ລາວ ຍັງສືບຕໍ່ເອົາໃຈໃສ່ຢ່າງເຂັ້ມງວດ ປ້ອງກັນການລະບາດຂອງ ໂຄວິດ-19

20:35 | 16/11/2020

ປັ​ດຈຸ​ບັນ, ເຖິງ​ວ່າການ​​ລະບາດ​ຂອງ​ພະຍາດ​ ໂຄ​ວິດ-19 ຢູ່ ສປປ ລາວ ຈະ​ເບົາບາງ​ລົງ​ຢ່າງ​ຕໍ່​ເນື່ອງ​ກໍ່ຕາມ ​ແຕ່ລັດຖະບານ ກໍ​ຄື ຄະນະ​ສະ​ເພາະ​ກິດ ຍັງ​ສືບ​ຕໍ່​ເຝົ້າ​ລະວັງ ​ຕ້ານ ​ແລະ ສະກັດ​ກັ້ນ ການ​ແຜ່​ລະບາດ ​ຂອງ​​ໂຄ​ວິ​ດ-19 ຢ່າງ​ເຂັ້ມ​ງວດ​ຕໍ່​ເນື່ອງ, ​ເຊິ່ງຕົວ​ເລກ​ຜູ້ຕິດ​ເຊື້ອ​ສະສົມ 24 ຄົນ​, ປິ່ນປົວ​ດີ 23 ຄົນ, ຍັງ​ສືບ​ຕໍ່​ປິ່ນປົວ​ຢູ່​ໂຮງໝໍ 1 ຄົນ.

ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່
ສື່ມວນຊົນ ສປປ.ລາວ ໄດ້ຕີລາຄາສູງຕໍ່ປີດຳລົງຕຳແໜ່ງເປັນປະທານອາຊຽນ ຂອງຫວຽດນາມ ສື່ມວນຊົນ ສປປ.ລາວ ໄດ້ຕີລາຄາສູງຕໍ່ປີດຳລົງຕຳແໜ່ງເປັນປະທານອາຊຽນ ຂອງຫວຽດນາມ
ລາວ ຍັງສືບຕໍ່ເອົາໃຈໃສ່ຢ່າງເຂັ້ມງວດ ປ້ອງກັນການລະບາດຂອງ ໂຄວິດ-19
ພາບປະກອບ

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ​ກະຊວງສາທາລະນະສຸກ ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 16 ພະ​ຈິກ 2020 ນີ້​ວ່າ: ຄະນະ​ສະ​ເພາະ​ກິດ ​ໄດ້​ສືບ​ຕໍ່​ຕິດຕາມ​ເຝົ້າ​ລະວັງ ການ​ແຜ່​ລະບາດ​ ຂອງ​ພະຍາດ​ໂຄ​ວິ​ດ-19 ຢ່າງ​ເຄັ່ງ​ຄັດ ​ໂດຍ​ສະ​ເພາະຢູ່​ບັນດາ​ດ່ານ ​ເຂົ້າ​-ອອກ​ເມືອງ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ໄດ້​ເຂັ້ມ​ງວດ​ຕິດຕາມ ກວດກາ​ຜູ້​ເດີນທາງ​ເຂົ້າ​ມາ​ປະ​ເທດ, ສະ​ເພາະ ວັນ​ທີ 15 ພະຈິກ 2020 ມີ​ຜູ້​ເດີນທາງ​ເຂົ້າ​ມາ​ທັງ​ໝົດ 1.280 ຄົນ, ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 563 ຄົນ, ຈຸດຜ່ານດ່ານ ລາວ-ຈີນ 33 ຄົນ, ຈຸດຜ່ານດ່ານ ລາວ-ຫວຽດນາມ 543 ຄົນ, ເດີນທາງຜ່ານ ສະໜາມບິນສາກົນວັດໄຕ 141 ຄົນ (ຄົນລາວ 81 ​ຄົນ ແລະ ຕ່າງປະເທດ 60 ຄົນ) ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ (ຍົກ​ເວັ້ນ​ຜູ້​ຂັບ​ລົດ​ຂົນ​ສົ່ງ ​ແລະ ​ຜູ້​ຕິດ​ຕາມ​) ແລ້ວຈຶ່ງນຳສົ່ງໄປ​ຫາ ສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າ ຈະຄົບກຳນົດ 14 ວັນ. ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ 33 ສູນ, ມີຜູ້ຖືກຈຳກັດບໍລິເວນ 2.701 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ໃນ​ວັນ​ດຽວ​ກັນໄດ້ເກັບ ຕົວຢ່າງມາກວດວິເຄາະທັງໝົດ 247 ຄົນ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 15 ພະຈິກ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 72.696 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ. ​ໃນ​ຂະນະ​ທີ່ ທົ່ວ​ໂລກ ມາຮອດວັນທີ16 ພະຈິກ 2020, ມີການລາຍງານການລະບາດ ທັງໝົດ 216 (ປະເທດ/ເຂດ), ມີຜູ້​ຕິດ​​ເຊື້ອ​ທັງ​ໝົດ54,7 ລ້ານ​ກວ່າຄົນ, ເສຍຊິວິດ 1,3 ລ້ານ​ກວ່າຄົນ, ປີ່ນປົວຫາຍດີ 38,1 ລ້ານ​ກວ່າຄົນ. ສະ​ເພາະ ຢູ່​ກຸ່ມ​ປະ​ເທດ​ອາ​ຊຽນ ມີ​ຜູ້​ຕິດ​ເຊື້ອ​ທັງ​ໝົດ 1 ລ້ານ​ກວ່າຄົນ, ເສຍຊີວິດ 25.000 ກວ່າຄົນ.

ສື່​ມວນ​ຊົນ​ຕ່າງ​ປະ​ເທດ: ຫວຽດນາມ ໄດ້ປະຕິບັດໜ້າທີ່ເປັນປະທານອາຊຽນ 2020 ຢ່າງສຳເລັດຜົນ ສື່​ມວນ​ຊົນ​ຕ່າງ​ປະ​ເທດ: ຫວຽດນາມ ໄດ້ປະຕິບັດໜ້າທີ່ເປັນປະທານອາຊຽນ 2020 ຢ່າງສຳເລັດຜົນ

ສື່ມວນຊົນໃນພາກພື້ນ ແລະ ສາກົນ ພ້ອມກັນເອົາລົງຂ່າວສ່ອງແສງກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຕັ້ງຢ່າງສຳເລັດ ດ້ວຍການລົງນາມຂໍ້ຕົກລົງດານການຄ້າໃຫຍ່ທີ່ສຸດໃນໂລກ, ໃນນັ້ນ ຖືອາຊີຕາເວັນອອກສ່ຽງໃຕ້ເປັນໃຈກາງ.

ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່

ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 1.281 ຄົນ.ໃນນັ້ນ ມີຜູ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.103 ຄົນ

ຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 450 ຄົນຈາກ ຍີ່ປຸ່ນ ກັບຄືນປະເທດດ້ວຍຄວາມປອດໄພ ຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 450 ຄົນຈາກ ຍີ່ປຸ່ນ ກັບຄືນປະເທດດ້ວຍຄວາມປອດໄພ

ຜູ້ໂດຍສານໃນຖ້ຽວບິນລວມມີເດັກນ້ອຍໃນເກນຕ່ຳກວ່າ 18 ປີ, ແມ່ຍິງຖືພາ, ຜູ້ເຈັບປ່ວຍ, ແຮງງານໝົດອາຍຸສັນຍາ, ນັກສຶກສາບໍ່ມີບ່ອນຢູ່ອາໄສ.

kpl.gov.la

ເຫດການ
302 Found

Found

The document has moved here.