ການຮ່ວມມືຊາຍແດນລະຫວ່າງ ສອງປະເທດໄດ້ຮັບຄວາມ ສົນໃຈ ຢ່າງເລິກເຊິ່ງຈາກພັກແລະລັດຖະບານຂອງສອງປະເທດ ຫວຽດນາມ - ລາວ

17:50 | 19/11/2020

ສປປ ລາວ ແລະ ສສ ຫວຽດນາມ ມີເສັ້ນຊາຍແດນຍາວ 2.300 ກມ, ຕິດກັບ 10 ແຂວງຂອງສອງປະເທດ. ແຕ່ປີ 1978 ເຖິງປີ 1987, ລາວ ແລະ ຫວຽດນາມ ໄດ້ປະສານສົມທົບເພື່ອສຳເລັດການປັກຫຼັກໝາຍຊາຍແດນທັງໝົດໃນພາກສະໜາມ, ຫຼັງຈາກຫຼາຍປີຜ່ານມາ...

ການຮ ວມມ ຊາຍແດນລະຫວ າງ ສອງປະເທດໄດ ຮ ບຄວາມ ສ ນໃຈ ຢ າງເລ ກເຊ ງຈາກພ ກແລະລ ດຖະບານຂອງສອງປະເທດ ຫວຽດນາມ ລາວ ເປັນມືືີ້ທີ 78 ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ
ການຮ ວມມ ຊາຍແດນລະຫວ າງ ສອງປະເທດໄດ ຮ ບຄວາມ ສ ນໃຈ ຢ າງເລ ກເຊ ງຈາກພ ກແລະລ ດຖະບານຂອງສອງປະເທດ ຫວຽດນາມ ລາວ ນຳສົ່ງພົນລະເມືອງຫວຽດນາມເກືອບ 500 ຄົນ ຈາກຍີ່ປຸ່ນ ແລະ ສ.ເກົາຫຼີ ກັບຄືນບ້ານຢ່າງປອດໄພ
ການຮ ວມມ ຊາຍແດນລະຫວ າງ ສອງປະເທດໄດ ຮ ບຄວາມ ສ ນໃຈ ຢ າງເລ ກເຊ ງຈາກພ ກແລະລ ດຖະບານຂອງສອງປະເທດ ຫວຽດນາມ ລາວ
ແຕ່ປີ 1978 ເຖິງປີ 1987, ລາວ ແລະ ຫວຽດນາມ ໄດ້ປະສານສົມທົບເພື່ອສຳເລັດການປັກຫຼັກໝາຍຊາຍແດນທັງໝົດໃນພາກສະໜາມ, ຫຼັງຈາກຫຼາຍປີຜ່ານມາ, ແຕ່ຊາຍແດນຍັງມີຂໍ້ຈຳກັດຈຳນວນໜຶ່ງ ເຊິ່ງກໍ່ໃຫ້ເກີດຄວາມຫຍຸ້ງຍາກໃນການເຮັດວຽກ ແລະ ການຄຸ້ມຄອງຊາຍແດນ. ພາບປະກອບ: TTXVN.

ການຮ່ວມມືຊາຍແດນ ລະຫວ່າງ ສອງປະເທດໄດ້ຮັບຄວາມສົນໃຈຢ່າງເລິກເຊິ່ງຈາກພັກແລະລັດຖະບານຂອງສອງປະເທດ, ເຊິ່ງໄດ້ນຳພາໂດຍຜ່ານການເຊັນສົນທິສັນຍາແຜນການຊາຍແດນແຫ່ງຊາດ ໃນວັນທີ 18 ກໍລະກົດ 1977. ຢູ່ ນະຄອນຫຼວງວຽງຈັນ, ສ້າງພື້ນຖານທາງດ້ານການເມືອງ ແລະ ກົດໝາຍ ເພື່ອແກ້ໄຂ ບັນຫາຊາຍແດນທາງບົກ ລະຫວ່າງ ສອງປະເທດ.

ສປປ ລາວ ແລະ ສສ ຫວຽດນາມ ມີເສັ້ນຊາຍແດນຍາວ 2.300 ກມ, ຕິດກັບ 10 ແຂວງຂອງສອງປະເທດ. ແຕ່ປີ 1978 ເຖິງປີ 1987, ລາວ ແລະ ຫວຽດນາມ ໄດ້ປະສານສົມທົບເພື່ອສຳເລັດການປັກຫຼັກໝາຍຊາຍແດນທັງໝົດໃນພາກສະໜາມ, ຫຼັງຈາກຫຼາຍປີຜ່ານມາ, ແຕ່ຊາຍແດນຍັງມີຂໍ້ຈຳກັດຈຳນວນໜຶ່ງ ເຊິ່ງກໍ່ໃຫ້ເກີດຄວາມຫຍຸ້ງຍາກໃນການເຮັດວຽກ ແລະ ການຄຸ້ມຄອງຊາຍແດນ. ສະນັ້ນໃນປີ 2008 ສອງປະເທດໄດ້ຮ່ວມມືກັນຈັດຕັ້ງປະຕິບັດໂຄງການເພີ່ມຫຼັກໝາຍ ແລະ ປະດັບປະດາລະບົບຫຼັກໝາຍຊາຍແດນແຫ່ງຊາດ.

ເຖິງຢ່າງໃດກໍ່ຕາມ, ການຈັດຕັ້ງປະຕິບັດໂຄງການໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຈາກສະພາບທາງບົກ, ຄວາມຫຍຸ້ງຍາກໃນການເດີນທາງ, ຄວາມຫຍຸ້ງຍາກ ໃນການລະດົມກຳລັງ, ກະທົບຂອງດິນຟ້າອາກາດ, ການຂາດແຄນນໍ້າມັນ ແລະ ຊັບພະຍາກອນມະນຸດ. ຢູ່ຕາມຊາຍແດນທີ່ຍັງມີລະເບີດຕົກບໍ່ທັນແຕກຈຳນວນຫຼາຍປະໄວ້ຫຼັງ ຈາກສົງຄາມ. ນອກຈາກນີ້, ກຳລັງສັດຕູຍັງສ້າງຫຼາຍກິດຈະກຳຕໍ່ຕ້ານທຳລາຍ, ປຸກລະດົມຊົນເຜົ່າ ເພື່ອຕໍ່ຕ້ານການກໍ່ສ້າງ, ປັກຫຼັກໝາຍ, ແລະ ພວກເຈົ້າຟ້າ ກະທຳທີ່ກໍ່ໃຫ້ເກີດຜົນຮ້າຍຕໍ່ວຽກງານປ້ອງກັນຫຼັກໝາຍ, ຮັບປະກັນຄວາມປອດໄພ ແລະ ປ້ອງກັນໃຫ້ກອງກຳລັງທີ່ຮັບໜ້າທີ່ປັກຫຼັກໝາຍຊາຍແດນ.

ການຮ ວມມ ຊາຍແດນລະຫວ າງ ສອງປະເທດໄດ ຮ ບຄວາມ ສ ນໃຈ ຢ າງເລ ກເຊ ງຈາກພ ກແລະລ ດຖະບານຂອງສອງປະເທດ ຫວຽດນາມ ລາວ
ພາບປະກອບ

ແຕ່ດ້ວຍຄວາມມານະພະຍາຍາມ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ພາຍຫຼັງກໍ່ສ້າງມາເປັນເວລາ 9 ປີ, ດ້ວຍການສະໜັບສະໜູນຂອງຫວຽດນາມກ່ຽວກັບທຶນຮອນໃນໂຄງການ, ວຽກງານປັກຫຼັກໝາຍຊາຍແດນລາວ - ຫວຽດນາມໄດ້ສໍາເລັດໂດຍມີ 1,002 ຈຸດ ແລະ ເສົາຫີນປະທັບຢູ່ 905 ຈຸດ; ພ້ອມກັບແຜນທີ່ເຂດແດນແຫ່ງຊາດໃນລະດັບ 1/50.000, ສະເລ່ຍ 01 ຫຼັກໝາຍ ຫຼື ເສົາຫີນປະທັບ ໃນທຸກໆເສັ້ນທາງ 2,6 ກມ ຂອງເສັ້ນຊາຍແດນ. ນີ້ແມ່ນພື້ນຖານເພື່ອໃຫ້ສອງປະເທດລົງນາມໃນ "ອະນຸສັນຍາກ່ຽວກັບຊາຍແດນແລະຫຼັກໝາຍຊາຍແດນແຫ່ງຊາດ" ແລະ "ຂໍ້ຕົກລົງກ່ຽວກັບລະບຽບການຄຸ້ມຄອງດ່ານຊາຍແດນ ແລະ ຊາຍແດນທາງບົກລະຫວ່າງລັດຖະບານ ສປປ ລາວ ແລະ ສສ ຫວຽດນາມ” ໃນວັນທີ 5 ກັນຍາ 2017.

ການສຳເລັດການປັກຫຼັກໝາຍ ແລະ ການປະດັບປະດາລະບົບຫຼັກໝາຍຊາຍແດນແຫ່ງຊາດ ລາວ - ຫວຽດນາມແມ່ນບົນພື້ນຖາສຳຄັນເພື່ອອຳນວຍຄວາມສະດວກໃນການປົກປັກຮັກສາຊາຍແດນ, ການຮ່ວມມືດ້ານການຄ້າ, ການລົງທືນ, ການແລກປ່ຽນດ້ານເສດຖະກິດ ແລະ ວັດທະນະທຳ, ການທ່ອງທ່ຽວຂອງ ປະຊາຊົນຢູ່ເຂດຊາຍແດນ, ປະກອບສ່ວນເຂົ້າໃນການເພີ່ມທະວີ ຄວາມໝັ້ນຄົງ ດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ, ຮັກສາຄວາມສະຫງົບ ແລະ ການປ້ອງກັນຊາດ ຢູ່ ເຂດຊາຍແດນ, ສົ່ງເສີມສາຍພົວພັນມິດຕະພາບ, ສະຖຽນລະພາບ ແລະ ການຮ່ວມມື, ການພັດທະນາຂອງສອງປະເທດ.

ການຮ ວມມ ຊາຍແດນລະຫວ າງ ສອງປະເທດໄດ ຮ ບຄວາມ ສ ນໃຈ ຢ າງເລ ກເຊ ງຈາກພ ກແລະລ ດຖະບານຂອງສອງປະເທດ ຫວຽດນາມ ລາວ ພັດທະນາການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ບຸນກາຣີ ຢ່າງບໍ່ຢຸດຢັ້ງ

ຍສໝ - ຕອນຄ່ຳວັນທີ 17 ພະຈິກ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ພິທີສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ບຸນກາຣີ (1950-2020) ໄດ້ຈັດຕັ້ງໂດຍສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ແລະ ສະຖານທູດບຸນກາຣີ ປະຈຳຫວຽດນາມ.

ການຮ ວມມ ຊາຍແດນລະຫວ າງ ສອງປະເທດໄດ ຮ ບຄວາມ ສ ນໃຈ ຢ າງເລ ກເຊ ງຈາກພ ກແລະລ ດຖະບານຂອງສອງປະເທດ ຫວຽດນາມ ລາວ Samsung ຫວຽດນາມ ໜູນຊ່ວຍ 5 ຕື້ດົງ ເພື່ອຊ່ວຍເຫຼືອພາກກາງຜ່ານຜ່າໄພທຳມະຊາດ

ຍສໝ - ເພື່ອຊ່ວຍເຫຼືອປະຊາຊົນພາກກາງຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດ, ບັນດາໂຮງງານ ແລະ ພະນັກງານຂອງ Samsung ຫວຽດນາມ ໄດ້ສະໜັບສະໜູນບໍລິຈາກ 5 ຕື້ດົງ ແລະ ສ້ອມແປງເຄື່ອງໄຟຟ້າໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນເຂດພາຍຸນໍ້າຖ້ວນ.

ການຮ ວມມ ຊາຍແດນລະຫວ າງ ສອງປະເທດໄດ ຮ ບຄວາມ ສ ນໃຈ ຢ າງເລ ກເຊ ງຈາກພ ກແລະລ ດຖະບານຂອງສອງປະເທດ ຫວຽດນາມ ລາວ ລັດຖະມົນຕີການຕ່າງປະເທດລາວ ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ ກໍ່ຄືຖານະຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບົດບາດນໍາພາ, ຄວາມສາມາດຊັກຈູງຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ກໍ່ຄືບັນດາການປະກອບສ່ວນຂອງຫວຽດນາມ ໃນການຍົກສູງບົດບາດຂອງອາຊຽນໃນເວທີປາໄສພາກພື້ນ ແລະສາກົນ.

ໄຊພອນ

ເຫດການ
302 Found

Found

The document has moved here.