ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ: ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າໃຫ້ແກ່ການພົວພັນແບບພິເສດກັບ ລາວ

06:30 | 19/11/2020

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງຕັດສິນໃຈຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມລະຫວ່າງສອງປະເທດ. ພ້ອມທັງມານະພະຍາຍາມກະກຽມໃຫ້ເປັນຢ່າງດີ ເພື່ອຮັບປະກັນໃຫ້ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ລາວ ປະສົບຜົນສຳເລັດຢ່າງຈົບງາມ.

ລາວ: ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.657 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ ລາວ: ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.657 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ
ລາວ ກວດ​ພົບ​ຜູ້​ຕິດ​ເຊື້ອ​​ໂຄ​ວິ​ດ​-19 ເພີ່ມອີກ 1 ​ກໍລະນີ ລາວ ກວດ​ພົບ​ຜູ້​ຕິດ​ເຊື້ອ​​ໂຄ​ວິ​ດ​-19 ເພີ່ມອີກ 1 ​ກໍລະນີ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ: ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າໃຫ້ແກ່ການພົວພັນແບບພິເສດກັບ ລາວ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)

ໃນຕອນບ່າຍຂອງວັນທີ 17 ພະຈິກ 2020, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ສສ.ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອສຳຫຼວດກວດຄືນສະພາບການຮ່ວມມືລະຫວ່າງສອງປະເທດ ສສ.ຫວຽດນາມ - ສປປ.ລາວ ເພື່ອກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ສສ.ຫວຽດນາມ ແລະ ສປປ.ລາວ ເຊິ່ງຄາດວ່າຈະດຳເນີນໃນຕົ້ນເດືອນ ທັນວາ 2020 ທີ່ຮ່າໂນ້ຍ ສສ.ຫວຽດນາມ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຕ້ອງມີຄວາມຕັດສິນໃຈຢ່າງສູງໃນການຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມລະຫວ່າງສອງປະເທດ, ມານະພະຍາຍາມກະກຽມໃຫ້ເປັນຢ່າງດີເພື່ອຮັບປະກັນໃຫ້ກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ລາວ ຄັ້ງທີ 43 ສໍາເລັດຜົນ, ໃນນັ້ນຕ້ອງສູ້ຊົນປະຕິບັດສໍາເລັດບັນດາເອກະສານຮ່ວມມືສໍາຄັນ ເປັນຕົ້ນຄື: ຍຸດທະສາດການຮ່ວມມືເສດຖະກິດ, ວັດທະນະທໍາ, ການສຶກສາ, ວິທະຍາສາດເຕັກນິກຫວຽດນາມ - ລາວ ໄລຍະ 2021-2030 ແລະສັນຍາວ່າດ້ວຍການຮ່ວມມືສອງຝ່າຍຫວຽດນາມ - ລາວ ໄລຍະ 2021-2025, ສ້າງພື້ນຖານກໍານົດທິດຊຸກຍູ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງແຮງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກໍ່ໄດ້ຢັ້ງຢືນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າໃຫ້ແກ່ສາຍພົວພັນແບບພິເສດກັບ ສປປ.ລາວ, ບັນດາກະຊວງ, ຂະແໜງການຕ້ອງຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງ, ສັນຍາຮ່ວມມືລະຫວ່າງສອງປະເທດ, ໃນນັ້ນ ມີບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມຫວຽດນາມ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ ເມື່ອເດືອນ ກໍລະກົດ ແລະ ເດືອນສິງຫາ 2020. ພ້ອມທັງສຸມໃສ່ສະເໜີ, ວາງອອກທິດທາງຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ; ສ້າງກໍາລັງໜູນໃໝ່ໃຫ້ແກ່ການພົວພັນຫວຽດນາມ - ລາວ ເພື່ອຍູ້ແຮງການພົວພັນຕາມທິດມີປະສິດທິພາບ, ແທດຈິງ, ເສີມຂະຫຍາຍທ່າໄດ້ປຽບຢ່າງແຮງຂອງເຮົາ ແລະໝູນໃຊ້ບັນດາແຫຼ່ງກໍາລັງຈາກພາຍນອກ.

ອາຊຽນ 2020: ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ບົດບາດທີ່ດີເດັ່ນຂອງຫວຽດນາມ ອາຊຽນ 2020: ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ບົດບາດທີ່ດີເດັ່ນຂອງຫວຽດນາມ

ຍສໝ - ຕາມທ່ານເອກອັກຄະລັດຖະທູດຍີ່ປຸ່ນແລ້ວ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ໄດ້ “ປະສົບຜົນສຳເລັດຢ່າງດີງາມ” ຍ້ອນຄວາມດີເດັ່ນຂອງຫວຽດນາມ ໃນບົດບາດເປັນປະທານອາຊຽນ 2020.

ADB ສະໜອງບ້ວ​ງ​ເງິນສິນເຊື່ອ 8 ລ້ານໂດລາ ເພື່ອສະໜັບສະໜູນ ການບໍລິການນ້ຳ​ຢູ່ປະເທດຫວຽດນາມ ADB ສະໜອງບ້ວ​ງ​ເງິນສິນເຊື່ອ 8 ລ້ານໂດລາ ເພື່ອສະໜັບສະໜູນ ການບໍລິການນ້ຳ​ຢູ່ປະເທດຫວຽດນາມ

ຍ​ສ​ໝ - ການຂະຫຍາຍໂຮງງານລ​ວມມີການເພີ່ມການຜະລິດແລະຄວາມສາມາດໃນການຕິດຕັ້ງເພີ່ມເຄື່ອງສູບນ້ຳ, ສ້າງທໍ່ສົ່ງນ້ຳຈາກໂຄງ​ການດູດນ້ຳໃນແມ່ນ້ຳດົງນາຍເປົ້າໝາຍ ຂອງການຂະຫຍາຍໂຮງງານແມ່ນເພື່ອຊ່ວຍຕອບສະໜອງ ຄວາມຕ້ອງການນ້ຳ ທີ່​ພວມເພີ່ມຂຶ້​ນຈາກຄອບ​ຄົວ ແລະ ວິ​ສາ​ຫະ​ກິດ ຢູ່​ເທດ​ສະ​ບານເຕືນ​ເບັ້ນ ເມືອງເຕິນ​ອຽນ, ນະ​ຄອນ ບິ່ງ​ເຢືອງ ແລະ ນະ​ຄອນທູ​ເຢົາ​ໝົດ (ແຂວງ ບິ່ງເຢືອງ).

ນຳສົ່ງພົນລະເມືອງຫວຽດນາມ ຫຼາຍກວ່າ 340 ຄົນຈາກໄຕ້ຫວັນ (ຈີນ) ກັບບ້ານຢ່າງປອດໄພ ນຳສົ່ງພົນລະເມືອງຫວຽດນາມ ຫຼາຍກວ່າ 340 ຄົນຈາກໄຕ້ຫວັນ (ຈີນ) ກັບບ້ານຢ່າງປອດໄພ

ຍສໝ - ວັນທີ 16 ພະຈິກ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າຫວຽດນາມຢູ່ໄຕ້ຫວັນ, ຫ້ອງການເສດຖະກິດ ແລະ ວັດທະນະທຳຫວຽດນາມຢູ່ໄຕ້ຫວັນ (ຈີນ), ບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ແລະ ບັນດາອົງການທີ່ມີໜ້າທີ່ໄຕ້ຫວັນ ( ຈີນ) ໄດ້ປະສານງານເພື່ອປະຕິບັດ 2 ຖ້ຽວບິນທີ່ນຳສົ່ງພົນລະເມືອງຫວຽດນາມ ຫຼາຍກ່ວາ 340 ຄົນຈາກໄຕ້ຫວັນ ກັບຄືນ ...

ໄຊພອນ

ເຫດການ
302 Found

Found

The document has moved here.