ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່

17:48 | 16/11/2020

ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 1.281 ຄົນ.ໃນນັ້ນ ມີຜູ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.103 ຄົນ

ຫວຽດນາມ ບ ພ ບຜ ຕ ດເຊ ອພະຍາດໂຄວ ດ 19 ໃໝ IMF: ຫວຽດ​ນາມ​ຕ້ານ​ໂລກ​ລະ​ບາດ Covid – 19 ປະ​ສົບ​ຜົນ​ສຳ​ເລັດ​ສ້າງ​ທິດ​ກ້າວ​ເດີນ​ໃໝ່​ໃຫ້​ແກ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ
ຫວຽດນາມ ບ ພ ບຜ ຕ ດເຊ ອພະຍາດໂຄວ ດ 19 ໃໝ ຕັດ​ສິນ​ໃຈ​ບໍ່​ປະ​ໃຫ້​ໂລກ​ລະ​ບາດ Covid – 19 ເກີດ​ຂຶ້ນ​ຄືນ​ໃໝ່​ຢູ່​ຫວຽດ​ນາມ
ຫວຽດນາມ ບ ພ ບຜ ຕ ດເຊ ອພະຍາດໂຄວ ດ 19 ໃໝ
ພາບປະກອບ

ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 1.281 ຄົນ, ໃນນັ້ນ ມີຜູ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.103 ຄົນ, ມີ 35 ຄົນເສຍຊີວິດ. ວັນທີ 14 ພະຈິກ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ຍີ່ປຸ່ນ ປະຕິບັດສອງຖ້ຽວບິນ ເພື່ອຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 450 ຄົນຈາກ ຍີ່ປຸ່ນ ກັບຄືນເມືອປະເທດດ້ວຍຄວາມປອດໄພ.

ວັນທີ 15 ພະຈິກ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ປະຈຳ ໄທເປ, ໄຕ້ຫວັນ (ຈີນ) ແລະ ຢູ່ປະເທດ ມາເລເຊຍ ໄດ້ສົມທົບກັບບໍລິສັດການບິນຫວຽດນາມ ຈັດສົ່ງພົນລະເມືອງຫວຽດນາມ ກວ່າ 600 ຄົນກັບເມືອປະເທດ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນດ່ານັ້ງ ແລະ ເຕີນເຊີນເຍິດ (ນະຄອນໂຮ່ຈີມິນ), ບັນດາຜູ້ໂດຍສານໃນຖ້ຽວບິນໄດ້ຮັບການຕິດຕາມອາການສຸຂະພາບ ແລະ ປະຕິບັດການແຍກຕົວຕາມຂໍ້ກຳນົດ.

​ປັ​ດຈຸ​ບັນ, ເຖິງ​ວ່າການ​​ລະບາດ​ຂອງ​ພະຍາດ​ ໂຄ​ວິດ-19 ຢູ່ ສປປ ລາວ ຈະ​ເບົາບາງ​ລົງ​ຢ່າງ​ຕໍ່​ເນື່ອງ​ກໍ່ຕາມ ​ແຕ່ລັດຖະບານ ກໍ​ຄື ຄະນະ​ສະ​ເພາະ​ກິດ ຍັງ​ສືບ​ຕໍ່​ເຝົ້າ​ລະວັງ ​ຕ້ານ ​ແລະ ສະກັດ​ກັ້ນ ການ​ແຜ່​ລະບາດ ​ຂອງ​​ໂຄ​ວິ​ດ-19 ຢ່າງ​ເຂັ້ມ​ງວດ​ຕໍ່​ເນື່ອງ, ​ເຊິ່ງຕົວ​ເລກ​ຜູ້ຕິດ​ເຊື້ອ​ສະສົມ 24 ຄົນ​, ປິ່ນປົວ​ດີ 23 ຄົນ, ຍັງ​ສືບ​ຕໍ່​ປິ່ນປົວ​ຢູ່​ໂຮງໝໍ 1 ຄົນ. ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ 33 ສູນ, ມີຜູ້ຖືກຈຳກັດບໍລິເວນ 2.701 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ໃນ​ວັນ​ດຽວ​ກັນໄດ້ເກັບ ຕົວຢ່າງມາກວດວິເຄາະທັງໝົດ 247 ຄົນ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 15 ພະຈິກ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 72.696 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ. ​ໃນ​ຂະນະ​ທີ່ ທົ່ວ​ໂລກ ມາຮອດວັນທີ16 ພະຈິກ 2020, ມີການລາຍງານການລະບາດ ທັງໝົດ 216 (ປະເທດ/ເຂດ), ມີຜູ້​ຕິດ​​ເຊື້ອ​ທັງ​ໝົດ54,7 ລ້ານ​ກວ່າຄົນ, ເສຍຊິວິດ 1,3 ລ້ານ​ກວ່າຄົນ, ປີ່ນປົວຫາຍດີ 38,1 ລ້ານ​ກວ່າຄົນ. ສະ​ເພາະ ຢູ່​ກຸ່ມ​ປະ​ເທດ​ອາ​ຊຽນ ມີ​ຜູ້​ຕິດ​ເຊື້ອ​ທັງ​ໝົດ 1 ລ້ານ​ກວ່າຄົນ, ເສຍຊີວິດ 25.000 ກວ່າຄົນ.

ຫວຽດນາມ ບ ພ ບຜ ຕ ດເຊ ອພະຍາດໂຄວ ດ 19 ໃໝ ຕອນ​ເຊົ້າ​ວັນ​ທີ 22 ມິ​ຖຸ​ນາ, ຫວຽດ​ນາມ​ບໍ່​ມີ​ຜູ້​ຕິດ​ເຊື້ອ Covid – 19 ໃໝ່​ຕື່ມ​ອີກ ໃນ​ຊຸມ​ຊົນ​ໃນ​ຮອບ​ເວ​ລາ 67 ມື້​ຢ່າງ​ລຽນ​ຕິດ

ຍ​ສ​ໝ - ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ​ມີ​ຍອດ​ຈຳ​ນວນ​ຜູ້​ຕິດ​ເຊື້ອໃໝ່​ຕື່ມ​ອີກ ແມ່ນ 349 ຄົນ ໃນ​ນັ້ນ​ມີ​ຜູ້​ເຂົ້າ​ເມືອງ​ຕິດ​ເຊື້ອ 209 ຄົນ ທີ່​ໄດ້​ຮັບ​ການ​ແຍກ​ຕົວ​ຢ່າງ​ທັນ​ທີ, ດັ່ງ​ນັ້ນ​ບໍ່​ສາ​ມາດ​ແຜ່​ລາມ​ອອກ​ສູ່​ໃນ​ຊຸມ​ຊົນ.

ຫວຽດນາມ ບ ພ ບຜ ຕ ດເຊ ອພະຍາດໂຄວ ດ 19 ໃໝ ຫວຽດ​ນາມ ແລະ ສະ​ວິດ​: ການ​ໂອ້​ລົມ​ສົນ​ທະ​ນາ​ດ້ານ​ວິ​ທະ​ຍາ​ສາດການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ໄລ​ຍະຫຼັງ Covid – 19

ຍ​ສໝ - ບັນ​ດາ​ນັກ​ຊ່ຽວ​ຊານ​ຂອງ AVIES ຖື​ວ່າ ໃນ​ຂົງ​ເຂດ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິ​ດ​ສ້າງ, ຫວຽດ​ນາມ ແລະ ສະ​ວິດ​ມ​ີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢ່າງຫຼາງຫຼາຍ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຫວຽດນາມ ບ ພ ບຜ ຕ ດເຊ ອພະຍາດໂຄວ ດ 19 ໃໝ ເສດ​ຖະ​ກິດຫວຽດ​ນາມ​ຈະ​ຟື້ນຕົວ​ຄືນ​ໃໝ່​ໂດຍໄວພາຍຫຼັງສິ້ນ​ສຸດ​​ໂລກລະບາດ​ໂຄ​ວິດ - 19

ຍສໝ - ລັດຖະບານ ຫວຽດນາມຄ່ອຍໆຜ່ອນຄາຍບັນດາມາດຕະການແຍກຫ່າງສັງຄົມໃນທົ່ວປະເທດ ເພື່ອແນໃສ່ເລີ່ມດຳເນີນບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດາຂະແໜງ, ຂົງເຂດເສດຖະກິດຄືນໃໝ່.

ໄຊພອນ

ເຫດການ
302 Found

Found

The document has moved here.