວາມ​ສະຫງົບ ລາຍງານໃຫ້ຮູ້ ໃນ​ ກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 12 ພະຈິກ 2020 ນີ້ວ່າ: ຮ່າງກົດໝາຍວ່າ​ດ້ວຍ​ການ​ຮ່ວມ​ມື ​ລະ​ຫວ່າງ​ປະ​ເທດທາງ​ອາຍາ ສະບັບ​ສ້າງ​ໃໝ່ ປະກອບມີ IX ພາກ, 6 ໝວດ, 54 ມາດຕາ.

ທ່ານນາຍົກລັດຖະມົນຕີ ສປປ.ລາວ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງອາຊຽນ ແລະ ຫວຽດນາມ
ຫວຽດນາມ ໄດ້ມອບເຂົ້າສານຈຳນວນ 1.000 ໂຕນ ໃຫ້ແກ່ປະເທດລາວ ເພື່ອຜ່ານຜ່າຜົນສະທ້ອນຈາກໄພທຳມະຊາດ
ກ ດໝາຍວ າດ ວຍການຮ ວມມ ລະຫວ າງປະເທດ ທາງອາຍາ ສ າງຂ ນເພ ອສະກ ດກ ນ ຕ ານບ ນຫາອາສະຍາກຳທ ກຮ ບແບບ
ກົດໝາຍວ່າດ້ວຍການຮ່ວມມື ລະຫວ່າງປະເທດ ທາງອາຍາ ສ້າງຂຶ້ນເພື່ອສະກັດກັ້ນ ຕ້ານບັນຫາອາສະຍາກຳທຸກຮູບແບບ.

ກົດໝາຍ​ວ່າ​ດ້ວຍ​ ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ ທາງ​ອາຍາ ສະບັບ​ສ້າງ​ໃໝ່ ພາຍຫລັງ ​ໄດ້ຮັບການ​ຮັບຮອງ ​ແລະ ປະກາດ​ໃຊ້​ຢ່າງ​ເປັນ​ທາງ​ການ ຈະ​ເປັນ​ເຄື່ອງ​ມືຂອງ​ລັດ ​ໃນ​ການ​ສະກັດ​ກັ້ນ, ​ແກ້​ໄຂ ​ແລະ ຕ້ານ​ບັນຫາ​ອາ​ສະ​ຍາ​ ກຳ​ທຸກ​ຮູບ​ແບບ ​ຂອງ​ການ​ກະທຳ​ຜິດ ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ສັງຄົມ, ເປັນ​ບ່ອນ​ອີງ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່ ​ຂະ​ແໜງ​ການທີ່​ກ່ຽວຂ້ອງ ທີ່​ເຮັດ​ວຽກ​ງານ ​ການ​ຮ່ວມ​ມື ລະຫວ່າງ​ປະ​ເທດ​ທາງ​ອາຍາ ​ໂດຍ​ສະ​ເພາະ ​ເຈົ້າ​ໜ້າ​ທີ່​ຕຳຫລວດ, ​ເຈົ້າ​ໜ້າ​ທີ່​ອົງການ ​ໄອ​ຍະ​ການ​ປະຊາຊົນ, ​ເຈົ້າ​ໜ້າ​ທີ່​ສານ​ປະ​ຊາ​ຊົນ ​ແລະ ​ເຈົ້າ​ໜ້າ​ທີ່ ທີ່​ກ່ຽວຂ້ອງ ທີ່​ພົວພັນ​ກັບ​ຕ່າງປະ​ເທດ ​ໃຫ້​ໄປ​ຕາມ​ກົນ​ໄກ ​ແລະ ຂັ້ນ​ຕອນ ດ້ວຍຄ​ວາ​ມ​ເປັນ ​​ເອກະ​ພາບ​ຢ່າງ​ລວມສູນ, ທັງ​ສ້າງ​ຄວາມ​ເຊື່ອ​ໝັ້ນ ​ໃນ​ການ​ຮ່ວມ​ມື​ ລະຫວ່າງ​ປະ​ເທດ​ທາງ​ອາຍາ ​ໃຫ້​​ແກ່​ບັນດາ​ປະ​ເທດ ​ສະມາຊິກ​ອາ​ຊຽນ, ພາກ​ພື້ນ, ສາກົນ ​ແລະ ​ເຮັດ​ໃຫ້ ສປປ ລາວ ຫລຸດພົ້ນ​ອອກ​ຈາກ​ບັນຊີ​ສີ​ເທົາ.

​​​ທ່ານ ພົທ ວິ​ໄລ ຫລ້າ​ຄຳ​ຟອງ ລັດຖະມົນຕີ​ກະຊວງ ​ປ້ອງ​ກັນ​ຄວາມ​ສະຫງົບ ລາຍງານໃຫ້ຮູ້ ໃນ​ ກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 12 ພະຈິກ 2020 ນີ້ວ່າ: ຮ່າງກົດໝາຍວ່າ​ດ້ວຍ​ການ​ຮ່ວມ​ມື ​ລະ​ຫວ່າງ​ປະ​ເທດທາງ​ອາຍາ ສະບັບ​ສ້າງ​ໃໝ່ ປະກອບມີ IX ພາກ, 6 ໝວດ, 54 ມາດຕາ.

ກົດໝາຍ​ສະບັບດັ່ງ​ກ່າວ, ​ໄດ້ກຳນົດ​ຫລັກການ, ລະບຽບ​ການ ​ແລະ ມາດ​ຕະການ ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ຕິດຕາມ, ກວດກາ ວຽກ​ງານ​ຮ່ວມ​ມື​ ລະ​ຫວ່າງ​ປະ​ເທດ​ທາງ​ອາຍາ ​ເພື່ອ​ໃຫ້​ຖືກຕ້ອງ, ​ເຮັດ​ໃຫ້ການ​ຮ່ວມ​ມື​ ໃນການ​ສະກັດ​ກັ້ນ ​ແລະ ຕ້ານ​ອາ​ສະ​ຍາກຳ, ການ​ສືບສວນ-ສອບ​ສວນ ​ແລະ ການ​ຮ້ອງ​ຟ້ອງ​ຄະດີ​ອາຍາ ມີ​ປະສິດ​ທິຜົນ ​ແນ​ໃສ່​ປົກ​ປັກ​ຮັກສາ​ ຜົນ​ປະ​​​ໂຫຍ​ດຂອງ​ລັດ ​ແລະ ພົນລະ​ເມືອງ, ປະກອບສ່ວນ​ເຂົ້າ​ໃນ​ ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ສະພາແຫ່ງຊາດ ຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ

​ໃນກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 13 ພະຈິກ 2020 ນີ້, ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ພ້ອມ​ກັນ​ສຸມ​ໃສ່​ ປະກອບ​ຄຳ​ຄິດຄຳ​ເຫັນ​ໃສ່​ກົດໝາຍ​ ວ່າ​ດ້ວຍ​ການ​ປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ທີ່ສະເໜີໂດຍ ທ່ານ ​ນາງ ...

ສະເໜີປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ

ໃນກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 13 ພະຈິກ 2020, ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ​ນາງ ວຽງທອງ ສີ​ພັນ​ດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ໄດ້​ສະ​ເໜີ​ກົດ ໝາຍ ​ວ່າ​ດ້ວຍ​ການ​ປັບປຸງ ​ບາງ​ມາດຕາ​ຂອງ​ກົດໝາຍ​ ວ່າ​ດ້ວຍ​ການກວດ​ສອບ​ແຫ່ງ​ລັດ ຫລັງ​ຈາກ​ນັ້ນ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ກໍ​ໄດ້​ພ້ອມ​ກັນ​ສຸມ​ໃສ່​ ປະກອບ​ຄຳ​ຄິດຄຳ​ເຫັນ​ ໃສ່​ກົດໝາຍ​ວ່າ​ດ້ວຍ​ ການ​ປັບປຸງ​ດັ່ງກ່າວ, ​ເຊິ່ງ​ໂດຍ​ລວມ​ແລ້ວ​ ...

ກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ

ຍ​ສ​ໝ - ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງແມ່ຍິງ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການພັດທະນາ ກໍຄື ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ ກໍຄື ໃນໂລກ ທ່າມກາງການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການຮັບມືກັບພະຍາດໂຄວິດ-19, ຊຶ່ງແມ່ຍິງ ໄດ້ມີສ່ວນຮ່ວມ ເຂົ້າໃນຂະບວນການລວມຂອງອາຊຽນ.

kpl.gov.la

ເຫດການ
302 Found

Found

The document has moved here.