ລາວ: ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.657 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

19:14 | 18/11/2020

ປັດຈຸບັນ ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນ ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.657 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ລາວ ກວດ​ພົບ​ຜູ້​ຕິດ​ເຊື້ອ​​ໂຄ​ວິ​ດ​-19 ເພີ່ມອີກ 1 ​ກໍລະນີ ລາວ ກວດ​ພົບ​ຜູ້​ຕິດ​ເຊື້ອ​​ໂຄ​ວິ​ດ​-19 ເພີ່ມອີກ 1 ​ກໍລະນີ
ໂລກມີຜູ້ຕິດເຊື້ອ ໂຄວິດ-19 ກ່ວາ 55,32 ລ້ານຄົນ ໂລກມີຜູ້ຕິດເຊື້ອ ໂຄວິດ-19 ກ່ວາ 55,32 ລ້ານຄົນ
ລາວ: ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.657 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ
ພາບປະກອບ

ສໍາລັບການເຝົ້າລະວັງ ພະຍາດ ໂຄວິດ-19 ຢູ່ ສປປ ລາວ ຮອດວັນທີ 17 ພະຈິກ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 243 ຄົນ, ໃນນັ້ນມີ 09 ຕົວຢ່າງຈາກບຸກຄົນທົ່ວໄປທີ່ມີອາການ; 03 ຕົວຢ່າງຈາກບຸກຄົນ ທົ່ວໄປບໍ່ມີອາການ; 74 ຕົວຢ່າງຈາກ ແຮງງານລາວມາແຕ່ໄທ; ແຮງງານຫວຽດນາມ 93 ຕົວຢ່າງ; ແຮງງານລາວມາ ແຕ່ຫວຽດ ນາມ 56 ຕົວຢ່າງ ແລະ ແຮງງານໄທ 08 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບຜູ້ຕິດເຊື້ອ. ປັດ ຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນ ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.657 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ປະຈຸບັນ, ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 55,9 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 1.342.864 ຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 11,7 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດ 254.000 ຄົນ.

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ສຳເລັດລົງຢ່າງຈົບງາມ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ສຳເລັດລົງຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາເປັນເວລາ 16 ວັນ, ແຕ່ວັນທີ 27 ຕຸລາ - 17 ພະຈິກ 2020, ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ...

ປະຊາຊົນສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາແກ້ໄຂ ບັນຫາການຂາຍຫວຍ ປະຊາຊົນສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາແກ້ໄຂ ບັນຫາການຂາຍຫວຍ

​ຫາງ​ສຽງຂອງ​ສັງຄົມ ​ສ່ວນ​ຫລາຍ​ແມ່ນ ​ຢາກ​ໃຫ້​ແກ້​ໄຂ​ບັນຫາ ການ​ຊື້-ຂາຍ​ຫວຍ​ໃນ​ປັດຈຸບັນ, ​ເຊິ່ງມີ​ທັງຫວຍຢູ່ພາຍໃນ ແລະ ຕ່າງປະເທດ, ມີບາງຫວຍ ອອກມື້ໜຶ່ງອອກ 4 ຄັ້ງ, ຊົ່ວໂມງລະຄັ້ງ ແຕ່ 16:30-19:30 ​ແລະ ຫວຍພັດທະນາ ​ແມ່ນອອກ 2 ຄັ້ງຕໍ່ອາທິດ ​ເຊິ່ງ​ເຫັນ​ວ່າອອກຫວຍຫລາຍໂພດ ເປັນການເບື່ອເມົາເກີນໄປ.

ລາວ ຍັງສືບຕໍ່ເອົາໃຈໃສ່ຢ່າງເຂັ້ມງວດ ປ້ອງກັນການລະບາດຂອງ ໂຄວິດ-19 ລາວ ຍັງສືບຕໍ່ເອົາໃຈໃສ່ຢ່າງເຂັ້ມງວດ ປ້ອງກັນການລະບາດຂອງ ໂຄວິດ-19

ປັ​ດຈຸ​ບັນ, ເຖິງ​ວ່າການ​​ລະບາດ​ຂອງ​ພະຍາດ​ ໂຄ​ວິດ-19 ຢູ່ ສປປ ລາວ ຈະ​ເບົາບາງ​ລົງ​ຢ່າງ​ຕໍ່​ເນື່ອງ​ກໍ່ຕາມ ​ແຕ່ລັດຖະບານ ກໍ​ຄື ຄະນະ​ສະ​ເພາະ​ກິດ ຍັງ​ສືບ​ຕໍ່​ເຝົ້າ​ລະວັງ ​ຕ້ານ ​ແລະ ສະກັດ​ກັ້ນ ການ​ແຜ່​ລະບາດ ​ຂອງ​​ໂຄ​ວິ​ດ-19 ຢ່າງ​ເຂັ້ມ​ງວດ​ຕໍ່​ເນື່ອງ, ​ເຊິ່ງຕົວ​ເລກ​ຜູ້ຕິດ​ເຊື້ອ​ສະສົມ 24 ຄົນ​, ປິ່ນປົວ​ດີ 23 ຄົນ, ຍັງ​ສືບ​ຕໍ່​ປິ່ນປົວ​ຢູ່​ໂຮງໝໍ 1 ຄົນ.

ໄຊພອນ

ເຫດການ
302 Found

Found

The document has moved here.