ລາວ ກວດ​ພົບ​ຜູ້​ຕິດ​ເຊື້ອ​​ໂຄ​ວິ​ດ​-19 ເພີ່ມອີກ 1 ​ກໍລະນີ

19:02 | 17/11/2020

ສປປ ລາວ ກວດ​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ​ໃໝ່ 1 ກໍລະນີ, ໂດຍແມ່ນ ນັກ ສຶກສາລາວ (ເພດຍິງ) ເດີນທາງມາຈາກປະເທດຮົງກາລີ, ປັດຈຸບັນ ໄດ້ເອົາຜູ້ກ່ຽວໄປແຍກປ່ຽວ ​ເພື່ອປິ່ນປົວຢູ່ໂຮງໝໍ ມິດຕະພາບ 150 ຕຽງແລ້ວ, ລວມຕົວເລກຜູ້ຕິດເຊື້ອ ສະສົມເປັນ 25 ກໍລະນີ, ປິ່ນ​ປົວ​ຫາຍ​ດີ 23 ກໍລະນີ, ຍັງ​ສືບ​ຕໍ່​ປິ່ນປົວ 2 ກໍລະນີ. ຄະນະ​ທີ່ ​ທົ່ວ​ໂລກ ມາຮອດວັນທີ 17 ພະຈິກ 2020 ມີ​ຜູ້​ຕິດ​ເຊື້ອ​ທັງ​ໝົດ 55.295.170 ຄົນ, ​ເສຍ​ຊີວິດ 1.331.308 ຄົນ, ປິ່ວປົວ​ຫາຍ​ດີ 38.380.491 ຄົນ.

ທ່ານເອກອັກຄະລັດຖະທູດອາເມລິກາ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນທາງການທູດປະຊາຊົນ ລະຫວ່າງສອງປະເທດອາເມລິກາ - ຫວຽດນາມ ທ່ານເອກອັກຄະລັດຖະທູດອາເມລິກາ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນທາງການທູດປະຊາຊົນ ລະຫວ່າງສອງປະເທດອາເມລິກາ - ຫວຽດນາມ
ທ່ານນາງເອກອັກຄະລັດຖະທູດກູບາ: ສະຫະພັນມິດຕະພາບ ໄດ້ປະກອບສ່ວນສ້າງຄວາມຊົງຈຳທີ່ດີ ລະຫວ່າງຫວຽດນາມ ແລະ ກູບາ ທ່ານນາງເອກອັກຄະລັດຖະທູດກູບາ: ສະຫະພັນມິດຕະພາບ ໄດ້ປະກອບສ່ວນສ້າງຄວາມຊົງຈຳທີ່ດີ ລະຫວ່າງຫວຽດນາມ ແລະ ກູບາ
ລາວ ກວດ​ພົບ​ຜູ້​ຕິດ​ເຊື້ອ​​ໂຄ​ວິ​ດ​-19 ເພີ່ມອີກ 1 ​ກໍລະນີ
ສປປ ລາວ ກວດ​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ​ໃໝ່ 1 ກໍລະນີ, ໂດຍແມ່ນ ນັກ ສຶກສາລາວ (ເພດຍິງ) ເດີນທາງມາຈາກປະເທດຮົງກາລີ, ປັດຈຸບັນ ໄດ້ເອົາຜູ້ກ່ຽວໄປແຍກປ່ຽວ ​ເພື່ອປິ່ນປົວຢູ່ໂຮງໝໍ ມິດຕະພາບ 150 ຕຽງແລ້ວ.

ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ​ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ ໃນວັນທີ 17 ພະຈິກ 2020 ນີ້ວ່າ: ໃນວັນທີ 16 ພະຈິກ 2020 ນີ້, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 605 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ, ເປັນເພດຍິງ, ອາຍຸ 26 ປີ, ສັນຊາດລາວ, ອາຊີບນັກສຶກສາລາວ ຢູ່ປະເທດຮົງກາລີ (Hungary) ຜູ້ກ່ຽວມີຖິ່ນຖານຢູ່ແຂວງສະຫວັນນະເຂດ; ​ເດີນທາງ​ມາ​ຮອດ ສະໜາມບິນສາກົນວັດໄຕ ສປປ ລາວ ​ໃນ​ວັນທີ 15 ພະຈິກ 2020 ດ້ວຍສາຍການບິນ QV922, ຄອບຄົວ ບໍ່ໄດ້ເດີນທາງມາຮັບຢູ່ສະໜາມບິນ; ໄດ້ເດີນທາງໄປໂຮງແຮມ ດ້ວຍລົດຕູ້ຂອງສະໜາມບິນ, ໃນໄລຍະຢູ່ໂຮງແຮມ ບໍ່ໄດ້ອອກຈາກຫ້ອງໄປໃສ, ອາຫານແມ່ນທາງໂຮງແຮມ ເອົາມາປະໄວ້ໜ້າຫ້ອງ ແລະ ບໍ່ມີໃຜເຂົ້າໄປໃນຫ້ອງນອນ; ຮອດວັນທີ 16 ພະຈິກ 2020 ​ຄະນະ​ສະ​ເພາະ​ກິດ ໄດ້​ເກັບ​ຕົວຢ່າງ​ມາກ​ວດ, ຜົນກວດແມ່ນພົບເຊື້ອ ຫລັງ​ຈາກ​ນັ້ນ, ໂຮງໝໍ ມິດຕະພາບ ໄດ້ມາຮັບເອົາຜູ້ກ່ຽວຢູ່ໂຮງແຮມ ດ້ວຍລົດ Ambulance ​ໄປ​ແຍກ​ປ່ຽວ​ເພື່ອ​ປິ່ນປົວ​.

ສຳລັບຜູ້ສຳຜັດ ໃກ້ຊິດກັບຜູ້ກ່ຽວ ໃນໄລຍະນັ່ງຢູ່ໃນຍົນ QV 922 ແມ່ນມີທັງໝົດ 10 ຄົນ, ເຊິ່ງທັງໝົດແມ່ນ ໄດ້ເກັບຕົວຢ່າງມາກວດ ແລະ ບໍ່ພົບເຊື້ອ, ສ່ວນຜູ້ສຳຜັດໃກ້ຊິດ ທີ່ຂີ່ລົດເມຮ່ວມຈາກ ສະໜາມບິນມາໂຮງແຮມ ແມ່ນມີປະມານ 20 ຄົນ (ທີມງານກຳລັງປະສານ ເອົາຂໍ້ມູນເພິ່ມເຕີມ).ສັງ ລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 16 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 73.301 ຕົວຢ່າງ, ກວດພົບເຊື້ອສະສົມ 25 ຄົນ.

​ໂອກາດ​ດັ່ງກ່າວ, ທ່ານ ພູທອນ ເມືອງປາກ ຮຽກຮ້ອງໃຫ້ທຸກພາກສ່ວນ ໃນສັງຄົມ ຮ່ວມແຮງຮ່ວມໃຈກັນ ເປັນເຈົ້າການສືບຕໍ່ປະຕິບັດ ແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກ ລັດຖະມົນຕີທີ່ໄດ້ວາງອອກ ພ້ອມທັງຄຳແນະນຳ ຂອງຂະແໜງການກ່ຽວຂ້ອງ ຢ່າງເຄັ່ງຄັດ, ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເປັນຕົ້ນ ການໃສ່ຜ້າອັດປາກດັງ ເມື່ອທ່ານອອກຈາກບ້ານ, ການລ້າງມືດ້ວຍ ນ້ຳສະອາດໃສ່ສະບູ ຫລື ເຈວລ້າງມືຂ້າເຊື້ອ ເລື້ອຍໆ, ພ້ອມດຽວກັນນັ້ນ ກໍ່ໃຫ້ສືບຕໍ່ປະຕິບັດ ການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ, ຖ້າທ່ານເດີນທາງເຂົ້າມາ ສປປ ລາວ ຈຳເປັນທີ່ສຸດຕ້ອງ ໄດ້ຈຳກັດບໍລິເວນຕົນເອງ ຈົນຄົບ 14 ວັນ ຕາມຄຳແນະນຳ ຂອງຄະນະສະເພາະກິດວາງອອກ,​ ຖ້າທ່ານບໍ່ສະບາຍກໍ່ໃຫ້ຮີບຮ້ອນ ໄປພົບແພດ ເພື່ອຈະໄດ້ເກັບຕົວ ຢ່າງມາກວດ ແລະ ທຳການຮັກສາໃຫ້ທັນການ, ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອຊ່ວຍກັນ ຂ້າມຜ່ານວິກິດນີ້ໄປນຳກັນ ເພື່ອໃຫ້ການລະບາດ ຂອງ​ພະຍາດ​ນີ້, ໃນປະເທດຂອງພວກເຮົາ ບໍ່ຂະຫຍາຍເປັນວົງກວ້າງ.

ປະຊາຊົນສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາແກ້ໄຂ ບັນຫາການຂາຍຫວຍ ປະຊາຊົນສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາແກ້ໄຂ ບັນຫາການຂາຍຫວຍ

​ຫາງ​ສຽງຂອງ​ສັງຄົມ ​ສ່ວນ​ຫລາຍ​ແມ່ນ ​ຢາກ​ໃຫ້​ແກ້​ໄຂ​ບັນຫາ ການ​ຊື້-ຂາຍ​ຫວຍ​ໃນ​ປັດຈຸບັນ, ​ເຊິ່ງມີ​ທັງຫວຍຢູ່ພາຍໃນ ແລະ ຕ່າງປະເທດ, ມີບາງຫວຍ ອອກມື້ໜຶ່ງອອກ 4 ຄັ້ງ, ຊົ່ວໂມງລະຄັ້ງ ແຕ່ 16:30-19:30 ​ແລະ ຫວຍພັດທະນາ ​ແມ່ນອອກ 2 ຄັ້ງຕໍ່ອາທິດ ​ເຊິ່ງ​ເຫັນ​ວ່າອອກຫວຍຫລາຍໂພດ ເປັນການເບື່ອເມົາເກີນໄປ.

ລາວ ຍັງສືບຕໍ່ເອົາໃຈໃສ່ຢ່າງເຂັ້ມງວດ ປ້ອງກັນການລະບາດຂອງ ໂຄວິດ-19 ລາວ ຍັງສືບຕໍ່ເອົາໃຈໃສ່ຢ່າງເຂັ້ມງວດ ປ້ອງກັນການລະບາດຂອງ ໂຄວິດ-19

ປັ​ດຈຸ​ບັນ, ເຖິງ​ວ່າການ​​ລະບາດ​ຂອງ​ພະຍາດ​ ໂຄ​ວິດ-19 ຢູ່ ສປປ ລາວ ຈະ​ເບົາບາງ​ລົງ​ຢ່າງ​ຕໍ່​ເນື່ອງ​ກໍ່ຕາມ ​ແຕ່ລັດຖະບານ ກໍ​ຄື ຄະນະ​ສະ​ເພາະ​ກິດ ຍັງ​ສືບ​ຕໍ່​ເຝົ້າ​ລະວັງ ​ຕ້ານ ​ແລະ ສະກັດ​ກັ້ນ ການ​ແຜ່​ລະບາດ ​ຂອງ​​ໂຄ​ວິ​ດ-19 ຢ່າງ​ເຂັ້ມ​ງວດ​ຕໍ່​ເນື່ອງ, ​ເຊິ່ງຕົວ​ເລກ​ຜູ້ຕິດ​ເຊື້ອ​ສະສົມ 24 ຄົນ​, ປິ່ນປົວ​ດີ 23 ຄົນ, ຍັງ​ສືບ​ຕໍ່​ປິ່ນປົວ​ຢູ່​ໂຮງໝໍ 1 ຄົນ.

ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່

ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 1.281 ຄົນ.ໃນນັ້ນ ມີຜູ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.103 ຄົນ

kpl.gov.la

ເຫດການ
302 Found

Found

The document has moved here.