ສະເໜີປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ

06:30 | 14/11/2020

ໃນກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 13 ພະຈິກ 2020, ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ​ນາງ ວຽງທອງ ສີ​ພັນ​ດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ໄດ້​ສະ​ເໜີ​ກົດ   ໝາຍ ​ວ່າ​ດ້ວຍ​ການ​ປັບປຸງ ​ບາງ​ມາດຕາ​ຂອງ​ກົດໝາຍ​ ວ່າ​ດ້ວຍ​ການກວດ​ສອບ​ແຫ່ງ​ລັດ ຫລັງ​ຈາກ​ນັ້ນ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ກໍ​ໄດ້​ພ້ອມ​ກັນ​ສຸມ​ໃສ່​ ປະກອບ​ຄຳ​ຄິດຄຳ​ເຫັນ​ ໃສ່​ກົດໝາຍ​ວ່າ​ດ້ວຍ​ ການ​ປັບປຸງ​ດັ່ງກ່າວ, ​ເຊິ່ງ​ໂດຍ​ລວມ​ແລ້ວ​ ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບ ​ຕາມ​ການສະ​ເໜີ​ປັບປຸງ ​ບາງ​ມາດຕາ​ຂອງ​ກົດໝາຍນີ້.

ສະເໜ ປ ບປ ງບາງມາດຕາ ຂອງກ ດໝາຍວ າດ ວຍການກວດສອບແຫ ງລ ດ ຫວຽດນາມ: ຍອດຈຳນວນທຶນຈົດທະບຽນລົງທຶນຢູ່ຕ່າງປະເທດແມ່ນ 12,2 ຕື້ ໂດລາສະຫະລັດ
ສະເໜ ປ ບປ ງບາງມາດຕາ ຂອງກ ດໝາຍວ າດ ວຍການກວດສອບແຫ ງລ ດ ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມ 340 ຄົນຈາກ ຍີ່ປຸ່ນ ກັບຄືນປະເທດຢ່າງປອດໄພ
ສະເໜ ປ ບປ ງບາງມາດຕາ ຂອງກ ດໝາຍວ າດ ວຍການກວດສອບແຫ ງລ ດ

ສະເໜີປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ

ທ່ານ​ນາງ ວຽງທອງ ສີ​ພັນ​ດອນ ​ໄດ້​ຍົກ​ໃຫ້​ເຫັນ​ເຫ​ດຜົນ ​ແລະ ຄວາມ​ຈຳ​ເປັນ​ໃນ ການ​ປັບປຸງ​ບາງ​ມາດຕາ​ຂອງ​ກົດໝາຍ ວ່າ​ດ້ວຍ​ການ​ກວດ​ສອບ​ແຫ່ງ​ລັດ, ​ເຊິ່ງກົດໝາຍສະບັບ​ນີ້, ປະກອບ​ມີ X ພາກ, 7 ໝວດ, 75 ມາດຕາ​. ​ໃນ​ນັ້ນ, ສະ​ເໜີ​ປັບປຸງ 3 ມາດຕາ​ ຄື: ມາດຕາ 34 ກ່ຽວ​ກັບ​ປະທານ​ອົງການກວດ​ສອບ​ແຫ່ງ​ລັດ, ມາດຕາ 35 ກ່ຽວ​ກັບ​ສິດ ​ແລະ ໜ້າ​ທີ່ ຂອງ​ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ແລະ ມາດຕາ 44 ກ່ຽວ​ກັບ​ມາດຕະຖານ​ສະ​ເພາະ​ ຂອງ​ປະທານ​ອົງການ ​ກວດ​ສອບ​ປະຈຳ​ພາກ, ​ເຊິ່ງບໍ່​ໄດ້​ເຮັດ​ໃຫ້​ຈຳນວນ​ພາກ, ໝວດ ​ແລະ ມາດຕາ ຂອງ​ກົດໝາຍ​ນີ້, ​ເພີ່ມ​ຂຶ້ນ ຫລື ຫລຸດ​ລົງ.

ການ​ປັບປຸງກົດໝາຍໃນ​ຄັ້ງ​ນີ້, ​ເພື່ອ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ ​ວຽກ​ງານ​ກວດ​ສອບ​ແຫ່ງ​ລັດ ສອດ ຄ່ອງ​ກັບ​ການ​ຈັດ​ຕັ້ງ​ປະຕິບັ​ດ ການ​ເຄື່ອນ​ໄຫວ​ວຽກງານ​ຕົວ​ຈິງ ​ເປັນ​ຕົ້ນ: ການ​ບັນຈຸ, ການ​ສັບ​ຊ້ອນ, ການ​ຍົກ​ຍ້າຍ​, ການ​ເລືອກ​ຕັ້ງ, ການ​ແຕ່ງ​ຕັ້ງ, ປົດ​ຕຳ​ແໜ່​ງ, ການ​ຄຸ້ມ​ຄອງ, ການ​ນຳ​ໃຊ້ ​ແລະ ປະ​ເມີນ​ຜົນ​ການ​ປະຕິບັດ​ວຽກງານ ​ເປັນ​ໄປ​ຕາມ​ຫລັກການ​ພື້ນຖານ ຂອງ​ການ​ຄຸ້ມ​ຄອງ​ພະນັກງານ-ລັດຖະກອນ, ​ເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ ມີ​ຄວາມ​ໜັກ​ແໜ້ນ, ​ເຂັ້ມ​ແຂ​ງ, ​​ເຮັດ​​ໃຫ້ກາ​ນສ້າງ ​ແລະ ການຈັດ​ຕັ້ງ​ປະຕິ​ບັດແຜນການ​ເຄື່ອນ​ໄຫວ​ວຽກ​ງານ​ກວດ​ສອບ​ແຫ່ງ​ລັດ ສອດຄ່ອງ​ກັບ​ກົດໝາຍ ​ແລະ ມະຕິ ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ຮັບຮອງ ​ເອົາ​ວິ​ໄສ​ທັດ​ຮອດ​ປີ 2030, ຍຸດ​ທະ​ສາດ​ການ ​ພັດທະນາ​ຮອດ​ປີ 2025, ​ແຜນ​ພັດທະນາ​ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ​ຮອດ​ປີ 2021, ທັງ​​ເຮັດ​ໃຫ້ການ​ສ້າງ ​ແລະ ຈັດ​ຕັ້ງ​ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ວຽກ​ງານ​ກວດ​ສອບ​ແຫ່ງ​ລັດຈອດ​ກັນ​ກັບ​ແຜນ​ພັດທະນາ​ ເສດຖະກິດ-ສັງຄົມ ​ໄລຍະ​ສັ້ນ, ​ໄລ​ຍະ​ກາງ, ​ໄລຍະ​ຍາວ ຂອງ​ລັດຖະບານ, ພ້ອມ​ທັງ​ເຮັດ​ໃຫ້ການ​ສະຫລຸບ​ລາຍ​ງານ ​ຜົນ​ການກວດ​ສອບ​ຕໍ່​ສະພາ​ແຫ່ງ​ຊາດ ມີ​ຄວາມ​ຄົບ​ຖ້ວນ​ໃນ​ທຸກ​ປະ​​ເພດ ​ແລະ ​ເພື່ອ​ເຮັດ​ໃຫ້​ເນື້ອ​ໃນ​ ຂອງ​ກົດໝາຍ​ວ່າ​ດ້ວຍ ​ການກວດ​ສອບ​ແຫ່ງ​ລັດ ສອດ​ຄ່ອງ​ກັບ ມາດຕາ 57 ຂໍ້ 6 ​ແລະ ຂໍ້ 13 ຂອງ​ກົດໝາຍ​ວ່າ​ດ້ວຍ​ ການ​ປັບປຸງ​ບາງ​ມາດຕາ ​ຂອງ​ກົດໝາຍ​ ວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ ​ແລະ ກົດໝາຍ​ວ່າ​ດ້ວຍ​ ສະພາ​ປະຊາຊົນ​ຂັ້ນ​ແຂວງ.

ສະເໜ ປ ບປ ງບາງມາດຕາ ຂອງກ ດໝາຍວ າດ ວຍການກວດສອບແຫ ງລ ດ ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບທ່ານ Konstantin Vnukov - ເອກອັກຄະລັດຖະທູດລັດເຊຍ

ຍສໝ - ວັນທີ 12 ພະຈິກ, ຢູ່ສຳນັກງານກະຊວງ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການຕ້ອນຮັບທ່ານ Konstantin Vnukov - ເອກອັກຄະລັດຖະທູດລັດເຊຍ ມາອຳລາສິ້ນສຸດໜ້າທີ່ວຽກງານຢູ່ຫວຽດນາມ.

ສະເໜ ປ ບປ ງບາງມາດຕາ ຂອງກ ດໝາຍວ າດ ວຍການກວດສອບແຫ ງລ ດ ລາວ ສະໜັບສະໜູນ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ

ເມື່ອບໍ່ດົນມານີ້, ທ່ານ ສົມຈິດ ປັນຍາສັກ, ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະຜູ້ແທນແຂວງອຸດົມໄຊ ໄດ້ໄປສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງຫຼວງພະບາງ ມອບເງິນຈໍານວນ 80 ລ້ານກີບ ເພື່ອສະໜັບສະໜູນພາກກາງຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ.

ສະເໜ ປ ບປ ງບາງມາດຕາ ຂອງກ ດໝາຍວ າດ ວຍການກວດສອບແຫ ງລ ດ ຫວຽດນາມ ໄດ້ຮັບການຕີລາຄາຈາກຫາງສຽງສາກົນວ່າໄດ້ ແລະພວມປະຕິບັດໜ້າທີ່ສຳຄັນປະທານອາຊຽນ ເປັນຢ່າງດີ

ຍສໝ - ຕີລາຄາ ຫວຽດນາມ ແມ່ນສະມາຊິກຕັ້ງໜ້າຂອງອາຊຽນ ນັບແຕ່ເມື່ອຫວຽດນາມ ເຂົ້າເປັນສະມາຊິກໃນປີ 1995, ໜ້າເວັບໄຊ The ASEAN Post ຫາກໍ່ຢັ້ງຢືນຫວຽດນາມ “ບັນລຸໄດ້ບັນດາບາດກ້າວເດີນໃຫຍ່” ໃນການສະແດງໃຫ້ເຫັນບົດບາດຂອງຕົນທີ່ອາຊຽນ, ໂດຍສະເພາະແມ່ນການເປັນເຈົ້າການຮັບມືກັບພະຍາດໂຄວິດ-19, ນະໂຍບາຍຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະຄວາມໝັ້ນຄົງດ້ານການເມືອງ.

kpl.gov.la

ເຫດການ
302 Found

Found

The document has moved here.