ສະພາແຫ່ງຊາດ ຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ

06:50 | 14/11/2020

​ໃນກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 13 ພະຈິກ 2020 ນີ້, ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ພ້ອມ​ກັນ​ສຸມ​ໃສ່​ ປະກອບ​ຄຳ​ຄິດຄຳ​ເຫັນ​ໃສ່​ກົດໝາຍ​ ວ່າ​ດ້ວຍ​ການ​ປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ທີ່ສະເໜີໂດຍ ທ່ານ ​ນາງ ວຽງທອງ ສີ​ພັນ​ດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ, ​ເຊິ່ງ​ໂດຍ​ລວມ​ແລ້ວ​ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບ ​ຕາມ​ການສະ​ເໜີ ​ປັບປຸງ​ບາງ​ມາດຕາ​ ຂອງ​ກົດໝາຍສະບັບນີ້ ແລະ ພ້ອມກັນລົງຄະແນນສຽງ ຮັບຮອງເອົາ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.

ສະພາແຫ ງຊາດ ຮ ບຮອງເອ າກ ດໝາຍວ າດ ວຍການປ ບປ ງ ບາງມາດຕາຂອງກ ດໝາຍວ າດ ວຍການກວດສອບແຫ ງລ ດ ສະເໜີປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ
ສະພາແຫ ງຊາດ ຮ ບຮອງເອ າກ ດໝາຍວ າດ ວຍການປ ບປ ງ ບາງມາດຕາຂອງກ ດໝາຍວ າດ ວຍການກວດສອບແຫ ງລ ດ ກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ
ສະພາແຫ ງຊາດ ຮ ບຮອງເອ າກ ດໝາຍວ າດ ວຍການປ ບປ ງ ບາງມາດຕາຂອງກ ດໝາຍວ າດ ວຍການກວດສອບແຫ ງລ ດ
ພາບປະກອບ

ທ່ານ​ ນາງ ວຽງທອງ ສີ​ພັນ​ດອນ ​ລາຍ​ງານ​ໃຫ້​ຮູ້​ວ່າ: ກົດໝາຍວ່າດ້ວຍການ ກວດສອບແຫ່ງລັດ ປະກອບ​ມີ X ພາກ, 7 ໝວດ, 75 ມາດຕາ​, ​ໃນ​ນັ້ນ ສະ​ເໜີ​ປັບປຸງ 3 ມາດຕາ​ ຄື: ມາດຕາ 34 ກ່ຽວ​ກັບ​ປະທານ ​ອົງການກວດ​ສອບ​ແຫ່ງ​ລັດ, ມາດຕາ 35 ກ່ຽວ​ກັບ​ສິດ ​ແລະ ໜ້າ​ທີ່ຂອງ​ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ແລະ ມາດຕາ 44 ກ່ຽວ​ກັບ​ມາດຕະຖານ​ສະ​ເພາະ​ ຂອງ​ປະທານ​ອົງການ​ກວດ​ສອບ​ປະຈຳ​ພາກ, ​ເຊິ່ງບໍ່​ໄດ້​ເຮັດ​ໃຫ້​ຈຳນວນ​ ພາກ, ໝວດ ​ແລະ ມາດຕາ ຂອງ​ກົດໝາຍ​ນີ້, ​ເພີ່ມ​ຂຶ້ນ ຫລື ຫລຸດ​ລົງ. ​ໃນ​ນັ້ນ, ມາດຕາ 34 ໄດ້ ປັບປຸງວັກທີ 1 ໂດຍຕັດເນື້ອໃນ ຫລື ປະໂຫຍກ “ຫ້າປີການເລືອກຕັ້ງດັ່ງກ່າວ ຕ້ອງດໍາເນີນຢ່າງໄວໜຶ່ງປີ ຫລັງຈາກກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ" ອອກ ແລະ ເພີ່ມເນື້ອໃນ “ເທົ່າກັບອາຍຸການ ຂອງສະພາແຫ່ງຊາດ ເຂົ້າແທນ; ປັບປຸງວັກທີ 2 ໂດຍໄດ້ຕັດເນື້ອໃນ ຫລື ປະໂຫຍກ “ສໍາລັບເງິນເດືອນ ແລະ ນະໂຍບາຍອື່ນ ຂອງປະທານອົງການ ກວດສອບແຫ່ງລັດ ໃຫ້ປະຕິບັດຕາມ ລະບຽບການທີ່ລັດວາງອອກ" ອອກ, ເຊິ່ງການປັບປຸງບາງ ເນື້ອໃນຂອງມາດຕາ 34 ກ່ຽວກັບການເລືອກຕັ້ງ ປະທານອົງການກວດສອບແຫ່ງລັດ ແມ່ນສອດຄ່ອງກັບມາດຕາ 57 ຂໍ້ 6 ຂອງກົດໝາຍວ່າດ້ວຍ ການປັບປຸງບາງມາດຕາ ຂອງກົດໝາຍ ວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະພາ ປະຊາຊົນຂັ້ນແຂວງ ສະບັບເລກທີ 82/ສພຊ, ລົງວັນທີ 30 ມິຖຸນາ 2020 ແລະ ສອດຄ່ອງກັບນະໂຍບາຍເງິນເດືອນ ແລະ ນະໂຍບາຍອື່ນ ທີ່ລັດ ຖະບານ ໄດ້ກໍານົດໄວ້.

ສຳ​ລັບ ມາດຕາ 35 ສິດ ແລະ ໜ້າທີ່ ຂອງປະທານອົງການກວດສອບແຫ່ງລັດ ໄດ້ປັບປຸງ ຂໍ້ 7 ໂດຍຕັດເນື້ອໃນ ຫລື ປະໂຫຍກ “ບົດສະຫລຸບຂາດຕົວງົບປະມານແຫ່ງລັດ ປະຈໍາປີ, ກອງປະຊຸມ” ອອກ ເພື່ອໃຫ້ອົງການກວດສອບແຫ່ງລັດ ສາມາດລາຍງານຜົນການ ກວດສອບ ຕໍ່ສະພາແຫ່ງຊາດ ໃນກໍລະນີທີ່ສະພາແຫ່ງຊາດ ບໍ່ໄດ້ເປີດກອງປະຊຸມສະພາແຫ່ງຊາດ ແລະ ອົງການກວດສອບແຫ່ງລັດ ສາມາດລາຍງານ ແຕ່ລະປະເພດຜົນການກວດສອບ ຕໍ່ສະພາແຫ່ງຊາດ; ປັບ ປຸງ ຂໍ້ 9 ໂດຍຕັດເນື້ອໃນຄໍາສັບ “ຝຶກອົບຮົມ, ລວມທັງ" ອອກ ເນື່ອງຈາກ ການໃສ່ຊື່ສະຖາບັນຝຶກອົມຮົມ ເຮັດໃຫ້ມີຂໍ້ຈໍາກັດ ໃນການພັດທະນາ ຊັບພະຍາກອນມະນຸດ ຫລື ພະນັກງານ-ບຸກຄະລາກອນ ຂອງອົງການກວດສອບແຫ່ງລັດ, ການກໍານົດວຸດທິ ການສຶກສາ. ສະນັ້ນ, ໃນຕໍ່ໜ້າອົງການ ກວດສອບແຫ່ງລັດ ຈະມີການປ່ຽນຊື່ ສະຖາບັນຝຶກອົບຮົມເປັນ ຊື່ອື່ນ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂ, ມາດຖານ ຫລື ລະບຽບການທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ; ປັບປຸງ ຂໍ້ 10 ໂດຍຕັດເນື້ອໃນຄໍາສັບ “ຄະນະປະຈໍາ” ອອກ ແລະ ເພີ່ມເນື້ອໃນຄໍາສັບ “ແລະ ຫ້າປີ" ເຂົ້າແທນ ເພື່ອເຮັດໃຫ້ການສ້າງ ແລະ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ກວດສອບແຫ່ງລັດ ສອດຄ່ອງກັບກົດໝາຍ, ມະຕິເລກທີ 82/ຄປຈ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາວິໄສທັດຮອດປີ 2030, ຍຸດທະສາດ ການພັດທະນາຮອດປີ 2025, ແຜນພັດທະນາ ຂອງອົງການກວດສອບແຫ່ງລັດ ຮອດປີ 2021 ແລະ ສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ນະໂຍບາຍເງິນຕາໃນໄລຍະສັ້ນ, ໄລຍະກາງ, ໄລຍະຍາວຂອງລັດຖະບານ ແລະ ສອດຄ່ອງກັບມາດຕາ 57 ຂໍ້ 13 ຂອງກົດໝາຍວ່າດ້ວຍ ການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍ ສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ; ຮັບປະກັນໃຫ້ແກ່ວຽກງານ ຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສາມາດສະຫລຸບ, ລາຍງານການເຄື່ອນໄຫວວຽກງານຕໍ່ກອງປະ ຊຸມສະພາແຫ່ງຊາດ ໃນເວລາທີ່ສະພາແຫ່ງຊາດເປີດກອງປະຊຸມ.

ສ່ວນ ມາດຕາ 44 ມາດຕະຖານສະເພາະ ຂອງປະທານອົງການກວດສອບ ປະຈໍາພາກ ໄດ້ຕັດເນື້ອໃນຄໍາສັບ “ຂັ້ນ” ອອກ ແລະ ເພີ່ມເນື້ອໃນ “ຫລື ຫົວໜ້າອົງການລັດທຽບ ເທົ່າກົມ” ແລະ “ຍົກເວັ້ນ ໃນກໍລະນີທີ່ມີຄວາມຈໍາເປັນ ໂດຍການຕົກລົງຂອງ ຄະນະປະຈໍາສະພາແຫ່ງຊາດ ຕາມການສະເໜີ ຂອງປະທານອົງ ການກວດສອບແຫ່ງລັດ" ເຂົ້າຕື່ມ ເພື່ອເຮັດໃຫ້ການຄົ້ນຄວ້າ ພິຈາລະນາຄັດເລືອກບຸກຄະລາກອນ ທີ່ມີມາດຖານເງື່ອນໄຂໃນ ການແຕ່ງຕັ້ງເປັນປະທານ ອົງການກວດສອບປະຈໍາພາກ; ອີກດ້ານໜຶ່ງ ແນໃສ່ເຮັດໃຫ້ລະບົບການຈັດຕັ້ງ ຂອງອົງການກວດສອບແຫ່ງລັດ ມີຄວາມໜັກ ແໜ້ນ, ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ; ຮັບປະ ກັນປະສິດທິພາບ, ປະສິດທິຜົນ ແລະ ຄຸນນະພາບຜົນການກວດສອບ ຂອງອົງການກວດສອບ ແຫ່ງລັດ.

ພ້ອມ​ດຽວ​ກັນ​ນັ້ນ, ການ​ປັບປຸງກົດໝາຍສະບັບ​ນີ້, ​ແນ​​ໃສ່​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ວຽກ​ງານ​ກວດ​ສອບ​ແຫ່ງ​ລັດ ສອດຄ່ອງ​ກັບ​ການ​ຈັດ​ຕັ້ງ​ປະຕິບັ​ດ ການ​ເຄື່ອນ​ໄຫວ​ວຽກງານ​ຕົວ​ຈິງ ​ເປັນ​ຕົ້ນ: ການ​ບັນຈຸ, ການ​ສັບ​ຊ້ອນ, ການ​ຍົກ​ຍ້າຍ​, ການ​ເລືອກ​ຕັ້ງ, ການ​ແຕ່ງ​ຕັ້ງ, ປົດ​ຕຳ​ແໜ່​ງ, ການ​ຄຸ້ມ​ຄອງ, ການ​ນຳ​ໃຊ້ ​ແລະ ປະ​ເມີນ​ຜົນ​ການ​ປະຕິບັດ​ວຽກງານ ​ເປັນ​ໄປ​ຕາມ​ຫລັກການ​ພື້ນຖານ ຂອງ​ການ​ຄຸ້ມ​ຄອງ​ພະນັກງານ-ລັດຖະກອນ, ​ເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ ມີ​ຄວາມ​ໜັກ​ແໜ້ນ, ​ເຂັ້ມ​ແຂ​ງ ​ແລະ ອື່ນໆ.

ສະພາແຫ ງຊາດ ຮ ບຮອງເອ າກ ດໝາຍວ າດ ວຍການປ ບປ ງ ບາງມາດຕາຂອງກ ດໝາຍວ າດ ວຍການກວດສອບແຫ ງລ ດ ລາວ ສະໜັບສະໜູນ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ

ເມື່ອບໍ່ດົນມານີ້, ທ່ານ ສົມຈິດ ປັນຍາສັກ, ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະຜູ້ແທນແຂວງອຸດົມໄຊ ໄດ້ໄປສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງຫຼວງພະບາງ ມອບເງິນຈໍານວນ 80 ລ້ານກີບ ເພື່ອສະໜັບສະໜູນພາກກາງຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ.

ສະພາແຫ ງຊາດ ຮ ບຮອງເອ າກ ດໝາຍວ າດ ວຍການປ ບປ ງ ບາງມາດຕາຂອງກ ດໝາຍວ າດ ວຍການກວດສອບແຫ ງລ ດ ລາວ: ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ປັດຈຸບັນ, ທົ່ວປະເທດສູນຈໍາກັດ ບໍລິເວນທີ່ຍັງເປີດ ຢູ່ມີທັງໝົດ 36 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.692 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 11 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 71.020 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ, ສ່ວນຜູ້ຕິດເຊື້ອເບີ 24 ຍັງຄົງພັກຮັກສາ ຢູ່ໂຮງໝໍມິດຕະພາບ.

ສະພາແຫ ງຊາດ ຮ ບຮອງເອ າກ ດໝາຍວ າດ ວຍການປ ບປ ງ ບາງມາດຕາຂອງກ ດໝາຍວ າດ ວຍການກວດສອບແຫ ງລ ດ ເປັນ 71 ມື້ຕິດຕໍ່ກັນ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃໝ່ໃນຊຸມຊົນ

ປະຈຸບັນ, ຫວຽດນາມ ຢັ້ງຢືນບໍ່ພົບຜູ້ຕິດເຊື້ອໃໝ່ໃນຊຸດມຊົນ.

kpl.gov.la

ເຫດການ
302 Found

Found

The document has moved here.