ລັດຖະມົນຕີການຕ່າງປະເທດລາວ ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ ກໍ່ຄືຖານະຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ

06:38 | 19/11/2020

ຍສໝ - ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບົດບາດນໍາພາ, ຄວາມສາມາດຊັກຈູງຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ກໍ່ຄືບັນດາການປະກອບສ່ວນຂອງຫວຽດນາມ ໃນການຍົກສູງບົດບາດຂອງອາຊຽນໃນເວທີປາໄສພາກພື້ນ ແລະສາກົນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ: ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າໃຫ້ແກ່ການພົວພັນແບບພິເສດກັບ ລາວ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ: ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າໃຫ້ແກ່ການພົວພັນແບບພິເສດກັບ ລາວ
ອາຊຽນ 2020: ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ບົດບາດທີ່ດີເດັ່ນຂອງຫວຽດນາມ ອາຊຽນ 2020: ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ບົດບາດທີ່ດີເດັ່ນຂອງຫວຽດນາມ

ເມື່ອບໍ່ດົນມານີ້, ພາຍຫຼັງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ, ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ນະຄອນຫຼວງວຽງຈັນ ໄດ້ມີການສໍາພາດທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ ກ່ຽວກັບໝາກຜົນຂອງກອງປະຊຸມ ກໍ່ຄືບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ.

ລ ດຖະມ ນຕ ການຕ າງປະເທດລາວ ຕ ລາຄາສ ງບ ດບາດຂອງຫວຽດນາມ ໃນຖານະຕ າແໜ ງເປ ນປະທານອາຊຽນ ກ ຄ ຖານະຕ າແໜ ງກ າມະການບ ປະຈ າການສະພາຄວາມໝ ນຄ ງສະຫະປະຊາຊາດ
ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ສະເຫຼີມໄຊ ກົມມະສິດ ຖືວ່າໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍອັນໃຫຍ່ຫຼວງ ແລະຕ້ອງຈັດຕັ້ງບັນດາກອງປະຊຸມຕາມແບບວິທີບໍ່ເຄີຍປະຕິບັດມາໃນປະຫວັດສາດຂອງອາຊຽນ, ຫວຽດນາມ ບໍ່ພຽງແຕ່ປະຕິບັດບົດບາດເປັນປະທານອາຊຽນຢ່າງມີປະສິດທິຜົນເທົ່ານັ້ນຫາກຍັງປະຕິບັດສໍາເລັດທຸກເປົ້າໝາຍຕາມແຜນການທີ່ໄດ້ວາງອອກອີກດ້ວຍ. ອາຊຽນໄດ້ປະຕິບັດວຽກງານປ້ອງກັນ, ຕ້ານ, ຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ, ສິ່ງນີ້ແມ່ນຍ້ອນການນໍາພາຂອງຫວຽດນາມ, ອາຊຽນ ໄດ້ມີບັນດາຂໍ້ລິເລີ່ມ, ຄືການສ້າງຕັ້ງກອງທຶນຮັບມືກັບພະຍາດໂຄວິດ-19 ແນໃສ່ລະດົມແຫຼ່ງທຶນຈາກຫຼາຍປະເທດໃນໂລກເພື່ອສ້າງງົບປະມານປ້ອງກັນ, ຕ້ານພະຍາດໂຄວິດ-19, ສ້າງຄັງແຮຢາປົວພະຍາດ ແລະອຸປະກອນການແພດສໍາລັບພາວະສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ ແລະສູນອາຊຽນກ່ຽວກັບການຮັບມືກັບພາວະສຸກເສີນດ້ານສາທາລະນະສຸກ ສາທາລະນະ ແລະໂລກລະບາດທີ່ເກີດຂຶ້ນໃໝ່... ນີ້ແມ່ນບັນດາສິ່ງເຊິ່ງຫຼາຍພາກພື້ນອື່ນໃນໂລກຍັງບໍ່ທັນເຮັດໄດ້, ແຕ່ອາຊຽນເຮັດໄດ້ ແລະກໍ່ແມ່ນໜຶ່ງໃນບັນດາຜົນງານພົ້ນເດັ່ນ ເຊິ່ງອາຊຽນ ເຮັດໄດ້ພາຍໃຕ້ການນໍາພາຂອງຫວຽດນາມ.

ທ່ານ ສະເຫຼີມໄຊ ກົມມະສິດ ກໍ່ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ ກໍ່ຄືຖານະຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ. ພິເສດ, ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ຫວຽດນາມ ໄດ້ພະຍາຍາມນໍາເອົາບັນດາບັນຫາຂອງອາຊຽນໄປປຶກສາຫາລືຢູ່ສະຫະປະຊາຊາດ, ພິເສດແມ່ນຢູ່ສະພາຄວາມໝັ້ນຄົງ, ຊ່ວຍສະຫະປະຊາຊາດ ກໍ່ຄືປະຊາຄົມສາກົນມີຄວາມເຂົ້າໃຈຢ່າງຈະແຈ້ງກວ່າກ່ຽວກັບບົດບາດຂອງອາຊຽນ, ສິ່ງນີ້ບໍ່ພຽງແຕ່ຊ່ວຍຍົກສູງບົດບາດຂອງຫວຽດນາມ ແລະອາຊຽນໃນເວທີສາກົນ.

ລ ດຖະມ ນຕ ການຕ າງປະເທດລາວ ຕ ລາຄາສ ງບ ດບາດຂອງຫວຽດນາມ ໃນຖານະຕ າແໜ ງເປ ນປະທານອາຊຽນ ກ ຄ ຖານະຕ າແໜ ງກ າມະການບ ປະຈ າການສະພາຄວາມໝ ນຄ ງສະຫະປະຊາຊາດ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມສຸດຍອດ ອາຊີ ຕາເວັນອອກ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີອັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ກອງປະຊຸມໄດ້ປະສົບຜົນສຳເລັດຢ່າງຈົບງາມ ອັນໄດ້ປິດປີປະທານອາຊຽນ 2020 ດ້ວຍບັນດາຄວາມທົດສອບຫຼາຍປະການ. ບັນດາການນຳ ອາຊຽນ ໄດ້ແລກປ່ຽນບັນດາມາດຕະການ ຍົກອອກບັນດາການກຳນົດທິດໃຫຍ່ໃຫ້ແກ່ປະຊາຄົມອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ : ປີ 2020 ແມ່ນປີທີ່ເຕັມໄປດ້ວຍຄວາມທົດສອບໃນສະພາວະ ໂລກລະບາດ Covid – 19 ພວມຄຸກຄາມ. ພາຍຫຼັງ 5 ທົດສະວັດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ, ອາຊຽນສືບຕໍ່ຢັ້ງຢືນກຳລັງແຮງແຫ່ງນ້ຳໃຈສາມັກຄີ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມສາມາດປັບຕົວໃຫ້ແທດເໝາະຕໍ່ບັນດາສິ່ງທ້າທາຍ. ພວກເຮົາໄດ້ເຫັນດີນຳກັນ ຕໍ່ບັນດາເນື້ອໃນທີ່ສຳຄັນດ ສ້າງກຳລັງໜູນໃໝ່ໃຫ້ສາຍພົວພັນ ອາຊຽນກັບບັນດາຄູ່ຮ່ວມມື; ຢັ້ງຢືນຄຳໝັ້ນສັນຍາຮ່ວມມືຫຼາຍຝ່າຍ; ຮ່ວມສຳພັນຫັນເສດຖະກິດເປັນເສລີ, ແບ່ງປັນບັນດາບັນຫາພາກພື້ນ ແລະ ສາກົນທີ່ພວມເກີດຂຶ້ນ. ພວກເຮົາເຫັນດີຕໍ່ບົດບາດເປັນໃຈກາງຂອງອາຊຽນ ຄວນສືບຕໍ່ຮັກສາ ແລະ ເສີມຂະຫຍາຍ, ຊຸກຍູ້ການເຈລະຈາ, ຮ່ວມມືສະກັດກັ້ນການປະທະກັນດ ສ້າງຄວາມເຊື້ອໝັ້ນ ແລະ ເສີມສ້າງໂຄງສ້າງພາກພື້ນເປີດກ້ວາງ, ໂປ່ງໃສ, ກວມລວມ ແລະ ອີງໃສ່ກົດໝາຍ.

ADB ສະໜອງບ້ວ​ງ​ເງິນສິນເຊື່ອ 8 ລ້ານໂດລາ ເພື່ອສະໜັບສະໜູນ ການບໍລິການນ້ຳ​ຢູ່ປະເທດຫວຽດນາມ ADB ສະໜອງບ້ວ​ງ​ເງິນສິນເຊື່ອ 8 ລ້ານໂດລາ ເພື່ອສະໜັບສະໜູນ ການບໍລິການນ້ຳ​ຢູ່ປະເທດຫວຽດນາມ

ຍ​ສ​ໝ - ການຂະຫຍາຍໂຮງງານລ​ວມມີການເພີ່ມການຜະລິດແລະຄວາມສາມາດໃນການຕິດຕັ້ງເພີ່ມເຄື່ອງສູບນ້ຳ, ສ້າງທໍ່ສົ່ງນ້ຳຈາກໂຄງ​ການດູດນ້ຳໃນແມ່ນ້ຳດົງນາຍເປົ້າໝາຍ ຂອງການຂະຫຍາຍໂຮງງານແມ່ນເພື່ອຊ່ວຍຕອບສະໜອງ ຄວາມຕ້ອງການນ້ຳ ທີ່​ພວມເພີ່ມຂຶ້​ນຈາກຄອບ​ຄົວ ແລະ ວິ​ສາ​ຫະ​ກິດ ຢູ່​ເທດ​ສະ​ບານເຕືນ​ເບັ້ນ ເມືອງເຕິນ​ອຽນ, ນະ​ຄອນ ບິ່ງ​ເຢືອງ ແລະ ນະ​ຄອນທູ​ເຢົາ​ໝົດ (ແຂວງ ບິ່ງເຢືອງ).

ນຳສົ່ງພົນລະເມືອງຫວຽດນາມ ຫຼາຍກວ່າ 340 ຄົນຈາກໄຕ້ຫວັນ (ຈີນ) ກັບບ້ານຢ່າງປອດໄພ ນຳສົ່ງພົນລະເມືອງຫວຽດນາມ ຫຼາຍກວ່າ 340 ຄົນຈາກໄຕ້ຫວັນ (ຈີນ) ກັບບ້ານຢ່າງປອດໄພ

ຍສໝ - ວັນທີ 16 ພະຈິກ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າຫວຽດນາມຢູ່ໄຕ້ຫວັນ, ຫ້ອງການເສດຖະກິດ ແລະ ວັດທະນະທຳຫວຽດນາມຢູ່ໄຕ້ຫວັນ (ຈີນ), ບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ແລະ ບັນດາອົງການທີ່ມີໜ້າທີ່ໄຕ້ຫວັນ ( ຈີນ) ໄດ້ປະສານງານເພື່ອປະຕິບັດ 2 ຖ້ຽວບິນທີ່ນຳສົ່ງພົນລະເມືອງຫວຽດນາມ ຫຼາຍກ່ວາ 340 ຄົນຈາກໄຕ້ຫວັນ ກັບຄືນ ...

ເວທີປາໄສປະຊາຊົນອາຊຽນ 2020:  ສາມັກຄີທຸກຊັ້ນຄົນຂອງປະຊາຊົນອາຊຽນເພື່ອຮັບມືກັບສິ່ງທ້າທາຍທົ່ວໂລກ ເວທີປາໄສປະຊາຊົນອາຊຽນ 2020: ສາມັກຄີທຸກຊັ້ນຄົນຂອງປະຊາຊົນອາຊຽນເພື່ອຮັບມືກັບສິ່ງທ້າທາຍທົ່ວໂລກ

ຍສໝ - ເມື່ອບໍ່ດົນມານີ້, ເວທີປາໄສປະຊາຊົນອາຊຽນ 2020 (APF 2020) ໄດ້ຈັດຂຶ້ນໃນຮູບແບບທາງອິນເຕີເນັດດ້ວຍຫົວຂໍ້ “ສາມັກຄີປະຊາຊົນໃນອາຊີຕາເວັນອອກສ່ຽງໃຕ້ໃຫ້ເປັນຊຸມຊົນທີ່ມີຄວາມກວມລວມ, ສະໜິດຕິພັນ ແລະເປັນເຈົ້າການຮັບມື”.

ໄຊພອນ

ເຫດການ
302 Found

Found

The document has moved here.