ປະຊາຊົນສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາແກ້ໄຂ ບັນຫາການຂາຍຫວຍ

20:42 | 16/11/2020

​ຫາງ​ສຽງຂອງ​ສັງຄົມ ​ສ່ວນ​ຫລາຍ​ແມ່ນ ​ຢາກ​ໃຫ້​ແກ້​ໄຂ​ບັນຫາ ການ​ຊື້-ຂາຍ​ຫວຍ​ໃນ​ປັດຈຸບັນ, ​ເຊິ່ງມີ​ທັງຫວຍຢູ່ພາຍໃນ ແລະ ຕ່າງປະເທດ, ມີບາງຫວຍ ອອກມື້ໜຶ່ງອອກ 4 ຄັ້ງ, ຊົ່ວໂມງລະຄັ້ງ ແຕ່ 16:30-19:30 ​ແລະ ຫວຍພັດທະນາ ​ແມ່ນອອກ 2 ຄັ້ງຕໍ່ອາທິດ ​ເຊິ່ງ​ເຫັນ​ວ່າອອກຫວຍຫລາຍໂພດ ເປັນການເບື່ອເມົາເກີນໄປ.

ສື່​ມວນ​ຊົນ​ຕ່າງ​ປະ​ເທດ: ຫວຽດນາມ ໄດ້ປະຕິບັດໜ້າທີ່ເປັນປະທານອາຊຽນ 2020 ຢ່າງສຳເລັດຜົນ ສື່​ມວນ​ຊົນ​ຕ່າງ​ປະ​ເທດ: ຫວຽດນາມ ໄດ້ປະຕິບັດໜ້າທີ່ເປັນປະທານອາຊຽນ 2020 ຢ່າງສຳເລັດຜົນ
ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່
ປະຊາຊົນສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາແກ້ໄຂ ບັນຫາການຂາຍຫວຍ
ປະຊາຊົນສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາແກ້ໄຂ ບັນຫາການຂາຍຫວຍ.

ໃນວາລະ​ດຳ​ເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 16 ພະຈິກ 2020 ນີ້, ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ​ໄດ້​ມີ​ຄຳ​ເຫັນ ​ແລະ ສັງ​ລວມຄຳ​ສະ​ເໜີ​ ຂອງ​ປະຊາຊົນ ຜ່ານສະພາແຫ່ງຊາດ ໄປຍັງພາກສ່ວນກ່ຽວຂ້ອງ ເພື່ອພິຈາລະນາ, ຜ່ານການເຄື່ອນໄຫວ ຕິດຕາມກວດກາ ປະຈໍາປີ 2020 ​ເຫັນ​ວ່າ​ມີ​ຫລາຍ​ບັນຫາ​ທີ່​ສຳຄັນ, ​ໃນ​ນັ້ນ​ຫາງ​ສຽງຂອງ​ສັງຄົມ ​ສ່ວນ​ຫລາຍ​ແມ່ນ ​ຢາກ​ໃຫ້​ແກ້​ໄຂ​ບັນຫາ ການ​ຊື້-ຂາຍ​ຫວຍ​ໃນ​ປັດຈຸບັນ, ​ເຊິ່ງມີ​ທັງຫວຍຢູ່ພາຍໃນ ແລະ ຕ່າງປະເທດ, ມີບາງຫວຍ ອອກມື້ໜຶ່ງອອກ 4 ຄັ້ງ, ຊົ່ວໂມງລະຄັ້ງ ແຕ່ 16:30-19:30 ​ແລະ ຫວຍພັດທະນາ ​ແມ່ນອອກ 2 ຄັ້ງຕໍ່ອາທິດ ​ເຊິ່ງ​ເຫັນ​ວ່າອອກຫວຍຫລາຍໂພດ ເປັນການເບື່ອເມົາເກີນໄປ.

ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຍັງໃຫ້ຮູ້ອີກ​ວ່າ: ນອກຈາກ​ການ ​ອອກ​ຫວຍ​ຫລາຍ​ຄັ້ງ​ແລ້ວ,ປະຊາຊົນສະເໜີ ໃຫ້ມີການຄວບຄຸມ ລາຄາສິນຄ້າອຸປະໂພກ, ບໍລິໂພກ ຢູ່ທ້ອງຕະຫລາດ ທີ່ຖີບຕົວສູງຂຶ້ນ ​ເຊິ່ງກະທົບຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ, ສະເໜີໃຫ້ພິຈາລະນາ ຍົກລະດັບເງິນເດືອນ ລັດຖະກອນຂຶ້ນຕື່ມ, ​ເຊິ່ງເປັນເຫດຜົນໜຶ່ງ ເພື່ອແກ້ໄຂບັນຫາຫຍໍ້ທໍ້ ໃນຖັນແຖວພະນັກງານ-ລັດ ຖະກອນ ໃນການເຄົາລົບ ແລະ ປະຕິບັດກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ, ຈັນຍາບັນຂອງພະ ນັກງານ ແລະ ອື່ນໆ; ພ້ອມ​ກັນ​ນີ້, ບັນດາຜູ້ຊົງຄຸນວຸທິ, ຊັ້ນຄົນປັນຍາຊົນຫລາຍ ທ່ານມີຄວາມເປັນຫ່ວງຕໍ່ ການພັດທະນາ ການສຶກສາຢູ່ຊົນນະບົດ ທີ່ຄູສອນມີຄວາມຕັ້ງໃຈດີ, ມີຄວາມເສຍສະຫລະ ແຕ່ເງື່ອນໄຂອື່ນບວກກັບ ປະສົບການສິດສອນ ເຫັນວ່າຍັງມີຂໍ້ຈໍາກັດ, ຄູຜູ້ໜຶ່ງສອນຫລາຍຫ້ອງ, ຄູອາສາສະໝັກ ປະສົບ ການການສອນບໍ່ຫລາຍ ມີຫຍຸ້ງຍາກດ້ານຊີວິດ ການເປັນຢູ່ ​ເພາະບໍ່ມີເງິນເດືອນ ແລະ ອື່ນໆ. ສະ​ນັ້ນຂໍໃຫ້ການຈັດຕັ້ງພັກ-ລັດ ກໍ​ຄື ຂະແໜງການກ່ຽວຂ້ອງເອົາໃຈໃສ່ ຈັດເປັນບູລິມະສິດໃນການແກ້ໄຂ ບັນຫາຫຍຸ້ງຍາກດັ່ງກ່າວ ໂດຍສຸມໃສ່ເປັນບ້ານ, ເປັນເມືອງ ເຂດຊົນນະບົດເປັນຕົ້ນຕໍ.

ສ່ວນການຊຸກຍູ້ສົ່ງເສີມເສດຖະກິດ ໃນເງື່ອນໄຂທີ່ມີ ການແຜ່ລະບາດຂອງພະຍາດ ​ໂຄ​ວິດ-19ແກ່ ຍາວມາຫລາຍເດືອນ ແລະ ຍັງບໍ່ຮູ້ມື້ສິ້ນສຸດ, ສົ່ງຜົນກະທົບຕໍ່ການ ດໍາເນີນທຸລະກິດ, ມີຫລາຍກິດຈະການຢຸດເຊົາ ຈຶ່ງສະເໜີໃຫ້ຂະແໜງ ການກ່ຽວຂ້ອງມີນະໂຍບາຍຊັດເຈນ, ມີວິທີແກ້ໄຂຊ່ວຍທຸລະກິດ ຕາມມະຕິ 09/ລບ, ລົງວັນທີ 28 ສິງຫາ 2020 ເປັນຕົ້ນແມ່ນ ບັນດານະໂຍບາຍ ສົ່ງເສີມທຸລະກິດ SME ໃຫ້ສະ ດວກ ວ່ອງໄວຂຶ້ນ ເພື່ອຊ່ວຍຜູ້ປະກອບການ ບໍ່ໃຫ້ລົ້ມລະລາຍ; ສະເໜີໃຫ້ການແກ້ໄຂບັນຫາຫຍໍ້ທໍ້ໃນສັງ ຄົມ ​ເຊິ່ງ​ເປັນບັນຫາເກົ່າທີ່ ເຄີຍສະເໜີຕໍ່ກອງປະຊຸມ ສະພາແຕ່ລະປີຜ່ານມາ ເປັນ​ຕົ້ນ ບັນຫາອຸບັດເຫດ, ຢາເສບຕິດ, ຂີ້ລັກງັດແງະ, ຊີງຊັບ ຍັງແກ້ໄຂບໍ່ໄດ້ ​ເຊິ່ງເປັນ ສິ່ງທ້າທາຍຕໍ່ກົດໝາຍ ​ແລະ ບັນຫາ​ສຳຄັນ​ອື່ນໆ.

ຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 450 ຄົນຈາກ ຍີ່ປຸ່ນ ກັບຄືນປະເທດດ້ວຍຄວາມປອດໄພ ຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 450 ຄົນຈາກ ຍີ່ປຸ່ນ ກັບຄືນປະເທດດ້ວຍຄວາມປອດໄພ

ຜູ້ໂດຍສານໃນຖ້ຽວບິນລວມມີເດັກນ້ອຍໃນເກນຕ່ຳກວ່າ 18 ປີ, ແມ່ຍິງຖືພາ, ຜູ້ເຈັບປ່ວຍ, ແຮງງານໝົດອາຍຸສັນຍາ, ນັກສຶກສາບໍ່ມີບ່ອນຢູ່ອາໄສ.

ສື່ມວນຊົນ ສປປ.ລາວ ໄດ້ຕີລາຄາສູງຕໍ່ປີດຳລົງຕຳແໜ່ງເປັນປະທານອາຊຽນ ຂອງຫວຽດນາມ ສື່ມວນຊົນ ສປປ.ລາວ ໄດ້ຕີລາຄາສູງຕໍ່ປີດຳລົງຕຳແໜ່ງເປັນປະທານອາຊຽນ ຂອງຫວຽດນາມ

ຍສໝ - ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ກອງປະຊຸມລະດັບສູງທີ່ກ່ຽວຂ້ອງ ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-15 ພະຈິກ, ສື່ມວນຊົນຂອງປະເທດ ສປປ.ລາວ ໄດ້ສົ່ງຂ່າວກ່ຽວກັບເຫດການດັ່ງກ່າວ, ແລະ ເຊິ່ງໄດ້ຕີລາຄາສູງຕໍ່ບົດບາດດຳລົງຕຳແໜ່ງປີປະທານອາຊຽນ 2020 ຂອງຫວຽດນາມ.

ຫວຽດນາມ ຄວນມີການກະທຳຮັບ​ມື​ກັບບັນດາໄພພິບັດທຳມະຊາດ ຫວຽດນາມ ຄວນມີການກະທຳຮັບ​ມື​ກັບບັນດາໄພພິບັດທຳມະຊາດ

ບົດລາຍງານຖືວ່າ ບັນດາມາດຕະການໃນປະຈຸບັນ ເຊິ່ງລັດຖະບານ ຫວຽດນາມ ພວມປະຕິບັດແມ່ນເປັນໜ້າປະທັບໃຈພໍສົມຄວນ ແລະ ນຳ ຫວຽດນາມ ກາຍເປັນປະເທດນຳໜ້າໃນພາກພື້ນກ່ຽວກັບການຄວບຄຸມຄວາມສ່ຽງຈາກໄພພິບັດທຳມະຊາດ. ເຖິງຢ່າງໃດກໍ່ຕາມ, ບັນດາມາດຕະການຍັງບໍ່ທັນຄົບຖ້ວນ ເພື່ອຮັບມືຕໍ່ຄວາມສ່ຽງຈາກໄພພິບັດທຳມະຊາດ.

kpl.gov.la

ເຫດການ
302 Found

Found

The document has moved here.